ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Internet Explorer 9 beta ອອກມາໃຫ້ດາວນ໌ໂຫລດແລ້ວ

ຂ່າວໄອທີ

ຫລັງຈາກທີ່ໄມ​ໂຄ​ຊອຟົທ໌ ອອກ Platform Previews ຂອງ IE9 ມາໃຫ້ທົດລອງນຳໃຊ້ກັນໄປແລ້ວ ມາຮອດປະຈຸບັນນີ້ ໄມ​ໂຄ​ຊອຟົທ໌ ກໍ່ໄດ້ອອກເວີຊັນ beta ມາໃຫ້ດາວນ໌ໂຫລດແລ້ວ ເຊິງກໍ່ມີຫນ້າຕາ ຄ້າຍຄືກັບ google chrome ເຊິງເປັນໄປຕາມພາບລຸດທີ່ອອກມາ ( ຂ່າວເກົ່າ ).

ປະ​ເດັນ​ກໍ​ຄື IE9 ໄດ້ຮັບ​ການ​ປັບປຸງ​ໂດຍ​ເນັ້ນ​ໃຫ້​ໃຊ້​ງານ​ງ່າຍ ສວຍງາມແລະ​ໄວ​ກວ່າ​ເກົ່າ ເຊິງ​ເປັນ​ຫົວ​ໃຈ​ຫລັກ​ຂອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍລິໂພກ ທັງ​ນີ້​ຈຸດ​ເດັ່ນ​ຂອງ​ການ​ປ່ຽນ​ແປງ​ທີ່​ເຫັນ​ໄດ້​ສັດເຈນກໍ່ຄື IE9 ລຸດ​ຄວາມ​ຊັບ​ຊ້ອນ​ແລະ​ເພີ່ມ​ຄວາມ​ສວຍງາມ​ດ້ວຍ​ຂອບ​ໜ້າ​ຕ່າງ​ໃສ (translucent window frame) ແລະ​ມີຊ່ອງ Address + Search ກັບ​ປຸ່ມ​ໄປ​ໜ້າ​ເວັບ​ກ່ອນ​ໜ້າ​ນີ້ ແລະ​ປຸ່ມ​ໄປ​ໜ້າ​ເວັບ​ຖັດ

ຢ່າງໃດ​ກໍ​ຕາມ IE9 ຈະ​ບໍ່​ມີ​ເວີລ໌​ຊັນ​ເທິງ Windows XP ແຕ່​ມີ​ໃນ Windows Vista ດ້ວຍ ແຕ່​ເວີລ໌​ຊັນ​ທີ່​ລັນ​ເທິງ Windows 7 ຈະ​ສະໜັບສະໜູນ​ຄຸນສົມບັດ​ຂອງ UI ໃໝ່ ໂດຍ​ສະເພາະ Aero Snap ແລະ​ການ​ປັກ​ໝຸດ​ເວັບ​ໄຊຕ໌​ບຸ໊​ກ​ມາລ໌​ກ​ເທິງ​ Task bar ເພື່ອ​ຄວາມສະດວກ​ໃນ​ການ​ເປີດ​ເວັບ​ໄຊຕ໌​ທີ່ມັກ ຕາມ​ທີ່ Dean Hachamovitch ຜູ້​ຈັດການ​ທົ່ວ​ໄປ​ຜະແນກ IE ໄດ້​ນຳ​ສະເໜີ​ການ​ໃຊ້​ງານ​ໃນ​ລັກສະນະ​ດັ່ງ​ກ່າວ​ທີ່​ງານ​ແຖ​ລົງ​ຂ່າວ​ໃນ​ຊານ​ຟານ​ຊິດ​ໂກ.

ຫາກໃຜສົນໃຈດາວນ໌ໂຫລດມາທົດລອງໃຊ້ກໍ່ສາມາດໄປດາວນ໌ໂຫລດໄດ້ເລີຍທີ່ Microsoft

ປລ: ຕາມທີ່ສັງເກດການເຂົ້າເວັບຂອງພວກເຮົາ ຍັງມີບັນຫາຢູ່ ເພາະເວັບຂອງພວກເຮົາກໍ່ໃຊ້ມາດຕະຖານ CSS3 ບາງສ່ວນ.

ລອງອ່ານກ່ຽວກັບ  Microsoft ເປີດໂຕ Windows Phone 7.1 "Mango" ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.