ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດຜູ້ໃຊ້ Windows 7 ຫລາຍແຊງຫນ້າ Vista ແລ້ວ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ພາຍ​ໃນ​ລະ​ຍະ​ເວລາ​ບໍ່​ເຖິງ​ປີ ຍອດ​ຜູ້​ໃຊ້ Windows 7 ທົ່ວ​ໂລກ ແຊງ​ໜ້າ Vista ໄປ​ຮຽບຮ້ອຍ​ແລ້ວ ຢ່າງໃດ​ກໍ​ຕາມ ຍອດ​ລວມ​ຂອງ​ການ​ໃຊ້ Windows ທັງ​ສອງ​ເວີລ໌​ຊັນ​ຍັງ​ພ່າຍແພ້ໃຫ້ກັບ Windows XP ທີ່​ຄອງ​ໃຈ​ຜູ້​ໃຊ້​ມາ​ຍາວນານ

Windows Vista ວາ​ງຕະຫລາດ​ໃນ​ປີ 2007 ແຕ່​ເບິ່ງ​ຄືກັບວ່າມັນ​ຈະ​ບໍ່​ໄດ້ຮັບ​ຄວາມ​ນິຍົມ​ເທົ່າ​ທີ່​ຄວນ ອີກ​ທັງ​ມີ​ລາຍ​ງານ​ຂ່າວ​ການ​ພົບ​ຂໍ້​ບົກຜ່ອງ​ຂອງ​ການເຮັດວຽກງານ​ຕະຫລອດ​ຈົນ​ປະ​ສິດ​ທິ​ພາບ ແລະ​ສະ​ຖຽນ​ພາບ​ການເຮັດວຽກງານ​ທີ່​ບໍ່​ຄ່ອຍ​ເປັນ​ທີ່​ໜ້າ​ພໍ​ໃຈ​ນັກ​ຂອງ​ຜູ້​ໃຊ້ ໂດຍ​ສະເພາະ​ຄວາມ​ບໍ່​ເຂົ້າ​ກັນ​ຂອງ​ແອບ​ພິ​ເຄ​ຊັນ ຕະຫລອດ​ຈົນ​ຄວາມ​ຕ້ອງ​ການ​ຂອງ​ຮາລ໌​ດແວລ໌ ແລະ​ບັນຫາ​ການ​ໃຊ້​ງານ​ລະບົບ​ຮັກສາຄວາມ​ປອດ​ໄພ​ຂອງ​ບັນ​ຊີ​ຜູ້​ໃຊ້ (UAC) ຊຶ່ງ​ທັງ​ໝົດ​ທັງ​ມວນ​ເຮັດໃຫ້ Vista ບໍ່​ແຮງ​ຕາມ​ທີ່​ຄາດ

ຈົນກະ​ທັ່ງ Windows 7 ລະບົບ​ປະຕິບັດການ​ທີ່​ເປັນ​ຄວາມ​ຫວັງ​ຂອງ​ທັງ​ໄມ​ໂຄ​ຊອຟົທ໌ແລະ​ຜູ້​ບໍລິ​ໂພກ​ກໍ​ເຜີຍ​ໂສມ​ອອກ​ມາ ເມື່ອ​ເດືອນ​ກັນຍາ​ປີ 2009 (ຫລັງ​ຈາກ Vista ວາ​ງຕະຫລາດ​ໄດ້​ພຽງແຕ່ 2 ປີ) ປາກົດ​ວ່າ ມັນ​ສອບ​ຜ່ານ​ທັງ​ໃນ​ແງ່​ຂອງ​ປະ​ສິດ​ທິ​ພາບ ແລະ​ສະຖຽນລະພາບ​ການເຮັດວຽກ​ຈົນ​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​ວ່ອງໄວ ສະ​ຖິ​ຕິ​ຍອດ​ຂາຍ​ທີ່​ເຄີຍ​ເປັນ​ຂ່າວ​ກໍ​ຄື​ຫລາຍກວ່າ 7 ກ່ອງ​ຕໍ່​ວິ​ນາ​ທີ ລ່າ​ສຸດ NetApplications ລາຍງານ​ວ່າ ຍອດ​ຜູ້​ໃຊ້ Windows ທົ່ວ​ໂລກ 90.67% ຂອງ​ຕະ​ຫລາດ OS ແບ່ງ​ເປັນ Windows XP ຫລາຍ​ເຖິງ 61.87% ຕາມ​ດ້ວຍ Windows 7 ທີ່​ຂຶ້ນ​ມາ​ເປັນ​ອັນ​ດັບ​ສອງ 14.46% ແລະ Vista ​ທິ້ມທ້າຍ​ທີ່ 14.34% (ໃນ​ສະ​ຫະລັດ Vista ຍັງ​ເປັນ​ອັນ​ດັບ​ສອງ​ດ້ວຍ % ທີ່​ຖິ້ມ​ຫ່າງ Windows 7 ພໍ​ສົມຄວນ) ຢ່າງໃດ​ກໍ​ຕາມ ຍອດ​ການ​ໃຊ້​ລະບົບ​ປະຕິບັດການ Windows ໂດຍ​ລວມ​ຕົກລົງ​ຈາກ​ເດືອ​ນກໍລະກົດ​ທີ່ 92% ຄາດ​ວ່າ​ເປັນ​ຜົນ​ມາ​ຈາກ​ຍອດ​ຂາຍ Apple Mac ທີ່​ເພີ່ມ​ຂຶ້ນ​ເລັກນ້ອຍ

ຂໍ້​ມູນ​ຈາກ: digitaltrends, arip

ລອງອ່ານກ່ຽວກັບ  Apple iOS 4.1 ເປີດໃຫ້ອັບເດດກັນແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.