ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Twitter ເປີດບໍລິການ ປູ່ມທະວິດ ຈາກເທິງຫນ້າເວັບ

social media, ຂ່າວດ່ວນ, ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ທະ​ວິດ​ເຕີລ໌ (Twitter) ປະ​ກາດ​ເພີ່ມ​ບໍລິການ​ໃໝ່​ເອີ້ນວ່າ “Tweet button” ຫລື “ປຸ່​ມທະ​ວີດ” ຊຶ່ງ​ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້​ສາມາດ​ແຊລ໌​ເລື່ອງ​ລາວ​ຕ່າງໆ ທີ່​ພວກເຂົາ​ສົນ​ໃຈ​ເທິງ​ເວັບ​ໄດ້​ງ່າຍ​ຂຶ້ນ

“ການ​ກັອບ​ປີ້​ແລະ​ວາງ (copy & paste) ການ​ໃຊ້​ບໍລິການ​ຫຍໍ້​ລິ້ງ (URL Shortening) ເຮັດໃຫ້​ຜູ້​ໃຊ້​ຕ້ອງ​ຄິກ​ກັບ​ໄປ​ກັບ​ມາ​ລະຫວ່າງ​ແທັບ​ຂອງ​ໜ້າ​ເວັບ​ເລົ່ານັ້ນເມື່ອ​ພວກ​ພວກເຂົາ​ພະຍາຍາມ​ຈະ Tweet ເພື່ອ​ແຊລ໌​ລິ້ງ​ເລົ່າ​ນັ້ນ ຊຶ່ງ​ເປັນ​ສິ່ງ​ທີ່​ວຸ້ນວາຍ​ເກີນ​ໄປ” Twitter ໂພດຕ໌​ຂໍ້ຄວາມ​ກ່ຽວກັບ​ບໍລິການ​ໃໝ່​ໃນ​ບລັອກ​ຂອງ​ບໍລິສັດ “ຕອນ​ນີ້​ຜູ້​ໃຊ້​ສາມາດ​ສົ່ງ​ຕໍ່​ເລື່ອງ​ລາວ ພາບ​ຖ່າຍ ຫລື​ສິ່ງ​ທີ່​ມັກ​ເທິງ​ເວັບ​ໄດ້​ຢ່າງ​ງ່າຍ​ດາຍ ພຽງ​ແຄ່​ຄິກ​ເທິງ​ປຸ່ມ Tweet ໜ້າ​ຕ່າງ​ປ໊ອບ​ອັບ​ທີ່​ໃສ່​ລິງຄ໌​ຫຍໍ້ (shortened Web link) ຈະ​ໂຜ່​ຂຶ້ນ​ມາ​ພ້ອມ​ໃຫ້​ທ່ານ​ເພີ່ມເຕິມ​ຂໍ້ຄວາມ​ອີກ​ເລັກນ້ອຍ ແລ້ວ​ກໍ​ທະ​ວີດ​ຜ່ານ​ບັນ​ຊີ​ຜູ້​ໃຊ້​ຂອງ​ທ່ານເທິງທະວິດ​ເຕີລ໌​ໄດ້​ເລີຍ”

ຢ່າງໃດ​ກໍ​ຕາມ ຄຸນສົມບັດ Tweet button ເບິ່ງ​ແລ້ວ​ຈະ​ຄ້າຍ​ກັບ​ການເຮັດວຽກງານ​ຂອງ​ປຸ່ມ ” retweet” ຂອງ​ເວັບ​ໄຊຕ໌ TweetMeme ຊຶ່ງ​ໃຫ້​ບໍລິການ​ມາ​ຕັ້ງ​ແຕ່​ຕົ້ນ​ປີ 2009 ແລ້ວ ໂດຍ​ທາງ​ບໍລິສັດ​ໄດ້​ເຮັດວຽກ​ຮ່ວມ​ກັບ Twitter ສຳລັບ​ບໍລິການ​ໃໝ່​ນີ້​ດ້ວຍ

ຂໍ້ມູນຈາກ: pcmag, arip

ລອງອ່ານກ່ຽວກັບ  ມາແລ້ວ RockMelt ໂປຼແກຼມທ່ອງເວັບ ສຳລັບຜູ້ໃຊ້ທີ່ມັກ Socail Network

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.