iPod Nano ໄດ້ເຜີຍໂສມໃນງານ Apple’s fall 2010 event ເຊິງລຸ້ນນີ້ຈະບໍ່ໃຊ້ປຸ່ມໃນການຄວບຄຸມ ແຕ່ປ່ຽນເປັນລະບົບສຳພັດ ເຊິງກ່ອນຫນ້ານີ້ມີຂ່າວລືແລະພາບລຸດອອກມານັ້ນ ວ່າຈະເປັນ iPod Shuffle ລຸ້ນໃຫມ່ ແຕ່ປາກົດອຸປະກອນຫລືພາບລຸດດັ່ງກ່າວນັ້ນເປັນ iPod Nano ນີ້ເອງ ເຊິງ iPod Nano ລຸ້ນນີ້ກໍ່ຈະມີລູກຫລິ້ນຄ້າຍໆກັບຫລຸ້ນກ່ອນ ແຕ່ຈະປ່ຽນການຄວບຄຸມມາເປັນຈໍສຳພັດແທນທັງຫມົດ (ເສຍດາຍບໍ່ມີກ້ອງ), ແລະຍັງມີລະບົບ VoiceOver ທີ່ຮອງຮັບ 25ພາສາຄື: Chinese (Cantonese, Mandarin), Czech, Danish, Dutch, English (Australia, US & UK), Finnish, French (Canada, France), German, Greek, Hungarian, Italian, Japanese, Korean, Norwegian, Polish, Portuguese (Brazil, Portugal), Romanian, Russian, Slovak, Spanish (Mexico, Spain), Swedish, Thai, Turkish. ສ່ວນລາຄາຈະຢູ່ເທົ່າກັບລຸ້ນກ່ອນນັ້ນກໍ່ຄື: 8GB ໃນລາຄາ 149$ ແລະ 16GB ໃນລາຄາ 179 ແລະມີທັງຫມົດ 7ສິດ້ວຍກັນ

ທາງລຸ່ມນີ້ແມ່ນວິດີໂອໂຄສະນາຂອງ iPod Nano
ສະເປັກໂດຍລວມຂອງ iPod Nano








