ເລື່ອງລາວຂອງ TECH, STARTUP, ແລະ DIGITAL

screentoaster ບັນທຶກຫນ້າຈໍເປັນວິດີໂອ ໂດຍບໍ່ໃຊ້ໂປຼແກຼມ

FREE WARE

screentoaster.com ເປັນເວັບໄຊຕ໌ທີ່ໃຫ້ບໍລິການບັນທຶກພາບຫນ້າຈໍຄອມພິວເຕີຂອງເຮົາເປັນວິດີໂອ ເຊິງບໍລິການນີ້ແມ່ນບໍ່ມີຄ່າໃຊ້ຈ່າຍໃດໆ. ກະຫມາຍຄວາມວ່າຟຼີ ເພາະເວັບເຮົາບໍ່ເຄີຍແຈກຂອງເສຍເງິນ ຫລື ຂອງລະເມີດລິຂະສິດ. ບໍລິການດັ່ງກ່າວເປັນບໍລິການທີ່ໃຊ້ງ່າຍໂດຍບໍ່ຕ້ອງມີໂປຼແກຼມໃດໆເລີຍໃນການໃຊ້ງານ. ພຽງແຕ່ເຂົ້າໄປທີ່ເວັບໄຊຕ໌ screentoaster.com ແລ້ວກໍ່ສະຫມັກສະມາຊິກ ພຽງເທົ່ານີ້ກໍ່ສາມາດສັ່ງການຕ່າງໆເທິງເວັບໄດ້ເລີຍ.

ຄຸນສົມບັດໂດຍລວມໆ

  1. ຖ່າຍວິດີໂອຫນ້າຈໍໄດ້
  2. ຖ່າຍຈາກກ້ອງ Web cam ກໍ່ໄດ້
  3. ສາມາດອັດສຽງເຂົ້າໄປໄດ້
  4. ຫລັງຈາກອັດແລ້ວສາມາດອັບໂຫລດໄດ້ທັນທີ
  5. ມີໂຄ໊ດສຳຫລັບຕິດເວັບໄຊຕ໌ຫລືບຼ໊ອກຕ່າງໆ (ຕົວຢ່າງຢູ່ທ້າຍບົດຄວາມ)
  6. ສາມາດດາວນ໌ໂຫລດວິດີໂອລົງມາເຄື່ອງຂອງເຮົາໄດ້

ທັງຫມົດນີ້ສາມາດເຮັດວິດີໂອສາທິດໄດ້ຢ່າງສົມບູນແລະສັດເຈນ ອີກທັງຍັງເປັນບໍລິການຟຼີ ບໍ່ຕ້ອງຕິດຕັ້ງໂປຼແກຼມໃຫ້ວຸ້ນວາຍກໍ່ສາມາດໃຊ້ໄດ້. ອີກທັງຍັງໃຊ້ໄດ້ທຸກລະບົບປະຕິບັດການເຊັ່ນ: Windows, Mac OS X, Linux.

ຫາກໃຜທີ່ກຳລັງໃຊ້ໂປຼແກຼມຟຼີທີ່ຄຸນນະພາບຍັງບໍ່ດີ ຫລືຄົນທີ່ໃຊ້ຂອງດີແຕ່ລະເມີດລິຂະສິດ ຂໍແນະນຳໃຫ້ລອງເວັບນີ້ເລີຍ http://www.screentoaster.com

ລອງອ່ານກ່ຽວກັບ  Free Studio ໂປຼແກຼມຊ່ວຍໂຫລດ Youtube, ແປງໄຟລ໌ ແລະ ຂຽນແຜ່ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.