ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຄວາມຈິງບາງຢ່າງກ່ຽວກັບ ໄມ​ໂຄ​ຊອຟົທ໌ ທີ່ທ່ານອາດຈະຍັງບໍ່ຮູ້

ລາຍງານພິເສດ

ໃນປະຈຸບັນສັງຄົມໄອທີຫລືສັງຄົມຂອງຄອມພິວເຕີ ບໍ່ມີໃຜບໍ່ຮູ້ຈັກໄມ​ໂຄ​ຊອຟົທ໌ (Microsoft) ພໍ່ຂອງລະບົບປະຕິບັດການ Windows.ນັ້ນເປັນພຽງສ່ວນຫນຶ່ງ ແຕ່ນອນຈາກນັ້ນທ່ານເຄີຍຮູ້ມາກ່ອນຫລືບໍ່ວ່າ ໄມ​ໂຄ​ຊອຟົທ໌ (Microsoft) ບໍ່​ໄດ້​ພັດທະນາ​ລະບົບ​ປະຕິບັດການ MS-DOS ເອງ ແຕ່​ໄດ້​ລິຂະ​ສິດ​ຊອ​ຟົຕ໌​ແວລ໌ 86-DOS ມາ​ຈາກ​ບໍລິສັດ Seattle Computer Products ກ່ອນທີ່ຈະ​ມາປັບປຸງ ແລະປ່ຽນ​ຊື່​ໂອ​ເອດ​ເປັນ​ຂອງ​ຕົວ​ເອງ… ເຊື່ອວ່າຫລາຍໆຄົນອາດຈະຍັງບໍ່ເຄີຍໄດ້ຍິນຫລືຮູ້ມາກ່ອນ 🙂  (ຖ້າຮູ້ມາກ່ອນກໍ່ແລ້ວໄປ).

ນອກ​ຈາກ​ເລື່ອງ​ MS-DOS ບໍ່​ໄດ້​ເປັນ​ຂອງ​ໄມ​ໂຄ​ຊອ​ຟົທ໌​ມາ​ຕັ້ງ​ແຕ່​ທຳອິດແລ້ວ ເມື່ອ​ເວົ້າ​ເຖິງ​ໄມ​ໂຄ​ຊອຟົທ໌​ໃນ​ໂລກ​ອອນ​ໄລນ໌ ຄົນ​ສ່ວນ​ໃຫຍ່​ກໍ​ຈະ​ຄຸ້ນເຄີຍແລະນຶກເຖິງ Hotmail ຫລື Bing ແຕ່​ຄວາມ​ຈິງນັ້ນ ໄມ​ໂຄ​ຊອຟົທ໌​ໄດ້ຖື​ສິດ​ທິ​ບັດ​​ໄວ້​ຫລາຍກວ່າ 10,000 ສິດ​ທິ​ບັດ​ (ແຖມ​ຈົດ​ເພີ່ມ​ທຸກ​ໆປີ ປີລະ 3,000 ສິດ​ທິ​ບັດ) ຫລື​ເຊັ່ນເລື່ອງ​ນ້ອຍ​ໆ ຢ່າງເຊັ່ນ​ຊື່​ບໍລິສັດ​ທີ່​ຈາກເດີມ​ຂຽນ​ວ່າ Micro-Soft ມີຂີດຕໍ່ລະຫວ່າງກາງ​ກໍ​ຖືກ​ເອົາ​ອອກ​ໄປ​ຕັ້ງ​ແຕ່​ປີ 1976. ແລະຍັງມີ​ຂໍ້​ເທັດ​ຈິງ​ກ່ຽວກັບ Microsoft ອີກ​ຫລວງຫລາຍ ລອງ​ເບິ່ງ​ຈາກ Infograph ຂອງ Online MBA Program ລອງເບິງເນາະ

ລອງອ່ານກ່ຽວກັບ  ໂທລະສັບ Nokia ສຸດລໍ້າ 13 ລຸ້ນໃນສະໄໝກ່ອນ ໃຜເຄີຍໃຊ້ລຸ້ນໃດແຊເລີຍ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.