ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iLoveHandles ສະເຫນີແກັດເຈັດເຮັດໃຫ້ iPod nano ເປັນໂມງໃສ່ແຂນ

Gadget

ເລີ່ມຕົ້ນວັນຈັນມື້ເຮັດວຽກມື້ທຳອິດຂອງອາທິດ ທາງເວັບພວກເຮົາກໍ່ມີແກັດເຈັດງາມໆມາແນະນຳໃຫ້ເບິງກັນອີກແລ້ວ ແຕ່ຄັ້ງນີ້ເປັນແກັດເຈັດທີ່ໃຈເຮັດໃຫ້ iPod nano ລຸ້ນລ່າສຸດທີ່ຫາກໍ່ເປີດໂຕໄປບໍ່ຫລາຍອາທິດທີ່ຜ່ານມາ ໃຫ້ກາຍເປັນ ໂມງຢູ່ແຂນຂອງບັນດາຫນຸ່ມໆສາວ ໃຫ້ເກ໋ບໍ່ສ້ຳໃຜ.

ແກັດເຈັດໂຕນີ້ຊື່ວ່າ Rock Band ເຊິ່ງມັນເປັນແນວຄິດທີ່ລຽບງ່າຍແລະບໍ່ຫຍຸ້ງຍາກໃນການນຳໃຊ້. ລັກສະນະຂອງມັນເປັນພຽງສາຍໂມງທີ່ທຳມະດາ ທີ່ມີການເຮັດເປັນວັກໄວ້ສຳຫລັບໃສ່ iPod nano. ວິທີການກໍ່ແສນງ່າຍພຽງແຕ່ນຳ iPod nano ຂອງທ່ານໄປຫນີບໃສ່ບ່ອນວັກນັ້ນມັນກໍ່ຈະພໍດິບພໍດີ. ພຽງເທົ່ານີ້ໄວລຸ້ນຫນຸ່ມສາວທີ່ມີ iPod nano ກໍ່ສາມາດມີໂມງທີ່ເກ໋ໄປອີກແບບແລ້ວ. ສ່ວນລາຄາຂອງມັນຢູ່ທີ່ $19.95 ເທົ່ານັ້ນ ສົນໃຈກໍ່ໄປເບິງໄດ້ເລີຍທີ່ເວັບຂອງເພີ່ນ: ilovehandles.net

ລອງອ່ານກ່ຽວກັບ  CopyTray ຊ່ວຍໂອນຂໍ້ມູນຈາກ iPod, iPhone ແລະ iPad ລົງໃນ iTunes

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.