ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື່ iPad Mini, iPhone 5 ກຳລັງຈະມາພ້ອມກັບ iPod Shuffle

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ເວັບ​ໄຊຕ໌ iLoung ໂພສຕ໌​ເລື່ອງ​ລາວ​ທີ່​ໜ້າ​ສົນ​ໃຈ​ກ່ຽວກັບ​ຂໍ້​ມູນ​ທີ່​ຫລຸດ​ອອກ​ມາ​ກ່ຽວກັບ iPod, iPhone 5 ແລະ iPad Mini ຊຶ່ງ​ແມ່ນ​ແຫລ່ງ​ຂ່າວ ຫລື​ ຫລັກ​ຖານ​ທີ່​ໄດ້​ມີ​ຄວາມ​ໜ້າ​ເຊື່ອ​ຖື​ຫລາຍ ແຕ່​ມັນ​ຍັງ​ບໍ່​ສົມບູນ ໂດຍ​ຈະ​ມີ​ປະ​ເດັນ​ຫຍັງ​ທີ່​ໜ້າ​ຕື່ນ​ເຕັ້ນ​ນຳມາເບິງນຳກັນເລີຍ

ປະ​ເດັນ​ທຳອິດ​ທີ່​ຫລຸດ​ຮົ່ວອອກ​ມາ​ກໍ​ຄື Apple ຕຽມ​ອອກ iPod ອີກ 3 ລຸ້ນ​ໃໝ່ ຊຶ່ງ​ລວມ​ເຖິງ iPod Nano, iPod Touch ແລະ iPod Shuffle ໂດຍ​ສຳລັບ Shuffle ມີ​ຂ່າວ​ລື​ອອກ​ມາ​ກ່ອນ​ໜ້າ​ນີ້​ວ່າ ມັນ​ຈະ​ມາ​ພ້ອມ​ກັບ​ໜ້າ​ຈໍ​ສຳ​ຜັດ​ຂະໜາດ​ນ້ອຍ 1.7″ ຢ່າງໃດ​ກໍ​ຕາມ ແຫລ່ງ​ຂ່າວ​ບໍ່​ໄດ້​ຢືນຢັນ​ຊັດເຈນ​ວ່າ ໃນ​ສ່ວນ​ຂອງ iPod Touch ລຸ້ນ​ໃໝ່​ຈະ​ມາ​ພ້ອມ​ກັບ​ກ້ອງ​ດ້ານ​ໜ້າ​ດ້ວຍຫລື​ບໍ່?

ສ່ວນ ປະ​ເດັນ​ທີ່​ສອງ​ຈະ​ເປັນ​ຂ່າວ​ລື​ກ່ຽວກັບ iPad Mini ຫລື iPad ລຸ້ນ​ທີ່​ມີ​ຂະໜາດ​ນ້ອຍ​ກວ່າ​ລຸ້ນ​ທຳອິດ ໂດຍ​ມີ​ໜ້າ​ຈໍ 7 ນິ້ວ ທັງ​ນີ້​ທາງ​ເວັບ​ໄຊຕ໌ iLounge ກ່າວ​ວ່າ iPad Mini ຈະ​ປະ​ກາດ​ເປີດ​ຕົວ​ຊ່ວງ​ປາຍ​ປີ​ນີ້ ຫລື​ຢ່າງ​ຊ້າ​ຕົ້ນ​ປີ 2011 ທັງ​ນີ້​ທາງ Apple ໄດ້​ເຮັດ​ເຄື່ອງ​ຕົ້ນ​ແບບ​ໄວ້​ດົນ​ແລ້ວ ຊຶ່ງ​ອາດຈະ​ກ່ອນ iPhone ລຸ້ນ​ທຳອິດອີກ​ຊ້ຳ. ໂດຍ​ຈະ​ວ່າ​ໄປ​ແລ້ວ iPad Mini ນອກ​ຈາກ​ຈະ​ນ້ອຍ​ລົງ​ພົກ​ພາ​ສະ​ດວກ​ແລ້ວ ລາ​ຄາ​ຂອງ​ມັນ​ໜ້າ​ຈະ​ຖືກ​ກວ່າ​ດ້ວຍ ຢ່າງໃດ​ກໍ​ຕາມ ຫາກ​ຂ່າວ​ນີ້​ເປັນ​ຈິງ ມັນ​ອາດຈະ​ສົ່ງ​ຜົນ​ກະທົບ​ຕໍ່ຍອດ​ຂາຍ​ຂອງ iPad ທີ່​ກຳ​ລັງ​ພຸ່ງ​ພວດ​ໃນ​ປະຈຸບັນກໍ່ເປັນໄດ້

ປະ​ເດັນ ທີ່​ສາມ ເນື່ອງ​ຈາກ​ບັນຫາ​ເສົາ​ອາ​ກາດ Apple ອາດຈະ​ຕ້ອງ​ຮີບ​ອອກ iPhone 5 ໄວ​ກວ່າ​ເກົ່າ (ຄາດ​ວ່າ​ອາດຈະ​ເປັນ​ຊ່ວງ​ຕົ້ນ​ປີ 2011) ແຕ່​ຂ່າວ​ລື​ນີ້​ໜ້າ​ຈະ​ມີ​ຄວາມ​ເປັນ​ໄປ​ໄດ້​ບໍ່ຫນ້ອຍ ເນື່ອງ​ຈາກ iPhone 4 ຍັງ​ຄົງ​ແຮງ​ດີ​ບໍ່​ມີຕົກ ເຖິງວ່າຈະ​ຖືກ​ກະ​ໜ່ຳ​ດ້ວຍ​ຂ່າວ​ຮ້າຍ​ຫລວງຫລາຍ ລ່າ​ສຸດ​ຜົນ​ສຳ​ລວດ 75% ຂອງ​ຜູ້​ໃຊ້ iPhone 4 ຮູ້ສຶກ​ພໍ​ໃຈ​ຫລາຍ

ສຳລັບ​ຂ່າວ​ລື​​ສຸດ​ທ້າຍ​ຕໍ່ ເນື່ອງ​ຈາກ​ປະ​ເດັນ​ສຸດ​ທ້າຍ ນັ້ນ​ກໍ​ຄື Apple ກຳ​ລັງ​ພັດທະນາ Bumper ຊອງ​ກັນ​ກະ​ແທກ​ທີ່​ເຮັດ​ຈາກ​ຊິ​ລິ​ໂຄນ​ໃຫ້​ມີ​ລາ​ຄາ​ຖືກ​ລົງ ເພື່ອ​ໃຫ້​ກັບ​ຜູ້​ໃຊ້ iPhone 4 ຮະຮະ ເວົ້າມາແລ້ວເຮັດໄດ້ທຸກຢ່າງເນາະ ສາສະດາ ຈ໊ອບສ

ຂໍ້​ມູນ​ຈາກ: iLounge, arip

ລອງອ່ານກ່ຽວກັບ  3-in-1 camera connection kit ສຳຫລັບ iPad

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.