ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເປີດຕຳນານ White-Hat Hacker ລະດັບໂລກ

ລາຍງານພິເສດ

ຕໍ່ຈາກຄັ້ງກ່ອນທີ່ຂຽນກ່ຽວກັບ ຕຳ​ນານ Black-hat Hacker ລະ​ດັບ​ໂລກ ມື້ນີ້ມາຕໍ່ກັບ ຕຳນານ White-Hat Hacker ລະດັບໂລກ ມາເລີ່ມຕົ້ນກັບຄົນທຳອິດເລີຍ

Stephen Wozniak

ເວົ້າ​ເຖິງ Apple Computer ໃຜໆ​ກໍ​ອາດຈະ​ນຶກ​ເຖິງ Steve Jobsຊາຍ​ໜຸ່ມ​ຫົວ​​ລ້ານ​ຊຶ່ງ​ຫລາຍໆ​ຄົນ​ລໍຖ້າ KeyNote ຂອງ​ເຄົ້າ​ໃນ​ງານ MacWorldConference ທຸກ​ປີ ແຕ່​ຫາ​ຮູ້​ບໍ່​ວ່າ​ແທ້ຈິງ​ແລ້ວ​ຖ້າ Apple Computer ຂາດ​ຜູ້ຊາຍ​ຄົນ​ນີ້​ໄປ​ ມັນ​ຈະ​ບໍ່​ມີ​ມື້​ນີ້​ແນ່ນອນ ເພາະ Steve Wozniakຄື​ຜູ້ຮ່ວມກໍ່ຕັ້ງ Apple Computer ການ​ເປັນ Hacker ຊ່ວງ​ທຳອິດ​ຂອງ​ລາວ​ຢູ່​ທີ່​ ລາວ​ໄດ້​ໄປ​ອ່ານ​ບົດ​ຄວາມ​ເລື່ອງ​ການ​ເຈາະ​ລະບົບ​ໂທລະສັບ ໃນ​ຫນັງສື Esquire ເຂົ້າ​ ຫລັງ​ຈາກ​ທີ່​ລົມ​ກັບ Steve Jobs ພວກ​ພວກເຂົາ​ກໍ​ໄດ້​ຄິດ​ຄົ້ນ BlueBoxເຄື່ອງ​ເຈາະ​ລະບົບ​ໂທລະ​ສັບ​ທີ່​ເຮັດໃຫ້​ທ່ານສາມາດ ໂທ​ທາງ​ໄກ​ໄດ້​ຟຼີໆ (ເອົາ​ເຂົ້າໄປ) ມີ​ເທື່ອ​ໜຶ່ງ Wozniak ໄດ້​ລັກໃຊ້​ເຄື່ອງ BlueBox ໂທຫາ ​ພະ​ສັນ​ຕະ​ປາ​ປາ​ໂດຍ​ປອມ​ຕົວ​ວ່າ​ເປັນ Henry Kissingerລັດ​ມົນ​ຕີກ​ລະ​ຊວງ​ການ​ຕ່າງ​ປະເທດ​ຂອງ​ສະຫະຫລັດ​ໃນ​ຕອນ​ນັ້ນ​ແສບ​ ແທ້ໆ ສຳລັບຊ່ວງ​ທຳອິດຂອງ​ການ​ກໍ່​ຕັ້ງ Apple Computer. Wozniakໄດ້​ຂາຍ​ເຄື່ອງ​ຄິດ​ເລກ​ແສນ​ແພງ​ຂອງ​ພວກເຂົາ ແລະ Jobs ໄດ້​ຂາຍ​ລົດ​ຕູ້​ຂອງ​ພວກເຂົາ​ເພື່ອ​ເປັນ​ທຶນ​ໃນ​ການ​ກໍ່​ຕັ້ງ Apple Computer  ແລະ​ສຸ​ດທ້າຍ​ເຄື່ອງ Apple ກໍ​ວາ​ງຕະຫລາດ ແລະ​ທັງ​ຄູ່​ໄດ້​ຂາຍ​ເຄື່ອງ​ນີ້​ໃນ​ລາ​ຄາ​ເຄື່ອງ​ລະ 666.66$.

Tim Berners-Lee

ຕ້ອງ​ຂໍ​ບອກວ່າ ຖ້າ​ບໍ່​ມີ​ອີ​ຕາ​ນີ້​ໂລກ​ເຮົາ​ຈະ​ບໍ່​ມີ​ຄຳ​ວ່າ World Wide Web ​ເພາະ​ລາວຄົນ​ນີ້​ຄືຄົົນທີ່ ຄິດ​ຄົ້ນ www ຂຶ້ນ​ເທິງ​ໂລກ. Tim Berners-Leeເປັນ​ລູກ​ຂອງ​ສອງ​ນັກ​ຄະ​ນິດ​ສາດ​ລະ​ດັບ​ໂລກ Convey ແລະ ​Mary Berners-Leeຊຶ່ງ​ເປັນ​ທີມ​ສ້າງ​ເຄື່ອງ​ຄອມພິວເຕີ Manchester Mark 1ເຄື່ອງ​ຄອມພິວເຕີ​ລຸ້ນ​ແລກໆ​ຂອງ​ໂລກໃນ​ປີ 1989.  Tim Berners-Lee ເຮັດວຽກ​ເປັນ FreeLance ຢູ່​ທີ່ CERN (ສູນ​ວິ​ໄຈ​ເລື່ອງ​ນິວ​ເຄຍ​ຂອງ​ເອີຣົບ) ຊຶ່ງ​ເປັນ​ເຄືອ​ຂ່າຍ​ອິນ​ເຕີລ໌​ເນັດ​ທີ່​ໃຫຍ່ ທີ່ສຸດ​ຂອງ​ເອີຣົບ ​ພວກເຂົາ​ໄດ້​ຄິດ​ຄົ້ນ​ລະບົບ​ຂໍ້ຄວາມ​ຫລາຍ​ມິ​ຕິ (Hypertext) ຂຶ້ນ​ມາ ຊຶ່ງ​ເມື່ອ​ມັນ​ຜະ​ໜວກ​ເຂົ້າ​ກັບ TCP ແລະ DNS  ມັນ​ຈະ​ເປັນ​ຄວາມ​ສຸດ​ຍອດ​ຂອງ HyperText ແນ່ນອນ​ແລະ​ຫລັງ​ຈາກ​ນັ້ນ​ມັນ​ຈຶ່ງ​ກາຍ​ເປັນ ​World Wide Web ໃນປີ 1990.  ເມື່ອ​ປີ 2005 ພວກເຂົາ​ໄດ້ຮັບ​ລາງ​ວັນ 1 ໃນ​ຮ້ອຍ​ບຸກ​ຄົນ​ທີ່​ຊົງ​ອິດທິພົນ​ຕໍ່​ຄົນ​ທັງ​ໂລກ​ຫລາຍ​ທີ່ສຸດ ແລະ​ໃນ​ປີ 2007  Tim Berners-Lee ໄດ້ຮັບ​ພະ​ລາດຊະທານ​ເຄື່ອງ​ລາດ​ອິ​ສຢາ​ພົນຝ່າຍ​ໜ້າ​ຈາກ​ສົມ​ເດັດ​ພະ​ບະ​ລົມ​ ລາ​ຊິ​ນີ​ເອ​ລິ​ຊາເບດ​ທີ່​ສອງ ເປັນ​ການ​ສ່ວນ​ພະອົງ​ເຮັດໃຫ້​ຕອນ​ນີ້​ລາວ​ກາຍ​ເປັນ Sir Tim Berners-Lee ໄປ​ແລ້​ວ. ຜົນ​ງານ​ການ Hack ຂອງ Tim Berners-Lee ບໍ່​ເປັນ​ທີ່​ປາກົດ ແຕ່​ວ່າ​ເລື່ອງ​ນີ້​ກໍ​ເຮັດໃຫ້​ລາວຖືກ​ໄລ່​ອອກຈາກ​ມະຫາ​ວິທະຍາ​ໄລ Oxford. ເວັບ​ໄຊຕ໌​ທຳອິດຂອງ​ໂລກ​ຄື Welcome to info.cern.ch ສ້າງ​ຂຶ້ນ​ໂດຍ Tim Berners-Lee ນີ້​ແລະ.

Linus Torvalds

ພໍ່​ຜູ້​ໃຫ້​ກຳ​ເນີດ Linux ລະບົບ​ປະຕິບັດການ Unixທີ່​ຄົນ​ນິຍົມ​ກັນ​ຫລາຍ​ທີ່ສຸດ​ໃນ​ໂລກ​ຂະນະ​ນີ້ ໃນ​ປີ 1991ຂະນະ​ທີ່​ພວກເຂົາ​ຍັງ​ເປັນ​ນັກ​ສຶກ​ສາ​ມະຫາ​ວິທະຍາ​ໄລ ເຮນ​ຊິງ​ກິ ພວກເຂົາ​ໄດ້​ສ້າງ linux kernelຂຶ້ນ​ຈາກ​ພື້ນ​ຖານ​ຂອງ​ລະບົບ​ປະຕິບັດການ Minix ຂຶ້ນ ຫລັງ​ຈາກ​ນັ້ນ​ພວກເຂົາ​ກໍ​ຮວບຮວມ​​ພັກ​ພວກ​ມາ​ຊ່ວຍ​ກັນ​ຂຽນ​ແລະ​ຊ່ວຍ​ກັນ​ ພັດທະນາ​ຕໍ່​ກັນ​ທາງ ອິນ​ເຕີລ໌​ເນັດ ໂດຍ​ທີ່​ພວກເຂົາ​ເປັນ​ຄົນ​ຮວບຮວມ ກວດ​ສອບ​ແລະ​ແຈກ​ຈ່າຍ​ງານ​ໄປ​ຍັງ​ໂປ​ແກມ​ເມີລ໌​ຕ່າງໆ​ທົ່ວ​ໂລກ​ລວມ​ເຖິງ​ແຈກ ​ຈ່າຍ​ໃຫ້​ຄົນ​ຊ່ວຍ ກັນ​ເອົາ​ໄປ​ໃຊ້​ຟຼີໆ​ອີກ​ດ້ວຍ​ຈຸດ​ທີ່​ໜ້າ​ສົນ​ໃຈ​ຂອງ​ໂຄງ​ການ​ນີ້​ກໍ​ຄື ທຸກ​ຄົົນທີ່​ມາ​ຮ່ວມ​ເຮັດ​ນັ້ນ ​ທຸກ​ຄົນ​ຍິນ​ດີ​ຊ່ວຍ​ໂດຍ​ບໍ່​ໄດ້​ຄ່າ​ຕອບ​ແທນ​ແຕ່​ຢ່າງ​ໃດ ແລະ​ມີ​ເງື່ອນ​ໄຂ​ຕໍ່​ອີກດ້ວຍວ່າ​ເມື່ອ​ງານ​ສຳເລັດ​ແລ້ວ​ຈະ​ຕ້ອງ​ເຜີຍແຜ່​ ຕົວ Source Codeແກ່​ສາທາລະນະ​ໂດຍ​ບໍ່​ຄິດ​ມູນ​ຄ່າ​ເຊັ່ນ​ດຽວ​ກັນ​. ທຸກ​ມື້​ນີ້ Linus Torvalds ເຮັດວຽກ​ຢູ່​ທີ່​ບໍລິສັດ Transmeta ບໍລິສັດ​ທີ່​ເຮັດ​ຫນ້າທີ່​ອອກ​ແບບ CPUແລະ​ຍັງ​ຄົງ​ດຳ​ລົງ​ຕຳແໜ່ງ ຜູ້​ນຳ​ຂອງ​ບັນດາ​ຜູ້​ໃຊ້​ງານ​ແລະ​ພັດທະນາ Linux ທັງ​ໂລ​ກ. ​ຍິ່ງ​ໄປ​ກວ່າ​ນັ້ນ ຫນັງສື Times Magazine ໄດ້​ຍົກ​ໃຫ້​ລາວເປັນ​ໜຶ່ງ​ຄົນ​ໃນ​ຫນັງສື​ຊື່ 60 Years of Hero.

Richard Stallman

ຜູ້​ລິ​ເລີ່ມ​ໂຄງ​ການ GNU  ແລະ​ມູນ​ນິ​ທິ​ຊອຟົທ໌​ແວລ໌​ເສ​ລີ​ລວມ​ໄປ​ເຖິງ​ຜູ້​ລິ​ເລີ່ມ​ແນວ​ຄິດ​ເລື່ອງ Copyleft  ແລະ​ເປັນ​ຜູ້​ຮ່າງສັນຍາ​ອະນຸຍາດ​ໃຫ້​ໃຊ້​ໄດ້​ທົ່ວ​ໄປ ແລະ​ຕໍ່​ໃນ​ພາຍ​ຫລັງ​ສັນຍາ​ນີ້​ໄດ້​ກາຍ​ເປັນ ບັນ​ທັດ​ຖານ​ຊໍອຟົທ໌​ແວລ໌​ເສ​ລີ​ຈຳນວນ​ຫລາຍ. ​ຄວາມ​ເປັນ​ແຮກ​ເກີລ໌​ຂອງ​ລາວໂຜ່​ມາ​ຕອນ​ທີ່​ລາວເຮັດວຽກ​ຢູ່​ທີ່ MIT ໃນ​ຖານະ​ຂອງ StaffComputer ທຸກ​ເທື່ອ​ທີ່​ມີ​ລະບົບ​ຫຍັງ​ໃໝ່​ໆ​ຕິດ​ຕັ້ງ​ເຂົ້າໄປ​ແລະ​ມີລະ​ຫັດ​ຜ່ານ​ກຳ​ ກັບ​ຢູ່Richard Stallman ຈະ​ຫາ​ທາງ​ແຮກ​ແລະ​ປົດລະ​ຫັດ​ຜ່ານ​ອອກ​ທຸກ​ເທື່ອ ​ຍັງ​ບໍ່​ພໍຫລັງຈາກ​ແຮກ​ລະບົບ​ສຳເລັດ​ກໍ​ແຮກ Printerຕໍ່​ເພື່ອ​ພິມ​ຂໍ້ຄວາມ​ບອກ​ຊາວບ້ານ​ວ່າ​ລະບົບ​ໃດ​ຢູ່​ທີ່​ໃດ​ປົດລະ​ ຫັດ​ຜ່ານ​ຫຍັງ ໄປ​ແລ້ວ​ນຳ.

Tsutomu Shimomura

ສຸດ​ຍອດ White-Hat ສາຍ​ເລືອດ​ເອ​ເຊຍ Tsutomu Shimomuraໄດ້ຮັບ​ຊື່​ສຽງ​ຢ່າງ​ໂດ່ງ​ດັ່ງ ໃນ​ຖານະ​ທີ່​ຮ່ວມ​ມື​ກັບ John Markoff ໃນ​ການ​ຊ່ວຍເຫລືອ FBI ໄລ່​ຈັບ​ສຸດ​ຍອດ​ແຮກ​ເກີລ໌​ຂອງ​ໂລກ​ໃນ​ຍຸກ​ນັ້ນ ນັ້ນ​ກໍ​ຄື KevinMitnick ນັ້ນ​ເອງ Tsutumu ເຮັດວຽກ​ເປັນ​ນັກ​ວິ​ໄຈ​ຢູ່​ທີ່ SDSC (San DiegoSupercomputer Center) ຊຶ່ງ​ແທ້ຈິງແລ້ວ​ກໍ​ຖືກ​ອີ​ຕາ Kevin ເຂົ້າ​ມາ​ແຮກ​ເອົາ​ໂປ​ແກມ​ແລະ​ເມລ໌​ສຳຄັນ​ໆ​ໄປ ດັ່ງ​ນັ້ນ​ດ້ວຍ​ຄວາມ​ແຄ້ນລາວ​ຈຶ່ງ​ຮ່ວມ​ມື​ກັບFBI ໄລ່​ຈັບ Kevin Mitnick ຊຶ່ງ​ຕໍ່​ມາ​ເມື່ອ​ພວກເຂົາ​ຈັບ​ໄດ້​ພວກເຂົາ​ກໍ​ເລີຍ​ຂຽນ​ຫນັງສື​ຊື່ Takedown ເປັນ​ເລື່ອງ​ລາວ​ຂອງ​ການ​ໄລ່​ຈັບ KevinMitnick ຊຶ່ງ​ຕໍ່​ມາ​ໄດ້​ຖືກ​ນຳ​ມາ​ສ້າງ​ເປັນ​ຫນັງເລື່ອງ TakeDown ດ້ວຍ

ທີ່ມາ: internet

ລອງອ່ານກ່ຽວກັບ  Hacker ພົບວິທີທີ່ຈະຂ້າມຂັ້ນຕອນການ ປ້ອນຄີຍ໌ແອກຕິເວດ (activation)

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.