ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPod Touch ບາງກວ່າເກົ່າ ລູກຫລິ້ນ ຟາແຟດກັບ iPhone 4

ຂ່າວໄອທີ

iPod Touch ລຸ້ນນີ້ ຈະມີຮູບບາງກວ່າລຸ້ນກ່ອນຈະມີລັກສະນະຄືກັບ iPhone 4 ມີພຽງແຕ່ ບໍ່ສາມາດໂທອອກໄດ້ກໍ່ເທົ່ານັ້ນເອງ. ມາເບິງສະເປັກຂອງ iPod Touch ລຸ້ນີ້ເບິງວ່າຈະມີຄວາມຄ້າຍຄືກັບ iPhone 4 ສ່ຳໃດ.

iPod Touch ລຸ້ນນີ້ຈະມີຄວາມຈຸເລີ່ມຕັ້ງແຕ່ 8GB, 32GB, ສູງສຸດ  64GB ເຊິ່ງລຸ້ນນີ້ຈະມາພ້ອມກັບຫນ້າຈໍທີ່ລະອຽດ ໂດຍເຕັກໂນໂລຊີ ທີ່ສາສະດາເອີ້ນວ່າ Retina Display ທີ່ໃຊ້ໃນ iPhone 4. ຊິບໂພເຊສເຊີທີ່ໃຊ້ກໍ່ເປັນ Apple A4 ເຊິງພາຍໃນຈະມີ ເຊັນເຊີ Gyroscope ທີ່ເຮັດໃຫ້ການຫລິ້ນເກມມ່ວນຫລາຍຂຶ້ນ.ມີກ້ອງຫລັງແລະກ້ອງຫນ້າເອົາໄວ້ຖ່າຍວິດີໂອ ແບບ HD ແລະໃຊ້ສຳລັບ Face Time (ໂທແບບເຫັນຫນ້າ) ຜ່ານເຄື່ອຄ່າຍໄຮ້ສາຍ WIFI. ເທົ່າທີ່ເວົ້າມານີ້ຖ້າຫາກມັນໂທອອກໄດ້ມັນກໍ່ອາດຈະກາຍເປັນ iPhone 4G ຫລື iPhone 4GS ໄປໄດ້ 🙂 ສ່ວນລາຄາກໍ່ເລີ່ມຕົ້ນທີ່: $229 ສຳລັບລຸ້ນ 8GB, $299 ສຳລັບລຸ້ນ 32GB, $399 ສຳລັບລຸ້ນ 64GB.

ທາງລຸ່ມນີ້ເປັນວິດີໂອໂຄສານາຂອງ iPod Touch

ສະເປັກໂດຍລວມຂອງ iPod Touch

ລອງອ່ານກ່ຽວກັບ  Apple ເປີດໃຫ້ນັກພັດທະນາໂປຼແກຼມໃນ OS X ທົດລອງ Find My Mac ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.