ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດດາວນ໌ໂຫລດ Internet Explorer 9 beta ທະລຸ2ລ້ານ ໃນສອງມື້

ຂ່າວໄອທີ

ໄມ​ໂຄ​ຊອຟົທ໌ (Microsoft) ໝັ່ນໃຈ​ວ່າ Internet Explorer 9 ຫລື IE9 ຈະ​ສາມາດ​ຊ່ວງ​ຊິງ​ສ່ວນ​ແບ່​ງຕະຫ​ລາ​ດບຼາວ​ເຊີລ໌​ຄືນ​ກັບ​ມາ​ຈາກ​ຄູ່​ແຂ່ງ​ໄດ້, ຫລັງ​ຈາກ​ທີ່​ສະ​ຖິ​ຕິ​ດາວນ໌​ໂຫລດ​ບຼາວ​ເຊີລ໌​ Internet Explorer 9 ຫລື IE9 ​ທະ​ລຸ 2 ລ້ານ​ພາຍ​ໃນ 2 ມື້​ທຳອິດ (IE8 ໄດ້​ພຽງແຕ່ 1.3 ລ້ານ​ໃນ 5 ມື້ທຳອິດ). ທັງ​ນີ້​ທາ​ງບໍລລິສັດ​ໄດ້​ເປີດ​ເຜີຍ​ວ່າ ເວັບ​ໄຊຕ໌ ” Beauty of the Web” ທີ່​ຈັດ​ເຮັດ​ຂຶ້ນ​ມາ ເພື່ອ​ໃຫ້​ຜູ້​ໃຊ້​ໄດ້​ທົດລອງ​ປະ​ສິດ​ທິ​ພາບ​ການເຮັດວຽກ​ຂອງ IE9 ໂດຍ​ສະເພາະ​ການ​ສະໜັບສະໜູນ HTML5 ແລະ​ຄວາມ​ໄວ​ໃນ​ການ​ສະແດງ​ຜົນ​ຈາກ​ການ​ໃຊ້​ຮາລ໌​ດແວລ໌​ເລັ່ງ​ກາຟ​ຟິກ ມີ​ຍອດ​ຜູ້​ເຂົ້າ​ຊົມ​ທັງ​ສິ້ນ 9 ລ້ານ​ເທື່ອ ແລະ​ມີ​ຈຳນວນ​ເພດ​ວິວ​ສູງ​ເຖິງ 26 ລ້ານ​ເທື່ອ​ນັບ​ຕັ້ງ​ແຕ່ IE9 Beta ເປີດ​ຕົວ​ເມື່ອ​ວັນທີ່ 15 ກັນຍາ​ທີ່​ຜ່ານມາ (ສ່ວນ​ເວັບ​ໄຊຕ໌ IE Test Drive ທີ່​ເປີດ​ໃຫ້​ນັກ​ພັດທະນາ​ກ່ອນ​ໜ້າ​ນີ້ ມີ​ຍອດ​ເຂົ້າ​ຊົມ 4 ລ້ານ​ເພດ​ວິວ​ໃນ​ຊ່ວງ​ເວລາ​ດຽວ​ກັນ) ນັ້ນ​ສະແດງ​ໃຫ້​ເຫັນ​ເຖິງ​ກະ​ແສ​ການ​ຕອບ​ຮັບ​ທີ່​ເກີນ​ຄາດ​ຂອງ IE9

ແນວໃດກໍ​ຕາມ ຕົວ​ເລກ​ດັ່ງ​ກ່າວ​ຍັງ​ສ້າງ​ຄວາມ​ປະ​ຫລາດ​ໃຈ​ໃຫ້​ກັບ​ບໍລິສັດ​ດ້ວຍ​ຄືກັນ ເນື່ອງ​ຈາກ IE9 Beta ຈະ​ສາມາດລັນໄດ້​ເທິງ Windows Vista ແລະ Windows 7 ແຕ່​ບໍ່ແມ່ນ XP ຊຶ່ງ​ໝາຍ​ຄວາມ​ວ່າ ຍອດ​ການ​ເຕີບໂຕ​ຂອງ​ຜູ້​ໃຊ້​ຈາກ​ນີ້​ໄປ​ອາດຈະ​ຖືກ​ຈຳ​ກັດ​ດ້ວຍ​ຖານ​ຜູ້​ໃຊ້​ກໍ​ໄດ້ ເນື່ອງ​ຈາກ​ເມື່ອ​ເດືອ​ນກໍລະກົດທີ່​ຜ່ານມາ ໄມ​ໂຄ​ຊອ​ຟົທ໌​ປະ​ມານ​ການ​ຜູ້​ໃຊ້ 74% ໃນ​ທຸລະກິດ​ຍັງ​ຄົງ​ໃຊ້​ລະບົບ​ປະຕິບັດການ Windows XP ດັ່ງ​ນັ້ນ​ຫາກ​ຜູ້​ໃຊ້ XP ຕ້ອງ​ການ​ສຳ​ຜັດ​ປະສົບການ IE9 ທາງ​ເລືອກ​ດຽວ​ທີ່​ຈະ​ເຮັດ​ໄດ້​ຄື “ອັບ​ເກດ” ເທົ່າ​ນັ້ນ ເມື່ອ​ເປັນ​ເຊັ່ນ​ນີ້ ຄວາມ​ຫວັງ​ທີ່​ຈະ​ສາມາດ​ຊ່ວງ​ຊິງ​ສ່ວນ​ແບ່​ງຕະຫ​ລາດ​ກັບ​ຄືນ​ມາ​ຈາກ​ຄູ່​ແຂ່ງ​ຫລາຍໆ ລາຍ ອາດຈະ​ຍັງ​ບໍ່​ຊັດເຈນ​ເທົ່າ​ທີ່​ຄວນ ຢ່າງໃດ​ກໍ​ຕາທ ມີ​ລາ​ຍງານ​ຂ່າວ​ເພິ່ມເຕິມ​ກ່ຽວກັບ​ປະ​ສິດ​ທິ​ພາບ​ການເຮັດວຽກ​ຂອງ IE9 Beta ທຽບ​ກັບ Firefox 4 ລຸ້ນ​ທົດສອບ​ລ່າ​ສຸດ ປາກົດ​ວ່າ IE9 ໄວ​ກວ່າ Firefox 4 !!!

ຂໍ້ມູນຈາກ: msnbc, arip

ລອງອ່ານກ່ຽວກັບ  ເປີດໂຕເເລ້ວ Chrome OS ລະບົບປະຕິບັດການ open sourceຂອງ Google

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.