ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ປະຫວັດຄວາມເປັນມາ ແຕ່ລະໄລຍະຂອງ Google

ລາຍງານພິເສດ

ໃນວົງການຂໍ້ມູນຂ່າວສານເຕັກໂນໂລຊີ ບໍ່ມີໃຜບໍ່ຮູ້ຈັກ google ທີ່ເຮົາຍົກໃຫ້ເປັນເທບພະເຈົ້າແຫ່ງໂລດອິນເຕີເນັດກັນເລີຍມື້ນີ້, ແລ້ວມີໃຜເຄີຍຮູ້ຈັກກ່ຽວກັບປະຫວັດຄວາມເປັນມາຂອງ google ຫລືບໍ່ ເພາະປະຈຸບັນເປັນເວັບຄົ້ນຫາທີ່ປະສົບຄວາມສຳເລັດ ແລະ ເປັນເວັບຄົ້ນຫາອັນດັບຫນື້ງຂອງໂລກໄປແລ້ວ. ມື້ນີ້ເຮົາລອງມາຍ້ອນຫລັງກັບໄປເບິງຄວາມເປັນມາຂອງ google ກັນ ເຊິງມີລາຍລະອຽດດັ່ງລຸ່ມນີ້:

ຊ່ວງ​ປີ 1995-1997 ປີ ແຫ່ງ​ການ​ເລີ່ມ​ຕົ້ນ

ເປັນ​ຊ່ວງ​ປີ​ຊຶ່ງ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຕຳ​ນານ Google ເມື່ອ 2 ຜູ້​ຮ່ວມ​ກໍ່​ຕັ້ງ Google ຕັ້ງ​ແຕ່​ທຳອິດ​ຄື 2 ໜຸ່ມ​ໄວ​ລຸ້ນ Larry Page ແລະ Sergey Brin ທັງ​ສອງໄດ້​ຮູ້​ຈັກ​ກັນ​ທີ່​ມະຫາ​ວິທະຍາ​ໄລ​ສະ​ແຕນ​ຟອລ໌​ດ ສາ​ຂາ Computer science ເມື່ອ​ປີ 1995 ຂະນະ​ນັ້ນ Larry ອາ​ຍຸ 24 ປີ ແລະ Sergey ອາ​ຍຸ 23 ປີ ດ້ວຍ​ບຸກຄະລິກ​ທີ່​ກ້າ​ຄິດ​ກ້າ​ສະແດງ​ອອກ​ໃນ​ບັນດາ​ເລື່ອງ​ຕ່າງໆ ທີ່​ຕົວ​ເອງ​ສົນ​ໃຈ​ຂອງ​ທັງ​ສອງຄົນ ໄດ້​ກາຍ​ມາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ສຳຄັນ​ຕໍ່​ການ​ປ່ຽນ​ແປງ​ເທື່ອ​ສຳຄັນ​ໃນ​ເລື່ອງ​ຂອງ​ການສ້າງ​ເຕັກ​ໂນ​ໂລ​ຊີ​ລະບົບ​​ທີ່​ສາມາດ​ດຶງ​ສູບ​ຄົ້ນ​ຂໍ້​ມູນ​ທີ່​ມີ​ຂະໜາດ​ໃຫຍ່​ໆ ໄດ້ ຊຶ່ງ​ຍັງ​ເປັນ​ຫົວຂໍ້​ທີ່​ສຳຄັນ​ແລະ​ສາມາດ​ພັດທະນາ​ຕໍ່​ໄດ້​ອີກ​ຫລວງຫລາຍ​ໃນ​ດ້ານ​ເຕັກໂນໂລຊີ ທີ່​ກ່ຽວກັບ​ການ​ຂົນ​ຖ່າຍ​ຂໍ້​ມູນ

ເດືອ​ນມັງກອນ​ປີ 1996 Larry Page ແລະ Sergey Brin ໄດ້​ເລີ່ມ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຊີ​ຈັກ​​ກົນ​ຄົ້ນ​ຫາ​ຫລື​ວ່າ search engines ທີ່​ສະໄໝ​ນັ້ນ ຖືກ​ເອິ້ນວ່າ BackRub ຊຶ່ງ​ໝາຍ​ເຖິງ​ຄວາມ​ສາມາດ​ອັນ​ພິເສດ​ທີ່​ສາມາດ​ສາມາດ​ຈະ​ເຂົ້າໄປ​ວິ​ເຄາະ “back links” ທີ່​ສາມາດ​ເຊື່ອມ​ຕໍ່ໄປ​ຍັງ​ເວັບ​ໄຊຕ໌​ຕ່າງໆ ໄດ້ ໂດຍ​ໃນ​ຊ່ວງ​ທຳອິດນັ້ນ ການເຮັດວຽກງານ​ຂອງ​ທັງ​ສອງກໍ​ເປັນ​ໄປ​ດ້ວຍ​ຄວາມ​ຍາກ​ລຳ​ບາກ​ເພາະ​ຍັງ​ຂາດ​ປັດ​ໄຈ​ດ້ານ​ເງິນທຶນ​ຄື​ກັບ​ນັກ​ສຶກ​ສາ​ທົ່ວ​ໄປ ເມື່ອ​ເວລາ​ຜ່ານ​ໄປ ປາກົດ​ວ່າ​ເຕັກ​ໂນ​ໂລ​ຊີ BackRub ກັບ​ເລີ່ມ​ມີ​ຊື່​ສຽງ​ແລະ​ເປັນ​ທີ່​ກ່າວ​ຂວັນ​ຕື່ນ​ຕາ​ຕື່ນ​ໃຈ​ໄປ​ທົ່ວ​ມະຫາ​ວິທະຍາ​ໄລ​ກັບ​ລະບົບ​ຈັກ​​ກົນ​ຄົ້ນ​ຫາ​ທີ່​ຖື​ວ່າ​ເປັນ​ເລື່ອງ​ໃໝ່​ໃນ​ສະໄໝ​ນັ້ນ

ປີ 1998 ສັນ​ຍານ​ຂອງ​ຄວາມ​ສຳ​ເລັດ

ທັງ 2 ໜຸ່ມ​ໄດ້​ພະຍາຍາມ​ສານ​ຕໍ່​ຮາກ​ເຫງົ້າ​ຂອງເຕັກ​ໂນ​ໂລ​ຊີ​ທີ່​ຕົນເອງ​ຄິດ​ຄົ້ນ​ຂຶ້ນ​ມາ​ໃຫ້​ເລີ່ມ​ເປັນ​ຮູບ​ເປັນ​ຮ່າງ ໂດຍ​ໃຊ້​ຫໍພັກ​ຂອງ Larry  ມາ​ເປັນ​ຫ້ອງ Data center ຫ້ອງ​ແລັບ​ທຳອິດຂອງ Google ຊຶ່ງ​ໃນ​ຊ່ວງທຳອິດ​ທັງ​ສອງ​ກໍ​ບໍ່​ໄດ້​ສົນ​ໃຈ​ທີ່​ຈະ​ຈັດ​ຕັ້ງ​ບໍລິສັດ​ຂຶ້ນ​ມາ​ເພື່ອ​ຮອງ​ຮັບ​ເທກ​ໂນ​ໂລ​ຍີ​ນີ້​ ອອກ​ໄປ​ສູ່​ທ້ອງຕະຫລາດ, ຂະນະ​ນັ້ນ​ເວັບ​ໄຊຕ໌​ຂອງ Yahoo! ເຫັນກ່ຽວກັບ​ເຕັກ​ໂນ​ໂລ​ຊີ​ໃໝ່​ຂອງ​ພວກເຂົາ ແຕ່​ຄືຟ້າ​ດົນ​ໃຈ ເພາະ​ຕອນ​ນັ້ນ Yahoo! ບໍ່​ສົນ​ໃຈ​ລະບົບ Search engine ແລະ​ເຫັນ​ວ່າ​ກຸ່ມ​ລູກ​ຄ້າ​ຂອງ​ຢາ​ຮູ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຈັກ​ກົນ​ຄົ້ນ​ຫາ​ແບບ​ນີ້ ແລະ​ແນະ​ນຳ​ໃຫ້ Larry ແລະ Sergey ຕັ້ງ​ບໍລິສັດ​ຂຶ້ນ​ມາ​ຮອງ​ຮັບ​ເອງ​ຈະ​ດີກວ່າ

ເມື່ອ​ໄດ້ຮັບ​ຄຳ​ຕອບ​ແບບ​ນີ້ ກໍ​ເລີຍ​ເຮັດໃຫ້​ທັງ 2 ຄົນ​ຕັດ​ສິນ​ໃຈ​ທີ່​ຈະ​ເລີ່ມ​ຕົ້ນ​ສ້າງ​ອານາຈັກ​ຂອງ​ຕົນເອງ​ຂຶ້ນ​ມາ ສິ່ງ​ທຳອິດທີ່​ພວກ​ພວກເຂົາ​ຄິດ​ກໍ​ຄື ຫາ​ເງີນ​ທຶນ​ສຳລັບ​ໃຊ້​ເປັນ​ງົບ​ປະ​ມານ​ໃນ​ການ​ຍ້າຍ​ອອຟຟິດ​ອອກ​ໄປ​ຈາກ​ຫໍ​ພັກ​ນັກ​ສຶກ​ສາ​ແຫ່ງ​ນີ້ ແລະ ​ຫາ​ທາງ​ຈ່າຍ​ເງີນ​ຄ່າ​ຮາລ໌​ດ​ດິດກ໌​ທີ່​ພວກ​ເຂົາ​ລົງ​ທຶນ ​ທີ່​ຈະ​ມາ​ຊ່ວຍ​ໂຄງ​ການ​ນີ້​ໃຫ້​ສຳ​ເລັດ

ຄົນທຳ​ທີ່​ເບິ່ງເຫັນ​ສັກກະ​ຍະ​ພາບ​ຂອງ Search engine ກໍ​ຄື Andy Bechtolsheim ຜູ້​ຮ່ວມ​ກໍ່​ຕັ້ງ Sun Microsystems ເມື່ອ 2 ໜຸ່ມ​ໄດ້​ນຳ​ໂປຼແກຼມ​ຕົວ​ຢ່າງ​ເຂົ້າໄປ​ນຳ​ສະເໜີ ແລະ​ໄດ້​ມີ​ການ​ໂອ້ລົມ​ກັນ​ທຸກ​ເຊົ້າ

ປີ 1999 ເງີນ​ທຸນ​ກ້ອນ​ໃຫຍ່​ມາ​ແລ້ວ

ວັນທີ່ 7 ມິ​ຖຸ​ນາຍ​ນ 1999 Google ກໍ​ໄດ້​ປະ​ກາດ​ວ່າ​ໄດ້​ມີ​ຜູ້​ຮ່ວມ​ທຶນ​ຂະໜາດ​ໃຫຍ່​ເຂົ້າ​ມາ​ອີກ 2 ລາຍ​ຄື Mike Moritz ແຫ່ງ​ກຸ່ມ​ບໍລິສັດ​ເງີນ​ທຶນ Sequoia ແລະ John Doerr ຂອງ​ບໍລິສັດ Kleiner Perkins ມາ​ນັ່ງ​ຢູ່ໃນ​ຕຳແໜ່ງ​ຄະນະ​ກຳມະການ​ບໍລິຫານ​ຂອງ​ບໍລິສັດ​ພ້ອມ​ກັບ​ເມັດ​ເງີນ​ລົງ​ທຸນ​ເພີ່ມ​ເຂົ້າ​ມາ​ອີກ​ເຖິງ 25 ລ້ານ​ດອນ​ລາລ໌ ແລະ​ໂປ​ແກມ Search Engines ກໍ​ໄດ້​ຖືກ AOL/Netscape ນຳ​ໄປ​ໃຊ້​ສຳລັບ​ເປັນ​ເຄື່ອງ​ມື​ດ້ານ​ໃນ​ເວັບ​ໄຊຕ໌ ຊຶ່ງ​ມີ​ຍອດ​ໃຊ້​ງານ​ສູງ​ເຖິງ 3 ລ້ານ​ເທື່ອ​ຕໍ່​ມື້​ເລີຍ​ທີ​ດຽວ.

ຄວາມສຳເລັດເລີ່ມ​ປາກົດ

ທີ່​ມະຫາ​ວິທະຍາ​ໄລ​ສະ​ແຕນ​ຟອລ໌​ດ ແລ້ວ​ມື້​ໜຶ່ງ Andy ໄດ້​ເວົ້າ​ປະ​ໂຍກ​ທີ່​ກາຍ​ເປັນ​ຕຳ​ດົນ​ຂອງ Google ນັ້ນ​ກໍ​ຄື “ແທນ​ທີ່​ຈະ​ມາ​ເວົ້າ​ກັນ​ແຕ່​ເລື່ອງ​ຂອງ​ລາຍ​ລະອຽດ​ຂອງ​ໂປ​ແກມ ເອົາ​ເປັນ​ວ່າ​ຂ້ອຍຂຽນ​ເຊັກ​ໃຫ້​ກັບ​ເຈົ້າ​ເລີຍ​ດີກວ່າ” ແລ້ວ​ເຊັກ​ເງີນ​ຈຳນວນ 1 ແສນ​ດອນ​ລາລ໌​ກໍ​ເຮັດໃຫ້ Google Inc. ຖືກ​ກໍ່​ຕັ້ງ​ຂຶ້ນ​ມາ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ການ​ໂອ້ລົມ​ກັນ​ໃນ​ມື້​ນັ້ນ ເມື່ອ​ຮວມ​ກັບ​ເງີນ​ທຶນ​ຈາກ​ຍາດພີ່ນ້ອງ​ເພື່ອນ​ຝູງ​ແລະ​ຄົນທີ່​ເບິງເຫັນ​ອະນາຄົດ​ຂອງ  Google ສຸດ​ທ້າຍ​ເງີນ​ລົງ​ທຸນ​ເບື້ອງ​ຕົ້ນ​ໃນ​ການສ້າງ​ອານາຈັກ​ຂອງ Google ກໍ​ເລີຍ​ລົງ​ເອີຍ​ຂອງ​ການ​ເລີ່ມ​ຕົ້ນ​ທີ່ 1 ລ້ານ​ດອນ​ລາລ໌

ເດືອນ​ກັນຍາ ປີ​ດຽວ​ກັນ​ນີ້​ທີ່ Menlo Park ແຄ​ລິ​ຟອລ໌​ເນຍ​ກໍ​ກາຍ​ເປັນ​ທີ່​ພຳ​ນັກ​ໃໝ່​ຂອງ Google Inc. ແລະ​ໄດ້ Craig Silverstein ມາ​ດຳ​ລົງ​ຕຳແໜ່ງ​ຜູ້​ອຳ​ນວຍ​ການ​ຝ່າຍ​ເຕັກ​ໂນ​ໂລ​ຊີ ຫລັງ​ຈາກ​ນັ້ນ​ເວັບ​ໄຊຕ໌ Google. com ກໍ​ເລີ່ມ​ອອກ​ສູ່​ສາຍ​ຕາ​ຂອງ​ນັກ​ທ່ອງ​ເວັບ​ໄຊຕ໌​ທົ່ວ​ໂລກ ມີ​ຄົນ​ເຂົ້າ​ມາ​ໃຊ້​ບໍລິການ​ຄົ້ນ​ຫາ​ເວັບ​ໄຊຕ໌​ໃນ​ຊ່ວງ​ທຳອິດ​ທີ່​ຍັງ​ເປັນ​ເບ​ຕ້າ​ເວີລ໌​ຊັນ​ສູງ​ເຖິງ​ມື້​ລະ​ກວ່າ​ໝື່ນ​ເທື່ອ ພໍ​ເຖິງ​ເດືອນ​ທັນວາ ຫນັງສື PC Magazine ໄດ້​ຈັດ​ເວັບ​ໄຊຕ໌​ຂອງ Google ໃຫ້ເປັນ​ສ່ວນຫນຶ່ງ​ຂອງ Top 100 Web Sites ແລະ Search Engines ປະຈຳ​ປີ 1998 ມາ​ເຖິງ​ຕອນ​ນີ້​ຊື່​ຂອງ Google ກໍ​ບໍ່​ໄດ້​ເປັນ​ຊື່​ໂນ​ເນມ​ອີກ​ຕໍ່ໄປ ແຕ່​ກາຍ​ເປັນ​ແບ​ນດ໌​ເນມ​ລະ​ດັບ​ໂລກ​ໄປ​ຮຽບຮ້ອຍ​ແລ້ວ

ປີ 2000 ປີ​ແຫ່ງ​ກາ​ນຂະຫຍາຍປີກ​ຂອງ Google

ເປັນ​ປີ​ທີ່​ອານາຈັກ​ຂອງ Google ເລີ່ມ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຊີໃໝ່ໆ ເຂົ້າ​ມາ​ເສີມ​ຢ່າງ Google Directory ແລະ​ບໍລິການ​ຄົ້ນ​ຫາ​ຂໍ້​ມູນ​ຜ່ານ​ອຸປະກອນ​ເຊື່ອມ​ຕໍ່​ແບບ​ໄຮ້​ສາຍ ລວມ​ເຖິງ​ຄວາມ​ສາມາດ​ໃນ​ການ​ໃຫ້​ບໍລິການ​ພາສາ​ຕ່າງໆ ສຳລັບ​ໃຊ້​ຄົ້ນ​ຫາ​ລິງກ໌​ເວັບ​ໄຊຕ໌​ໄດ້​ເຖິງ 10 ພາສາ​ທົ່ວ​ໂລກ

ວັນທີ່ 26 ເດືອນ​ມິ​ຖຸ​ນາຍ​ນ Google ແລະ Yahoo! ໄດ້​ປະ​ກາດ​ການ​ເປັນ​ພັນ​ທະ​ມິດ​ທາງ​ທຸລະກິດ​ກັນ​ໂດຍ​ທັງ 2 ບໍລິສັດ​ຈະ​ມີ​ການ​ແລະ​ປ່ຽນ​ເຕັກ​ໂນ​ໂລ​ຊີ ​ຊຶ່ງ​ກັນ​ແລະ​ກັນ ເພື່ອ​ຮອງ​ຮັບ​ບໍລິການ​ທີ່​ເຂົ້າ​ມາ​ສູງ​ເຖິງ 18 ລ້ານ​ເທື່ອ​ຕໍ່​ມື້ ແລະ​ຕອນ​ນີ້​ເວັບ​ໄຊຕ໌ NetEase ຂອງ​ປະເທດ​ຈີນ ແລະ Biglobe ຂອງ​ຍີ່​ປຸ່ນ ຕ່າງ​ກໍ​ໃຊ້​ລະບົບ​ຄົ້ນ​ຫາ​ຂອງ Google ເຂົ້າ​ມາ​ໃຊ້​ໃນ​ເວັບ​ໄຊຕ໌​ຂອງ​ຕົນ​ເປັນ​ເທື່ອ​ທຳອິດ

ບໍລິການ​ໃໝ່​ໆ ຂອງ Google ໃນ​ຊ່ວງ​ປີ​ນີ້ ໄດ້​ແກ່ AdWords  ບໍລິການ​ຄີຍ໌​ເ​ວິລ໌​ດ​ຄົ້ນ​ຫາ​ກ່ຽວກັບ​ການ​ໂຄສະ​ນາ​ສຳລັບ​ທຸລະກິດ​ອົງກອນ​ຂະໜາດ​ນ້ອຍ ແລະ ​ພໍ​ມາ​ເຖິງ​ຊ່ວງ​ປາຍ​ປີ 2000 Google Toolbar ກໍ​ໄດ້​ເຜີຍ​ໂສມ​ອອກ​ມາສູ່​ທ້ອງຕະຫ​ລາດ​ເວັບ​ໄຊຕ໌ ຊຶ່ງ​ຊ່ວຍ​ເຮັດໃຫ້​ບໍລິການ​ຄົ້ນ​ຫາ​ຂອງ Google ສາມາດ​ເຮັດ​ໄດ້​ຢ່າງ​ງ່າຍໆ ໂດຍ​ທີ່ໃຊ້​ງານ​ບໍ່​ຈຳ​ເປັນ​ຕ້ອງ​ເຂົ້າໄປ​ທີ່​ໜ້າ​ເວັບ​ໄຊຕ໌​ຂອງ Google ອີກ​ຕໍ່ໄປ

ລອງອ່ານກ່ຽວກັບ  Twitter ແມ່ນຫຍັງ Facebook ແມ່ນຫຍັງ ຕ່າງກັນແນວໃດ

ສິ້ນ​ປີ 2000 Google ສາມາດ​ເຮັດ​ຍອດສະ​ຖິ​ຕິ​ຄົນ​ໃຊ້​ບໍລິການ​ຄົ້ນ​ຫາ Search Engines ໄດ້​ສູງ​ເຖິງ​ມື້​ລະ 100 ລ້ານ​ຄົນ ການ​ໃຊ້​ງານ​ຂອງ​ໂປຼ​ແກຼມ​ນີ້​ແພ່​ຫລາຍ​ໄປ​ກຸ່ມ​ຄົນ​ທຸກ​ລະ​ດັບ​ທີ່​ມີ​ການ​ໃຊ້​ງານ​ລະບົບ​ຄອມພິວເຕີ ບໍ່​ວ່າ​ຈະ​ເປັນ​ນັກ​ຮຽນ ນັກ​ສຶກ​ສາ ນັກ​ວິ​ໄຈ​ຄົ້ນ​ຄວ້າ ລວມ​ເຖິງ​ບໍລິການ​ຄົ້ນ​ຫາ​ແບບ​ໄຮ້​ສາຍ​ນັ້ນ​ກໍ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ຫລວງຫລາຍ ເພາະ​ອຸປະກອນ​ມື​ຖື​ນັ້ນ​ມີ​ການ​ໃຊ້​ງານ​ກັນ​ທົ່ວ​ໂລກ ແລະ​ເມື່ອ​ໂທລະ​ສັບ​ມື​ຖື​ສາມາດ​ເຊື່ອມ​ຕໍ່​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີລ໌​ເນັດ​ໄດ້ ການ​ມີ​ເຄື່ອງ​ມື​ສຳລັບ​ໃຊ້​ຄົ້ນ​ຫາ​ເວັບ​ໄຊຕ໌​ຕ່າງໆ ກໍ​ເປັນ​ເລື່ອງ​ຈຳ​ເປັນ​ເຊັ່ນ​ກັນ

ປີ 2001 ການ​ແຕກ​ໄລນ໌​ດ້ານ​ການ​ບໍລິການ​ເທື່ອ​ສຳຄັນ

ໃນ​ເດືອນ​ກຸມພາ Google ໄດ້​ເລີ່ມ​ລຸກ​ເຂົ້າ​ສູ່​ທຸລະກິດ​ດອດ​ຄອມ​ຢ່າງ​ເປັນ​ກິດ​ຈະ​ລັກສະນະ ເມື່ອ​ໄດ້​ເຂົ້າໄປ​ຖື​ຫຸ້ນ​ຊື້​ບໍລິສັດ Deja.com ຊຶ່ງ​ເປັນ​ເວັບ​ໄຊຕ໌​ດ້ານ​ລະບົບ​ຖານ​ຂໍ້​ມູນ​ອິນ​ເຕີລ໌​ເນັດ​ຂະໜາດ​ໃຫຍ່ ໂດຍ​ການ​ນຳ​ລະບົບ​ຖານ​ຂໍ້​ມູນ​ເຫລົ່າ​ນີ້​ໃຫ້​ກາຍ​ມາ​ເປັນ​ຟອລ໌​ແມດ​ທີ່​ສາມາດ​ໃຊ້ Search Engines ເຂົ້າໄປ​ຄົ້ນ​ຫາ​ໄດ້ ດ້ວຍ​ຄວາມ​ສຳ​ເລັດ​ທີ່​ກ້າວ​ເຂົ້າ​ມາ​ເຖິງ​ຈຸດ​ນີ້​ໃນ​ຊ່ວງ​ໄຕ​ມາດ​ທີ່ 4 ຂອງ​ປາຍ​ປີ 2001 Google ກໍ​ເລີ່ມ​ປະ​ກາດ​ໃຫ້​ຊາວ​ໂລກ​ໄດ້​ຮູ້ວ່າ​ຕອນ​ນີ້​ທຸລະກິດ​ອອນ​ໄລນ໌​ຂອງ​ຕົນ​ກຳ​ລັງ​ເຮັດ​ລາຍ​ໄດ້​ແລະ​ຜົນ​ກຳ​ໄລ​ໃຫ້​ຢ່າງ​ເປັນ​ລ່ຳ​ເປັນ​ສັນ​ແລ້ວ

ຊື່​ສຽງ​ຂອງ Google ເລີ່ມ​ກະ​ຈາຍ​ໄປ​ທົ່ວ​ໂລກ ເມື່ອ​ເດືອນ​ຕຸລາ Google ໄດ້​ຕົກລົງ​ເຊັນ​ສັນຍາ​ຮ່ວມ​ກັບ Lycos Korea ໃນ​ການ​ນຳ​ຈັກ​​ກົນ​ຄົ້ນ​ຫາ​ຂອງ Google ໄປ​ໃຊ້​ບໍລິການ​ໃນ​ດ້ານ​ກຸ່ມ​ຂ່າວ​ຫລື​ວ່າ Usenet Archive ໃນ New Group  ສຳລັບ​ກຸ່ມ​ຍູດ​ເຊີລ໌​ທີ່​ຢູ່ໃນ​ຝັ່ງ​ເອ​ເຊຍ ແລະ Google ກໍ​ສາມາດ​ຮອງ​ຮັບ​ພາສາ     ທົ່ວ​ໂລກ​ໄດ້​ເຖິງ 26 ພາສາ​ແລ້ວ ລວມ​ເຖິງ​ພາສາ​ອາ​ລາ​ບິກ​ແລະ​ພາສາ​ຕວກກີ

ໃນ​ເດືອນ​ທັນວາ Google ໄດ້​ຂະຫຍາຍ​ຄວາມ​ສາມາດ​ໃນ​ການ​ໃຫ້​ບໍລິການ​ໄປ​ອີກ​ຂັ້ນ​ໜຶ່ງ ນອກ​ເໜືອ​ໄປ​ຈາກ​ລະບົບ​ການ​ຄົ້ນ​ຫາ​ຂໍ້​ມູນ​ສ່ວນ​ທີ​ເປັນ​ຕົວ​ຫນັງສື ໂດຍ​ບໍລິການ​ໃໝ່​ທີ່​ຊື່​ວ່າ “Google Image Search” ຊຶ່ງ​ເປັນ​ບໍລິການ​ຄົ້ນ​ຫາ​ຮູບພາບ​ແບບ​ອອນ​ໄລນ໌​ໂດຍ​ໃຊ້​ລະບົບ​ດັດສະ​ນີ​ຄົ້ນ​ຫາ ລວມ​ໄປ​ເຖິງ​ບໍລິການ​ຊື້​ຂາຍ​​ອອນ​ໄລນ໌Google ສາມາດ​ເຂົ້າໄປ​ຄົ້ນ​ຫາ​ອີ​ເມລ໌​ອໍ​ເດີລ໌​ແຄ​ຕາ​ລັອກ​ໄດ້​ຫລາຍກວ່າ 1,100 ລາຍ​ການ ຢ່າງ​ງ່າຍ​ດາຍ ທຽບ​ກັບ​ລະບົບ​ເດີມ​ທີ່​ຕ້ອງ​ໃຊ້​ໂທລະ​ສັບ​ຫລື​ວ່າ​ແຟກຊ໌​ອໍ​ເດີລ໌​ເປັນ​ຫລັກ

ເດືອນ​ທັນວາ​ນີ້​ເບິງຄື​ຈະ​ເປັນ​ເດືອນ​ແຫ່ງ Google ໂດຍ​ແທ້ ເພາະ​ວ່າ​ລະບົບ​ຄົ້ນ​ຫາ​ຂອງ Google ນັ້ນ​ມີ​ຖານ​ຂໍ້​ມູນ​ທີ່​ສາມາດ​ຄົ້ນ​ຫາ​ເອກະສານ​ທີ່​ເປັນ Web Documents ໄດ້​ສູງ​ເຖິງ 3 ພັນ​ລ້ານ​ລາຍ​ການ ເປັນ​ການ​ພັງ​ທະ​ລາຍ​ກຳ​ແພງ​ກັ້ນເຕັກ​ໂນ​ໂລ​ຊີ​ດ້ານ​ຂໍ້​ມູນ​ແບບ​ເດີມໆແລະ​ເຮັດໃຫ້​ໂລກ​ຂອງ​ລະບົບ​ຂໍ້​ມູນ​ຂ່າວ​ສານ​ນັ້ນ​ຖືກ​ຫຍໍ້​ລົງ​ມາ​ເຫລືອ​ພຽງ​ແຕ່​ປາຍ​ນິ້ວ​ຄຼິກ​ເທົ່າ​ນັ້ນ

ປີ 2002 ສານ​ຕໍ່​ເພື່ອ​ສ້າ​ງນະວັດຕະ​ກຳ​ໃໝ່​ໆ ໃນ​ລະ​ດັບ​ໂມ​ເລ​ກຸນ

ເດືອນ​ກຸມພາ 2002 Google ໄດ້ຮັບ​ລາງ​ວັນ “Search Engine Watch Awards” ຊຶ່ງ​ເປັນ​ລາງ​ວັນ​ທີ່​ໄດ້​ຈາກ​ການ​ລົງ​ຄວາມ​ເຫັນ​ຂອງ​ເວັບ​ມາສ​ເຕີລ໌​ຈາກ​ທົ່ວ​ໂລກ​ທີ່​ໃຫ້​ຄະ​ແນນ Google ໃນ​ຖານະ​ບໍລິການ​ຍອດ​ຍ້ຽມ​ດ້ານ​ຕ່າງໆ ເຊັ່ນ Best Image Search Engine, Best Design, Most Webmaster Friendly Search Engine ແລະ​ບໍລິການ Best Search Feature

ນະ​ວັດ​ຕະກຳ​ໃນ​ຊ່ວງ​ປີ​ນີ້​ຂອງ Google ມີ​ການ​ພັດທະນາ​ເຄື່ອງ​ມື​ຊ່ວຍ​ຂຽນ​ໂປຼ​ແກຼມ​ເວັບ​ແອບ​ພິ​ເຄ​ຊັນ (Application Programming Interfaces-APIs) ຊຶ່ງ​ຊ່ວຍ​ເຮັດໃຫ້​ອົງກອນ​ຫລື​ວ່າ​ບໍລິສັດ​ຕ່າງໆ ສາມາດ​ຄົ້ນ​ຫາ​ເອກະສານ​ທີ່​ເກັບ​ແລະ​ໝຸນ​ວຽນ​ຢູ່​ພາຍ​ໃນ​ບໍລິສັດ​ໄດ້​ນັບ​ເປັນ​ພັນ​ລ້ານ​ສະບັບ ແລະ ​ບໍລິການ​ໃໝ່ Google Compute ທີ່​ເພີ່ມ​ເຂົ້າໄປ​ໄວ້​ໃນ Google Toolbar ໂດຍ​ເປັນ​ໂປຼແກຼມ​ທີ່​ສາມາດ​ເຂົ້າໄປ​ກວດ​ຄົ້ນ​ໄດ້​ວ່າ​ຊ່ວງ​ຈັງ​ຫວະ​ເວລາ​ໃດ​ທີ່​ຄອມພິວເຕີ​ຂອງ​ທ່ານເກີດ​ບໍ່​ຍອມ​ເຮັດວຽກ​ຂຶ້ນ​ມາ ໂປຼ​ແກຼມ​ຈະ​ເຂົ້າໄປ​ກວດ​ສອບ​ແລະ​ກະຕຸ້ນ​ໃຫ້​ລະບົບ​ເຮັດວຽກ​ຕາມ​ຫລັກ​​ການທາງຄະ​ນິດ​ສາດ​ຄ້າຍ​ກັບ​ລະບົບ​ການ​ອອກ​ແບບ​ຢາ​ເພື່ອ​ໃຫ້​ເຂົ້າ​ສູ່​ລະບົບ​ການເຮັດວຽກ​ຂອງ​ຮ່າງກາຍ​ນັ້ນ​ເອງ

ມີ​ອີກ​ບໍລິການ​ໜຶ່ງ​ຂອງ Google ໃນ​ເດືອນ​ກຸມພາ​ນີ້​ກໍ​ຄື ບໍລິການ AdWords ບໍລິການ​ກ່ຽວກັບ​ລະບົບ​ໂຄສະ​ນາ​ໂດຍ​ການ​ໃຊ້​ວິທີ​ວັດ​ແບບ Cost-Per-Click (CPC) ເພື່ອ​ເຮັດໃຫ້​ໂຄສະນາ​ນັ້ນ​ສາມາດ​ສື່​ໄປ​ເຖິງ​ກຸ່ມ​ລູກ​ຄ້າ​ທີ່​ເປັນ​ກຸ່ມ​ເປົ້າ​ໝາຍ​ຕ້ອງ​ການ​ຈະ​ຊົມ​ສື່​ໂຄສະນາ​ຕາມ​ທີ່​ຕົວ​ເອງ​ຕ້ອງ​ການ ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ຍັດ​ຍຽດ​ໂຄດ​ນາ​ແບບ​​ເດີມ​ອີກ​ຕໍ່ໄປ ຮຽກວ່າ​ກົງ​ໃຈ​ທັງ​ຜູ້​ບໍລິ​ໂພກ​ແລະ​ບໍລິສັດ​ທີ່​ຕ້ອງ​ການ​ຈະ​ຂາຍ​ສິນ​ຄ້າ​ຂອງ​ຕົນ​ໄດ້​ຫລາຍ​ທີ່ສຸດ

ມາ​ເຖິງ​ເດືອນ​ກັນຍາ​ປີ​ດຽວ​ກັນ​ນີ້ Google ໄດ້​ເປີດ​ເວັບ​ເຊີລ໌​ວິດ Google News ມາ​ໃຫ້​ບໍລິການ​ສຳລັບ​ແຫລ່ງ​ຂໍ້​ມູນ​ຂ່າວ​ສານ​ທົ່ວ​ໂລກ ເປັນ​ບໍລິການ​ຟຼີທີ່​ຍູດເຊີລ໌​ສາ​ມາດ​​ຄົ້ນ​ຫາ​ຫົວຂໍ້​ຂ່າວ​ໃໝ່​ໆ ໄດ້​ຕະຫລອດ​ເວລາ ແລະ​ຊ່ວງ​ສົ່ງ​ທ້າຍ​ປີ 2002 ຄື​ໃນ​ເດືອນ​ທັນວາ ເຮົາ​ກໍ​ໄດ້​ເຫັນ​ບໍລິການ Froogle ບໍລິການ​ຄົ້ນ​ຫາ​ສິນ​ຄ້າ​ທີ່​ມີ​ການ​ຈັດ​ອອກ​ມາ​ເປັນ​ໝວດ​ໝູ່​ຕ່າງໆ ຫລວງຫລາຍ ຊຶ່ງ​ມີ​ເວັບ​ໄຊຕ໌​ໃຫ້​ທ່ານ​ເລືອກ​ຊອບ​ປິ໊ງ​ນັບ​ລ້ານ​ເວັບ​ໄຊຕ໌​ເລີຍ​ທີ່​ດຽວ

ປີ 2003 ປີ​ແຫ່ງ​ການ​ພິກ​ໂສມ​ໃໝ່​ໃຫ້​ກັບ​ວົງ​ການ​ໂຄດ​ນາ

ປີ 2003 ເປັນ​ກ້າວ​ທີ​ສຳຄັນ​ໃນ​ການ​ພິກ​ໂສມ​ໃຫ້​ກັບ​ວົງ​ການ​ໂຄສະ​ນາ​ອອນ​ໄລນ໌​ຜ່ານ​ເວັບ​ໄຊຕ໌​ກັບ​ບໍລິການ Google AdSense ບໍລິການ​ທີ່​ຊ່ວຍ​ເຮັດໃຫ້​ເວັບ​ໄຊຕ໌​ຕ່າງໆ ທີ່​ເຂົ້າ​ມາ​ໃຊ້​ບໍລິການ​ຂອງ Google ສາມາດ​ສ້າງ​ລາຍ​ໄດ້​ໃຫ້​ກັບ​ເວັບ​ໄຊຕ໌​ຂອງ​ຕົນເອງ ດ້ວຍ​ການ​ເພີ່ມ​ມູນ​ຄ່າ​ໜ້າ​ເວັບ​ໄຊຕ໌​ຂອງ​ຕົນເອງ​ພຽງ​ແຕ່ການ​ຄິ້​ກະ​ໜ້າ​ໂຄດ​ນາ​ເທິງ​ເວັບ​ໄຊຕ໌​ເທົ່າ​ນັ້ນ​ເອງ

ພ້ອມ​ກັນ​ນັ້ນ Google Toolbar ເວີລ໌​ຊັນ 2.0 ກໍ​ໄດ້​ອອກ​ສູ່​ທ້ອງຕະຫລາດ​ພ້ອມ ໆ ກັບ Google Deskbar ເທຶ່ອ​ນີ້​ແຖບ​ເຄື່ອງ​ມື Toolbar ຂອງ Google ໄດ້​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ດ້ານ​ຂອງ​ລະບົບ​ປ້ອງ​ກັນ Pop-up ໂຄສະນາ​ຂອງ​ເວັບ​ໄຊຕ໌​ຕ່າງໆ (Pop-Up blocker) ແລະ​ລະບົບ Form Filler ທີ່​ຊ່ວຍ​ລຸດຍ່ອນ​ເວລາ​ໃນ​ການ​ກອກລາຍ​ລະອຽດ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໃນ​ກໍລະນີ​ທີ່​ທ່ານ​ຕ້ອງ​ການ​ໄປ​ສະໝັກ​ໃຊ້​ບໍລິການ​ທີ່​ເວັບ​ໄຊຕ໌​ອື່ນໆ ແລະ​ຕ້ອງ​ມີ​ການ​ກອກ​ຂໍ້​ມູນ​ສະໝັກ​ສະມາຊິກ​ຢູ່​ເປັນ​ປະຈຳ ລວມ​ເຖິງ​ທູນ​ບາລ໌​ຍູ​ທິ​ລິ​ຕີ້​ອື່ນໆ ທີ່​ເຂົ້າ​ມາ​ເສີມ ເຊັ່ນ ລະບົບ​ເຄື່ອງ​ຄິດໄລ່ ຫລື​ລະບົບ​ຄົ້ນ​ຫາ​ສາຍ​ການ​ບິນ ເປັນ​ຕົ້ນ

ປີ 2004 ການ​ປະ​ກາດ​ສັກ​ດາ​ຂອງ Gmail ແລະ​ໂປ​ແກມ Picasa

ມາ​ເຖິງ​ປີ 2004 ປີ​ທີ່​ລະບົບ​ຖານ​ຂໍ້​ມູນ​ດັດສະ​ນີ​ຄົ້ນ​ຫາ​ຂອງ Google ມີ​ຈຳນວນ​ສູງ​ເຖິງ 4.28 ພັນ​ລ້ານ​ໜ້າ   ເວັບ​ເພດ Google ໄດ້ຮັບ​ຕຳແໜ່ງ  “Brand of the Year”  ປະຈຳ​ປີ 2003 ລວມ​ເຖິງສະ​ຖາ​ນີ​ຊ່ອງ​ຂ່າວ ABC News ກໍ​ໃຫ້​ກຽດ Larry ກັບ Sergey ໃນ​ຖານະ “Person of the Week”

ເດືອນ​ກຸມພາ ວັນທີ່ 17 Google ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ ຕອນ​ນີ້​ລະບົບ​ດັດ​ນີ​ຖານ​ຂໍ້​ມູນ​ຂອງ Google ມີ​ຢູ່​ສູງ​ເຖິງ 6 ພັນ​ລ້ານ​ລາຍ​ການ ໂດຍ​ແບ່ງ​ອອກ​ເປັນ​ດັດ​ນີ​ລາຍ​ຊື່​ເວັບ​ໄຊຕ໌ 4.28 ພັນ​ລ້ານ​ຊື່​ເວັບ​ເພດ​ທີ່​ມີ​ພາບ​ເປ້ນ​ສ່ວນ​ປະກອບ​ອີກ 880 ລ້ານ​ເວັບ​ໄຊຕ໌ ແລະ​ມີ​ລະບົບ​ສົ່ງ​ຂໍ້ຄວາມ Usenet ອີກ 845 ລ້ານ​ກຸ່ມ ກາຍ​ເປັນ​ລະບົບ​ຖານ​ຂໍ້​ມູນ​ທີ່​ໃຫຍ່​ທີ່ສຸດ​ໃນ​ບັນດາ​ຜູ້​ໃຫ້​ບໍລິການ​ທັງ​ໝົດ

ລອງອ່ານກ່ຽວກັບ  Google ຕຽມປ່ອຍເເທັບເລັດ

ບໍລິການ​ໃໝ່​ໆ ໃນ​ຊ່ວງ​ຕົ້ນ​ປີ 2004 ນີ້​ກໍ​ມີ ບໍລິການ Local Search ຊຶ່ງ​ເປັນ​ບໍລິການ​ແຜນ​ທີ່​ປະຈຳ​ເມືອງ​ຫລື​ລັດ​ຕ່າງໆ ໃນ​ອະເມ​ລິ​ກາ ຍູດ​ເຊີລ໌​ສາມາດ​ຄິ້​ກເຂົ້າໄປ​ຄົ້ນ​ຫາ​ຮ້າານ​ຄ້າ​ຫລື​ວ່າ​ແຫລ່ງ​ທ່ອງ​ທ່ຽວ​ຕ່າງໆ ທີ່​ສຳຄັນ​ໄດ້​ແລະ​ບໍລິການ Personalized search ອັນ​ນີ້​ກໍ​ເປັນ​ບໍລິການ​ທີ່​ຕໍ່ຍອດ​ມາ​ຈາກ​ຄົນທີ່​ເປັນ​ສະມາຊິກ​ອີ​ເມລ໌​ຂອງ Google ຍູດ​ເຊີລ໌​ສາມາດ​ເຂົ້າໄປ​ຄົ້ນ​ຫາ​ລາຍ​ຊື່​ຂອງ​ດັດ​ນີ​ຄົ້ນ​ຫາ​ຕ່າງໆ ໃນ​ອະ​ດີດ​ທີ່​ທ່ານເຄີຍ​ເຮັດ​ເອົາ​ໄວ້ ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ມາ​ເລີ່ມ​ຄົ້ນ​ຫາ​ໄໝ່​ອີກ ພຽງ​ແຕ່​ວ່າ​ຖ້າ​ຈະ​ໃຊ້​ບໍລິການ​ນີ້ເຈົ້າ​ຈະ​ຕ້ອງ​ເຂົ້າໄປ​ຈົດ​ທະ​ບຽນ Google Account ເສຍ​ກ່ອນ

ວັນທີ່ 1 ເມ​ສາ Google ໄດ້​ປະ​ກາດ​ບໍລິການ​ໃໝ່​ລ່າ​ສຸດ​ທີ່​ທ້າ​ທາຍ​ຍັກ​ໃຫຍ່​ບໍ່​ວ່າ​ຈະ​ເປັນ Yahoo! ຫລື​ວ່າ Microsoft MSN ກັບ​ບໍລິການ Web-based mail service ທີ່​ຮຽກວ່າ Gmail ຊຶ່ງ​ໃຫ້​ບໍລິການ​ພື້ນ​ທີ່​ເກັບ​ຈົດຫມາຍ​ໃຫ້​ກັບ​ຍູດ​ເຊີລ໌​ກວ່າ 2.6 ກິ​ກກະ​ໄບຕ໌ ຊຶ່ງ​ຖື​ວ່າ​ເປັນ​ພື້ນ​ທີ່​ເກັບ​ຈົດຫມາຍ​ທີ່​ຫລາຍກວ່າ Yahoo! ສຳລັບ​ຟຼີ​ອີ​ເມລ໌​ທີ່​ໃຫ້​ພື້ນ​ທີ່ 1 ກິ​ກກະ​ໄບຕ໌​ເສຍ​ອີກ

ບໍລິການ​ໃໝ່​ທີ່​ກ່ຽວກັບ​ການ​ຄົ້ນ​ຫາ​ຮູບ​ພາບ Picasa ໄດ້​ເລິມເປີດ​ຕົວ​ໃນ​ວັນທີ່ 13 ກໍລະກົດ ບໍລິການ​ທີ່​ເຮັດໃຫ້​ທ່ານ​ສາມາດ​ບໍລິຫານ​ພາບ​ຖ່າຍ​ດິ​ຈິ​ຕອນ​ຂອງ​ທ່ານໄດ້​ຢ່າງ​ງ່າຍໆ ບໍ່​ວ່າ​ຈະ​ເປັນ​ໃນ​ເລື່ອງ​ຂອງ​ການ​ຈັດ​ເກັບ​ພາບ​ໃຫ້ເປັນ​ໝວດ​ໝູ່​ຫລື​ວ່າ​ການ​ແຊລ໌​ພາບ​ຖ່າຍ​ຂອງ​ທ່ານໄປ​ໃຫ້​ກັບ​ຄົນ​ອື່ນໆ

ວັນທີ່ 14 ຕຸລາ Google ໄດ້​ນຳ​ບໍລິການ Google Desktop Search ເວີລ໌​ຊັນທຳອິດ​ອອກ​ສູ່​ທ້ອງຕະຫລາດ​ໃນ​ຖານະ​ຟຼີແວລ໌ ແລະ​ບໍລິການ Google SMS ສຳລັບ​ສົ່ງ SMS ເຂົ້າ​ກັບ​ເຄື່ອງ​ໂຊ​ສັບ​ມື​ຖື​ຂອງ​ທ່ານ ໂດຍ​ບໍ່​ວ່າ​ທ່ານຈະ​ຢູ່​ທີ່ໃດ​ໃນ​ໂລກ​ທີ່​ມີ​ເຄືອ​ຂ່າຍ​ສັນ​ຍານ​ຂອງ​ໂທລະສັບ​ມື​ຖື

ປິດ​ທ້າຍ​ໃນ​ເດືອນ​ທັນວາ ບໍລິການ​ສົ່ງ​ທ້າຍ​ປີ​ຂອງ Google ຄື Google Groups ເວີລ໌​ຊັນ​ລ່າ​ສຸດ​ຊຶ່ງ​ເປັນ​ບໍລິການ Usenet ທີ່​ມີ​ກຸ່ມ​ຫົວຂໍ້​ຕ່າງໆ ໃຫ້​ເລືອກ​ເຖິງ 1 ພັນ​ລ້ານ​ເລື່ອງ​ຕໍ່ຍ​ອດ​ມາ​ຕັ້ງ​ແຕ່​ປີ 2001 ເວີລ໌​ຊັນ​ນີ້        ຍູດ​ເຊີລ໌​ສາມາດ​ທີ່​ຈະ​ສ້າງ​ແລະ​ບໍລິຫານ​ອີ​ເມລ໌​ແບບ​ເປັນ​ກຸ໊​ປະ​ສ່ວນ​ຕົວ​ຂອງ​ເຈົ້າ​ເອງ ສະມາຊິກ​ໃນ​ກຸ່ມ​ສາມາດ​ເຂົ້າ​ມາ​ໂອລົມ​ບັນຫາ​ຫລື​ວ່າ​ປະ​ເດັນ​ກັນ​ໄດ້​ທຸກ​ເລື່ອງ ແລະ​ບໍລິການ Google Print ຊຶ່ງ​ເປັນ​ບໍລິການ​ທີ່​ເກີດ​ຈາກ​ຄວາມ​ຮ່ວມ​ມື​ລະຫວ່າງ​ຫ້ອງສະຫມຸດ​ຂອງ​ມະຫາ​ວິທະຍາ​ໄລ Harvard, Stanford, Michigan, Oxford ແລະ​ຫ້ອງສະຫ​ມຸດ​ສາທາລະນະ​ຂອງ​ກຸງ​ນິວ​ຍອລ໌​ກ ທີ່​ເປີດ​ໂອ​ກາດ​ໃຫ້​ຍູດ​ເຊີລ໌​ສາມາດ​ເຂົ້າໄປ​ສະ​ແກນ​ເບິ່ງ​ໜ້າ​ຕົວ​ຢ່າງ​ຫນັງສື​ທີ່​ໄດ້ຮັບ​ການ​ເກັບ​ສະ​ສົມ​ເອົາ​ໄວ້​ໃນ​ຫ້ອງສະຫ​ມຸດ​ໄດ້ ໂດຍ​ໃຊ້​ດັດ​ສະນີ​ຄົ້ນ​ຫາ​ຂອງ Google

ປີ 2005 ກັບ​ການ​ມາ​ຂອງ Google Earth

ນັບ​ໄດ້​ວ່າ​ເປັນ​ປີ​ຂອງ Google ທີ່​ມີ​ບໍລິການ​ໃໝ່​ໆ ອອກ​ມາ​ເປັນ​ຈຳນວນ​ຫລາຍ ຕັ້ງ​ແຕ່​ໂປ​ແກມ​ເວີລ໌​ຊັນ​ລ່າ​ສຸດ​ຂອງ Google Desktop Search ແລະ Google Search for the Enterprise ບໍລິການ​ຈັດການ​ງານ​ດ້ານ​ຂໍ້​ມູນ​ຂ່າວ​ສານ ລະບົບ​ຮັກສາ​ຄວາມ​ປອດ​ໄພ ແລະ​ລະບົບ​ການ​ຄວບ​ຄຸມ​ດ້ານ IT ຂອງ​ອົງກອນ

ສ່ວນ​ບໍລິການ​ຫລັງ​ອື່ນໆ ຂອງ Google ໃນ​ປີ 2005 ນີ້​ກໍ​ຍັງມີ Google Maps, Google Talk, Google Blog Search ແລະ​ທີ່​ໂດ່ງ​ດັ່ງ​​ກໍ​ຄື ບໍລິການ Google Earth ເທກ​ໂນ​ໂລ​ຍີ​ພາບ​ຖ່າຍ​ດິ​ຈິ​ຕອນ​ຈາກ​ດາວ​ທຽມ​ທີ່​ເຮັດໃຫ້​ທ່ານ​ສາມາດ​ເຫັນ​ແຜນ​ທີ່​ໂລກ​ທັງ​ໂລກ​ທັງ​ຈາກ​ລະ​ຍະ​ໃກ້​ແລະ​ລະ​ຍະ​ໄກ​ພຽງ​ແຕ່​ການ​ຄິກ​ບໍ່​ເທົ່າ​ຄິກ​ເທິງ​ໜ້າ​ຈໍ​ຄອມພິວເຕີ​ນັ້ນ​ເອງ

ປີ 2006 ປີ​ແຫ່ງ​ການ​ເຂົ້າ​ສູ່​ລະບົບ​ວິ​ດີ​ໂອ​ອອນ​ໄລນ໌

ຖື​ໄດ້​ວ່າ​ປີ 2006 ນີ້​ເປັນ​ປີ​ທອງ​ຂອງ Google ທີ່​ຂະຫຍາຍ​ໄລນ໌​ທຸລະກິດ​ອອກ​ໄປ​ສູ່​ສັງຄົມ​ຄົນ​ບັນ​ເທີງ​ທີ່​ມີ​ຖານ​ຜູ້​ຊົມ​ເປັນ​ຈຳນວນ​ມະຫາ​ສານ​ຄອຍຖ້າ​ຮອງ​ຮັບ​ກັບ​ບໍລິການ Google Vides Store ບໍລິການ​ຮ້ານ​ເຊົ່າ​ວິ​ດີ​ໂອ​ແບບ​ອອນ​ໄລນ໌​ທີ່​ທ່ານ​ສາມາດ​ເຂົ້າໄປ​ຊົມ​ຄຸນນະພາບ​ວິ​ດີ​ໂອ ທັງ​ລະບົບ​ເຊົ່າ​ຫລື​ວ່າ​ດາວນ໌​ໂຫລດ​ຊື້​ລາຍ​ການ​ຕ່າງໆ ຈາກ​ລາຍ​ການ​ກີລາ​ດັ່ງ​ໆ ຫນັງ,​ທີ​ວີ​ຊີ​ລີສ໌​ເລື່ອງ​ດັ່ງ, ລາຍ​ການ​ທີ​ວີ​ໂຊວ໌, ຫລື​ວ່າ​ມິວ​ສິ​ຄວິ​ດີ​ໂອ​ແບບ​ເວັບ​ອອນ​ໄລນ໌​ໄດ້​ຈາກ​ເວັບ​ໄຊຕ໌​ແຫ່ງ​ນີ້

ນອກ​ຈາກ​ນັ້ນ Google ຍັງ​ເປີດ​ໂອ​ກາດ​ໃຫ້​ທ່ານ​ສາມາດ​ເຂົ້າໄປ​ດາວນ໌​ໂຫລດ​ສຸດ​ຍອດ​ຂອງ​ໂປ​ແກມ​ລວມ​ຮິດ​ຂອງ Google ນັ້ນ​ກໍ​ຄື Google Pack ເປັນ​ຊຸດ​ໂປ​ແກມ​ທີ່​ຊ່ວຍ​ເສີມ​ປະ​ສິດ​ທິ​ພາບ​ຂອງບຼາວ​ເຊີລ໌​ແລະ​ເຮັດໃຫ້​ການ​ທ່ອງ​ເວັບ​ຂອງ​ທ່ານ​ນັ້ນ​ງ່າຍ​ຂຶ້ນ​ກວ່າ​ເກົ່າ​ຫລາຍ​​ເທົ່າ

ປະຫວັດ​ໂດຍ​ຫຍໍ້​ຂອງ Sergey Brin


ຕຳແໜ່ງ​ຫນ້າທີ່​ໃນ​ປະຈຸບັນ: Co-Founder & President. Technology

Sergey Brin ​ເກີດ​ໃນ​ກຸງ​ມອດ​ໂຄວ໌ ຈົບ​ການສຶກສາ​ປະລິນ​ຍາ​ຕີ​ຈາກ​ມະຫາ​ວິທະຍາ​ໄລ​ແມ​ລີ່​ແລນດ໌ ໂດຍ​ໄດ້ຮັບ​ຄະ​ແນນ​ກຽດ​ນິຍົມ​ຈາກ​ສາ​ຂາ​ວິ​ຊາ mathematics and computer science ແລະ​ເຂົ້າ​ຮຽນ​ຕໍ່​ຫລັກ​ສູດ​ປິນ​ຍາ​ໂທ Ph. D. ທາງ​ດ້ານ Computer Science ຈາກ​ມະຫາ​ວິທະຍາ​ໄລ​ສະ​ແຕນ​ຟອລ໌​ດ ທີ່​ຊຶ່ງ​ພວກເຂົາ​ໄດ້​ພົບ​ກັບ Larry Page ແລະ​ເຮັດວຽກ​ໃນ​ໂຄງ​ການສ້າງ Search Engine ຮ່ວມ​ກັນ​ຕັ້ງ​ແຕ່​ປີ 1998

Sergey Brin ເປັນ​ນັກ​ວິ​ໄຈ​ດາວ​ລຸ່ງ​ທີ່​ມີ​ຜົນ​ງານ​ດ້ານ​ການ​ຄົ້ນ​ຄວ້າ​ກ່ຽວກັບ​ລະບົບ​ຖານ​ຂໍ້​ມູນ​ຫລວງຫລາຍ​ທີ່​ໄດ້ຮັບ​ການ​ຕີ​ພິມ ອາ​ທິ​ເຊັ່ນ Extracting Patterns and Relations from the World Wide Web; Dynamic Data Mining: A New Architecture for Data with High Dimensionality, Which he published with Larry Page; Scalable Techniques for Mining Casual Structures; Dynamic Itemset Counting and Implication Rules for Market Basket Data. ແລະ Beyond Market Baskets: Generalizing.

ປະຈຸບັນ​ນອກ​ເໜືອ​ຈາກ​ງານ​ບໍລິການ​ໃນ Google ແລ້ວ ພວກເຂົາ​ມັກ​ຈະ​ໄດ້ຮັບ​ເຊີນ​ໃຫ້​ອອກ​ໄປ​ຂະຫຍາຍ​ໂອ້ລົມ​ໃນ​ເລື່ອງ​ຂອງ​ເທກ​ໂນ​ໂລ​ຍີ​ຂອງ​ລະບົບ​ດັດ​ສະນີ​ຄົ້ນ​ຫາ​ໃນ​ອະນາຄົດ ຕາມ​ລາຍ​ການ​ຊື່​ດັ່ງ​ຕ່າງ ໆ ບໍ່​ວ່າ​ຈະ​ເປັນ World Economic Porum and the Technology, Entertainment and Design Conference ຫລື​ວ່າ​ຕາ​ມສະ​ຖາ​ນີ​ໂທລະ​ທັດ​ຕ່າງເຊັ່ນ: CNBC, ABC ແລະ CNN ເປັນ​ຕົ້ນ

ລອງອ່ານກ່ຽວກັບ  ຍ້ອນອະດີດ iPhone ແຕ່ລຸ້ນທຳອິດຮອດປະຈຸບັນ

ປະຫວັດ​ໂດຍ​ຫຍໍ້​ຂອງ Larry Page


ຕຳແໜ່ງ​ຫນ້າທີ່​ໃນ​ປະຈຸບັນ: Co-Founder & President. Products

Larry Page ໜຶ່ງ​ໃນ​ສອງ​ຜູ້​ຮ່ວມ​ກໍ່​ຕັ້ງ​ອານາຈັກ​ອັນ​ຍິ່ງ​ໃຫຍ່​ຂອງ Google ເປັນ​ລູກຊາຍ​ຂອງ Dr. Carl   Victor  Page ສາສະດາ​ຈານທີ່​ສະເໜີ​ວິ​ຊາ Computer science ຂອງ​ມະຫາ​ວິທະຍາ​ໄລ​ມິ​ຊິ​ແກນ ລານ​ລີ່​ເລີ່ມ​ຫລົງ​ໃຫລ​ໃນ​ຄອມພິວເຕີ​ຕັ້ງ​ແຕ່​ອາ​ຍຸ​ໄດ້ 6 ປີ ແລະ​ຈົບ​ການສຶກສາ​ຈາກ​ມະຫາ​ວິທະຍາ​ໄລ​ມິ​ຊິ​ແກນ​ດ້ວຍ​ຄະ​ແນນ​ລະ​ດັບ​ກຽດ​ນິຍົມ​ທາງ​ດ້ານ​ວິ​ສະວະກຳ​ຄອມພິວເຕີ

ຂະນະ​ທີ່​ລານ​ລີ່​ໄດ້​ເຂົ້າ​ຮຽນ​ຫລັກ​ສູດ Ph. D ທາງ​ດ້ານ Computer science ທີ່​ມະຫາ​ວິທະຍາ​ໄລ​ສະ​ແຕນ​ຟອລ໌​ດ ໃນ​ປີ 1998 ລານ​ລີ່​ໄດ້​ພົບ​ກັບ​ເພື່ອນ​ຄູ່​ຫູ Sergey Brin ທີ່​ມີ​ອຸດົມ​ການດຽວ​ກັນ​ແລະ​ຮ່ວມ​ກັນ​ພັດທະນາ Google ຂຶ້ນ​ມາ​ຈົນກະທັ້ງ​ລານ​ລີ່​ຈົບ​ປິນ​ຍາ​ໂທ​ຈາກ​ມະຫາ​ວິທະຍາ​ໄລ​ສະ​ແຕນ​ຟອລ໌​ດແລະ​ໃນ​ປີ 2004 ລານ​ລີ່​ກໍ​ໄດ້ຮັບ​ລາງ​ວັນ Marconi Prize ແລະ​ໄດ້ຮັບ​ແຕ່ງ​ຕັ້ງ​ໃຫ້ເປັນ​ໜຶ່ງ​ໃນ​ຄະນະ​ກຳມະການ​ຂອງສະ​ຖາ​ບັນ​ວິ​ສະວະກຳ​ແຫ່ງ​ຊາດ​.

ທັງ​ໝົດ​ນີ້​ເປັນ​​ປະຫວັດ​ຂອງ Google ໂດຍສັງເຂບ ຊຶ່ງ​ຜົມ​ໄດ້​ລວບລວມ​ເອົາ​ມາ​ສະຫລຸບ​ໃຫ້​ໄດ້​ອ່ານ​ກັນ​ເພາະ​ວ່າ Google ນັ້ນ​ເລີ່ມ​ຕົ້ນ​ຈາກ​ຫ້ອງ​ແລັບ ຊຶ່ງ​ເປັນ​ຫ້ອງ​ພັກ​ໃນ​ມະຫາ​ວິທະຍາ​ໄລ​ຂອງ 2 ນັກ​ສຶກ​ສາ ທີ່​ມີ​ອຸດົມ​ການ​ແລະ​ຄວາມ​ຄິດ​ທີ່​ຄືກັນ ມາ​ເຖິງ​ມື້​ນີ້​ທຸລະກິດ​ຂອງ 2 ໜຸ່ມ​ນັ້ນ​ແຕກ​ໄລນ໌​ໄປ​ແບບ​ບໍ່​ຢຸດ​ແລ້ວ ຖ້າ​ນັບ​ເປັນ​ມູນ​ຄ່າ​ກໍ​ເປັນ​ພັນ​ເປັນ​ໝື່ນ​ລ້ານ​ດອນ​ລາລ໌ ຖື​ໄດ້​ວ່າ​ເປັນ​ກໍລະນີ​ສຶກ​ສາ​ທາງ​ດ້ານ​ໄອ​ທີ​ທີ່​ເຮົາ​ສາມາດ​ນຳ​ໄປ​ສຶກ​ສາ ​ແລະ​ເປັນ​ຕົວ​ຢ່າງ​ຂອງ​ຄົົນທີ່​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ເປັນ​ຢ່າງ​ດີ. ເອົາໄວ້ໂອກາດຫນ້າຈະມາຂຽນຕື່ມກ່ຽວກັບຊ່ວງຫລັງເຖິງປະຈຸບັນ.

ທີ່ມາ: internet


Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຕ້ອງຂອບໃຈສອງຄົນນີ້ຫລາຍໆ ທີ່ເຮັດໃຫ້ໂລກມາຢູ່ໃນມືເຮົາ
    ຄາລາວະ

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.