ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ເປີດເວັບໄຊຕ໌ດັກສະກັດຜູ້ໃຊ້ PC ທີ່ກຳລັງປ່ຽນໃຈໄປໃຊ້ Mac

ຂ່າວໄອທີ

ໄມ​ໂຄ​ຊອ​ຟົທ໌ (Microsoft) ໄດ້​ເປີດ​ເວັບ​ໄຊຕ໌​ສະເພາະ​ກິດ​ຂຶ້ນ​ມາ​ໃໝ່ ເພື່ອ​ຕອກ​ຢ້ຳ​ກັບ​ຜູ້​ໃຊ້ PC ວ່າ ທ່ານ​ມີ​ທາງ​ເລືອກ​ຫລາຍກວ່າ​ສຳລັບ​ຊອຟົຕ໌​ແວລ໌, ຮາລ໌​ດ​ແວລ໌, Blu-ray ແລະ​ອຸປະກອນ​ທີ່​ເຂົ້າ​ກັນ​ໄດ້​ກັບ​ລະບົບ​ອີກ​ຫລວງຫລາຍ ໂດຍ​ສະເພາະ​ເມື່ອ​ປຽບທຽບ​ກັບ​ແພດ​ຟອລ໌​ມ Mac ຂອງ Apple ທັງ​ນີ້​ເພື່ອ​ແຕະ​ເບກ​ຜູ້​ໃຊ້​ບໍ່​ໃຫ້​ປັນ​ໃຈ​ຈາກ PC ທີ່​ເຮັດວຽກ​ດ້ວຍ Windows 7 ໄປ​ໃຊ້ Mac ນັ້ນ​ເອງ

ລ່າ​ສຸດ​ເວັບ​ໄຊຕ໌​ໄມ​ໂຄ​ຊອຟົທ໌​ໃນ​ສ່ວນ​ຂອງ Windows 7 ໄດ້​ມີ​ການ​ເພີ່ມ​ແທັບ “PC vs. Mac” ໂດຍ​ຄອນ​ເທັນຕ໌​ທີ່​ຢູ່​ພາຍໃຕ້​ແທັບ​ນີ້​ມີ​ການ​ໄຮ​ໄລທ໌​ປະ​ເດັນ​ຂອງ​ການ​ມີ​ຕົວ​ເລືອກ​ສຳລັບ ໄດ​ລົຟ໌ Blu-ray ທີ່​ເຂົ້າ​ກັນ​ໄດ້ ຊຶ່ງ​ເປັນ​ຄຸນສົມບັດ​ສຳຄັນ​ທີ່​ຜູ້​ໃຊ້ Mac ບໍ່​ມີ​ໂອ​ກາດ​ໄດ້​ສຳ​ຜັດ “ກຳ​ລັງ​ຕັດ​ສິນ​ໃຈ​ເລືອກ​ລະຫວ່າງ​ພີ​ຊີແລະ​ແມັກ​ຢູ່​ແມ່ນບໍ?” ເປັນ​ຄຳ​ຖາມ​ທີ່​ປາກົດ​ເທິງ​ໜ້າ​ເວັບ ໂດຍ​ຄຳ​ຕອບ​ທັງ​ໝົດ​ໄດ້​ຖືກ​ຮວບຮວມ​ໄວ້​ໃນ​ເວັບ​ໄຊຕ໌​ແລ້ວ, ໄມ​ໂຄ​ຊອ​ຟົທ໌​ເດີນ​ເກມ​ປຽບ​ມວຍ PC ກັບ Mac ອີກ​ເທື່ອ ຫລັງ​ຈາກ​ແຄມ​ເປນຈ໌ I am PC

ເວັບ​ໄຊຕ໌ ໃໝ່​ທີ່​ເປີດ​ຂຶ້ນ​ມາ​ຈະ​ແບ່ງ​ເນື້ອ​ຫາ​ອອກ​ເປັນ 6 ເຊກ​ຊັ່ນ ໂດຍ​ຈະ​ເປັນ​ການ​ໄຮ​ໄລທ໌​ຄຸນ​ງາມ​ຄວາມ​ດີ​ຂອງ​ເຄື່ອງ​ພີ​ຊີ​ທີ່​ລັນ​ວິນ​ໂດວສ໌ (Windows PC) ໃນ​ປະສົບການ​ຕ່າງໆ ຢ່າງ​ເຊັ່ນ ເຊກ​ຊັ່ນ Having Fun ທີ່​ໄຮ​ໄລທ໌​ຈຸດ​ອ່ອນ​ຂອງ Mac ວ່າ ມັນ​ບໍ່​ໄດ້​ເຮັດໃຫ້​ຜູ້​ໃຊ້​ໄດ້​ພົບ​ກັບ​ຄວາ​ມສະຫນຸກ​ຄວາມ​ບັນ​ເທີງ​ຢ່າງ​ແທ້​ຈິງ ເຄື່ອງ Mac ບໍ່ມີ Blu-ray ອ່ານ​ກາດໜ່ວຍ​ຄວາມ​ຈຳ memory stick ກໍ​ບໍ່​ໄດ້ ຈູນ​ເນີລ໌​ທີ​ວີ​ກໍ​ບໍ່​ມີ ບໍ່​ມີ 3G ໃນ​ຕົວ ເກມສ໌​ເທິງ​ໂລກ​ນີ້​ສ່ວນ​ໃຫຍ່​ກໍ​ຢູ່​ເທິງ​ພີ​ຊີ​ບໍ່​ຄ່ອຍ​ມີ​ໃນ​ແມກ ເຄື່ອງ​ແມກ​ສ່ວນ​ໃຫຍ່​ຈະ​ບໍ່​ສາມາດ​ຕໍ່​ກັບ​ທໍລະທັດໄດ້​ໂດຍ​ກົງ​ຕ້ອງ​ຊື້​ອຸປະກອນ​ເພີ່ມ ແຕ່​ທັງ​ໝົດ​ນີ້​ດ້ວຍ PC ກັບ Windows 7 ເຮັດ​ໄດ້…

ນອກ ຈາກ​ນີ້​ໃນ​ເວັບ​ໄຊຕ໌​ຍັງ​ຢ້ຳ​ເຖິງ​ຈຸດ​ອ່ອນ​ຂອງ​ແມກ​ເປັນ​ລະ​ຍະໆ ອີກ​ດ້ວຍ ຢ່າງ​ເຊັ່ນ “ແມກ​ໃຊ້​ເວລາ​ໃນ​ການ​ຮຽນ​ຮູ້” ຫລື “ແມກ​ບໍ່​ສາມາດ​ໃຊ້​ງານ​ໄດ້​ຢ່າງ​ທີ່​ຕ້ອງ​ການ​ທັງ​ໃນ​ທີ່​ເຮັດວຽກ ແລະ​ທີ່​ໂຮງຮຽນ” ແລະ “ແມກ​ບໍ່​ຍອມ​ໃຫ້​ເຈົ້າ​ມີ​ໂອ​ກາດ​ໄດ້​ເລືອກ (ບໍ່​ມີ​ທາງ​ເລືອກ​ໃຫ້​ຜູ້​ໃຊ້​ປານໃດ) ” ແຕ່​ໃນ​ທາງ​ກັບ​ກັນ​ກໍ​ຢ້ຳ​ວ່າ ” PC ໃຫ້​ທ່ານ​ໄດ້​ເລືອກ​ຫລາຍກວ່າ​ໃນ​ລາ​ຄາ​ທີ່​ທ່ານສາມາດເປັນ​ເຈົ້າ​ຂອງ​ໄດ້” ໂດຍ​ຜູ້​ໃຊ້​ສາມາດ​ເລືອກ​ພີ​ຊີ​ທີ່​ຕ້ອງ​ການ​ທັງ​ຂະໜາດ ແລະ​ສີ​ສັນ ພ້ອມ​ດ້ວຍ​ຄຸນສົມບັດ​ທີ່​ຕ້ອງ​ການ ໃນ​ຂະນະ​ທີ່​ທ່ານຈະ​ບໍ່​ມີ​ຕົວ​ເລືອກ​ຫລວງຫລາຍ​ເມື່ອ​ໃຊ້​ແມກ ທາງ​ເວັບ​ໄຊຕ໌​ຍັງ​ໄດ້​ໃຫ້​ເຄື່ອງ​ມື​ໃນ​ການ​ຄົ້ນ​ຫາ ” perfect PC” ດ້ວຍ Windows PC Scout Tool ແລະ​ສາມາດ​ກວດ​ສອບສະຖາ​ນະ​ຂອງ​ຮາລ໌​ດ​ແວລ໌ ແລະ​ ຊອຟົຕ໌​ແວລ໌​ທີ່​ເຂົ້າ​ກັນ​ໄດ້​ກັບ Windows 7 ລວມ​ເຖິງ​ຜູ້​ຢ້ຽມ​ຊົມ​ຍັງ​ສາມາດ​ອ່ານ​ຂໍ້ຄວາມ​ຊື່ນ​ຊົມ PC ທີ​ລັນ Windows 7 ຈາກ​ກະ​ແສ “buzz” ຂອງ​ຜູ້​ໃຊ້ Twitter ໄດ້​ອີກ​ດ້ວຍ

ຂໍ້​ມູນ​ຈາກ: microsoft, arip

ລອງອ່ານກ່ຽວກັບ  ວິດີໂອ ງານ Nokia And Microsoft Press Conference

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.