ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung Galaxy Tab ເພີຍໂສມຫນ້າແລ້ວ ເປີດໂຕກັນຍານີ້

ຂ່າວໄອທີ, ແທັບເລັດ

ໃນ​ທີ່ສຸດ​ກໍ​ໄດ້​ເວລາ​ທີ່​ຊຳ​ຊຸງ Samsung ຈະ​ເຜີຍ​ໂສມ “ແທັບ​ເລັດ” ຂອງ​ທາງ​ບໍລິສັດ​ທີ່​ມີ​ຊື່​ວ່າ Galaxy Tab ຫລັງ​ຈາກ​ທີ່​ເປັນ​ພາບ​ຫລຸດ ຂ່າວ​ລື ອອກ​ມາ​ໄດ້​ໄລຍະຫນຶ່ງແລ້ວ ໂດຍ​ທາງ​ບໍລິສັດ​ໄດ້​ໂພດຕ໌​ວິ​ດີ​ໂອ​ແນະ​ນຳ​ແກັດ​ເຈັດ​ດັ່ງ​ກ່າວ​ໄວ້​ເທິງ​ເວັບ​ໄຊຕ໌ Samsung Mobile ຊຶ່ງ​ຈະ​ມີ​ການ​ໃຫ້​ລາຍ​ລະອຽດ​ເພິ່ມເຕິມ​ໃນ​ວັນທີ່ 2 ກັນຍາ ທີ່​ງານ IFA Berlin 2010

ໃນຂະນະ​ດຽວ​ກັນ​ກໍ​ມີ​ຂ່າວ​ລື​ອອກ​ມາ​ວ່າ Apple ຈະ​ຈັດ​ງານ​ຖະແຫລງຂ່າວ​ເປີດ​ຕົວ iPad ເວີລ໌​ຊັນ 7 ນິ້ວ​ທີ່​ຊານ​ຟຼານ​ຊິດ​ໂກ ໃນ​ວັນທີ່ ” 7″ ເດືອນ​ກັນຍາ​ນີ້​ເຊັ່ນ​ດຽວ​ກັນ ສຳລັບ​ລາຍ​ລະອຽດ​ທີ່​ເຜີຍ​ໃຫ້​ເຫັນ​ໃນ​ເບື້ອງ​ຕົ້ນ Galaxy Tab ຈະ​ມີ​ດີ​ໄຊນ໌​ທີ່​ບາງ​ ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດ​ການ Androd 2.2 ສາມາດ​ທ່ອງ​ເວັບ​ໄດ້​ຢ່າງ​ສົມບູນ​ແບບ ແຖມ​ຍັງ​ມາ​ພ້ອມ​ກັບ​ຟັງຊັນ​ໂທ​ແບບ​ເຫັນ​ໜ້າ (Video Calling) ກັນ​ໄດ້​ອີກ​ດ້ວຍ

ໃນ ສ່ວນ​ຂອງ​ຄິບ​ວິ​ດີ​ໂອ​ສັ້ນໆ ທີ່​ປ່ອຍ​ອອກ​ມາ​ຍົ້ວກິເລດຂອງສາວົກ ເບິ່ງ​ຄື Galaxy Tab ຈະ​ມີ​ໜ້າ​ຈໍ​ໄຮ​ເດ​ຟຯ ຂະໜາດ 7 ນິ້ວ ຮອງ​ຮັບ​ການ​ຫລິ້ນ​ວິ​ດີ​ໂອ ແລະ​ສະໜັບສະໜູນ​ແຟັດ (ຄຸນສົມບັດ​ທີ່​ບໍ່​ພົບ​ໃນ iPad) ນອກ​ຈາກ​ນີ້​ກໍ​ຈະ​ມີ​ຟັງ​ຊັນ​ຂອງ​ເຄື່ອງ​ອ່ານ​ອີ​ບຸ໊​ກ (e-book reader) ລະບົບ​ແຜນ​ທີ່​ນຳ​ທາງ GPS ແລະ​ເຊື່ອມ​ຕໍ່​ກັບ​ພີ​ຊີ ໃນ​ຄິບ​ຍັງ​ເຜີຍ​ໃຫ້​ເຫັນ​ເຖິງ​ຄີຍ໌​ບອລ໌​ດ​ ສະເຫມືອນເທິງ​ໜ້າ​ຈໍ​ສຳ​ຜັດ ແລະ​ແອບຯ​ທີ່​ມາ​ພ້ອມ​ກັບ​ເຄື່ອງ​ຈຳນວນ​ໜຶ່ງ ຕົວ​ເຄື່ອງ​ສີ​ດຳ​ພ້ອມ​ປຸ່ມ​ຄວບ​ຄຸມ​ການເຮັດວຽກ​ຈະ​ຢູ່​ດ້ານລຸ່ມຂອງໜ້າ​ຈໍ​ສຳ​ຜັດ ສ່ວນລາ​ຄາ​ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ອອກ​ມາ​ແຕ່​ຢ່າງ​ໃດ ຊຶ່ງ​ຄົງ​ຕ້ອງ​ລໍຖ້າ​ວັນທີ່ 2 ກັນຍາ ນີ້ ຢ່າງໃດ​ກໍ​ຕາມ ຫາກ​ຂ່າວ​ລື​ກ່ຽວກັບ iPad mini ທີ່​ມີ​ຂະໜາດ​ໜ້າ​ຈໍ 7 ນິ້ວ​ເປັນ​ເລື່ອງ​ຈິງ ມັນ​ກໍ​ຈະ​ເປັນ​ຄູ່​ແຂ່ງ​ສຳຄັນ​ຂອງ Galaxy Tab ທັນ​ທີ

ທີ່ມາ: pcmag, arip

ລອງອ່ານກ່ຽວກັບ  ເກົາ​ຫລີ​ຕຽມ​ໃຫ້​ບໍລິການ​ແພ່​ພາບ​ໂທລະທັດ 3D ຫລື ສາມມິ​ຕິ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຢາກຮູ້ຫວາ samsung B7320 ມັນໃຊ້ພາສາລາວໄດ້ບໍ່ ຢາກໄດ້ພາສາລາວນະ ຫລື ບໍ່ສັ້ນບອກວິທີ ເອົາເກມເຂົ້າເຄື່ອງໂທລະສັບໃຫ້ກະໄດ້
    ຂອບໃຈເດີ

  2. @ມົນ: ລຸ້ນທີ່ເຈົ້າວ່າມັນເປັນລະບົບປະຕິບັດການວິໂດວໂມບາຍ ເນາະ ນ່າຈະໄດ້ພາສາລາວ ອັນເລື່ອງເກມກໍ່ເຊັນດຽວກັນ ແຕ່ອັນວິທີເອົາໄວ້ຈະມາຕອບໃຫ້ນຳຫລັງ ເພາະເຮົາເອງກະບໍ່ໄດ້ໃຊ້ວິນໂດວໂມບາຍ ຮະຮະ

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.