ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPod Touch ລຸ້ນໃຫມ່ກຳລັງຈະມາພ້ອມກັບ ບໍລິການ FaceTime

ຂ່າວໄອທີ

ຂ່າວ​ລື​ລ່າ​ສຸດ​ທີ່​ຫລຸດ​ອອກ​ມາ​ອ້າງ​ວ່າ Apple ມີ​ແຜນ​ທີ່​ຈະ​ອອກ iPod Touch ລຸ້ນ​ໃໝ່​ໃນ​ອີກ​ບໍ່ຫລາຍອາທິດ​ຂ້າງ​ໜ້າ ໂດຍ​ມາ​ພ້ອມ​ກັບ​ໜ້າ​ຈໍ​ສະແດງ​ຜົນ​ຄວາມ​ລະອຽດ​ສູງ​ດ້ວຍ​ເທັກ​ໂນ​ໂລ​ຢີRetina Display ແລະ​ກ້ອງ 2 ຕົວ​ຄືກັບ iPhone 4

ແຫລ່ງ​ຂ່າວ​ວົງ​ໃນ​ເປີດ​ເຜີຍ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານມາ​ວ່າ iPod Touch ລຸ້ນ​ໃໝ່​ຈະ​ມີ​ຄຸນສົມບັດ​ທີ່​ດີກວ່າ​ເກົ່າ​ເປັນ​ສອງ​ເທົ່າ ຊຶ່ງ Apple ຈະ​ວາ​ງຕະຫລາດ​ໃນ​ອີກ 2-3 ອາທິດ​ຂ້າງ​ໜ້າ​ນີ້ ຜູ້​ໃຊ້​ຈະ​ໄດ້​ປະສົບການ Retina Display ແຖມ​ຍັງມີ​ກ້ອງ​ທັງ​ດ້ານ​ໜ້າ​ແລະ​ຫລັງ​ເຮັດໃຫ້​ສາມາດ​ໃຊ້​ແອບ​ພິ​ເຄ​ຊັນ​ທີ່​ຫລາຍ​ຄົນ​ສົນ​ໃຈ ຢ່າງ FaceTime ໄດ້​ອີກ​ດ້ວຍ ແມ່ນ​ຂ່າວ​ນີ້​ຈະ​ຍັງ​ບໍ່​ໄດ້ຮັບ​ການ​ຍືນຍັນ​ຄວາມ​ຖືກ​ຕ້ອງ ແຕ່​ເມື່ອ​ໄວ​ໆ ນີ້​ກໍ​ມີ​ຫລັກ​ຖານ​ທີ່​ເປັນ​ຂ່າວ​ອອກ​ມາ ຊຶ່ງ​ລະ​ບຸ​ວ່າ iPod Touch ຈະ​ມາ​ພ້ອມ​ກັບ​ກ້ອງ​ດ້ານ​ໜ້າ​ສຳລັບ​ຫລິ້ນ​ວິ​ດີ​ໂອ​ແຊດ FaceTime

iOS 4.1 ລຸ້ນ​ທົດສອບ​ລ່າ​ສຸດ​ທີ່​ອອກ​ມາຍັງ​ສະໜັບສະໜູນ​ການ​ໃຊ້​ບໍລິການ video chat ດ້ວຍ​ການ​ປ້ອນ​ Email ຂອງ​ຜູ້​ໃຊ້ ຊຶ່ງ​ວິທີ​ນີ້​ຈະ​ບໍ່​ໄດ້​ໃນ​ອຸປະກອນ​ຢ່າງ iPod Touch ເມື່ອ​ຮວມ​ກັບ​ຮູບ​ຊິ້ນ​ສ່ວນ​ຂອງ iPod Touch ທີ່​ເຜີຍ​ໃຫ້​ເຫັນ​ຊ່ອງ​ໃສ່​ກ້ອງ​ດ້ານ​ໜ້າ​ຢ່າງ​ຊັດເຈນ ເຮັດໃຫ້​ລາຍ​ງານ​ຂ່າວ​ຂ້າງ​ຕົ້ນ​ມີ​ຄວາມ​ໜ້າ​ເຊື່ອ​ຖື​ຫລາຍ​ຍິ່ງ​ຂຶ້ນ​ໄປ​ອີກ ນອກ​ຈາກ​ນີ້ Steve Jobs ເອງ​ຍັງ​ໄດ້​ເຄີຍ​ກ່າວ​ໄວ້​ດ້ວຍ​ວ່າ Apple ຈະ​ວາ​ງຕະຫ​ລາດ​ອຸປະກອນ​ທີ່​ໃຊ້​ບໍລິການ FaceTime ຫລາຍ​ລ້ານ​ເຄື່ອງ​ພາຍ​ໃນ​ປີ​ນີ້ ຊຶ່ງ​ລຳ​ພັງ​ຕອນ​ນີ້​ມີແຕ iPhone 4 ເທົ່າ​ນັ້ນ​ທີ​ສາມາດ​ໃຊ້​ບໍລິການ FaceTime ເທິງ Wi-Fi ຢ່າງໃດ​ກໍ​ຕາມ ຂ່າວ​ລື​ທັງ​ໝົດ​ນີ້​ຈະ​ເປັນ​ຈິງ ຫລື​ບໍ່? ຄົງ​ຕ້ອງ​ຖ້າເບິ່ງ​ງານ​ຖະແຫລງການ​ທີ່​ເບິ່ງ​ຄືກັບວ່າ Apple ຈະ​ເລື່ອນ​ມາ​ໃຫ້​ໄວ​ຂຶ້ນ​ໜຶ່ງ​ເດືອນ ຫລື​ພາຍ​ໃນ​ເດືອນ​ສິງ​ຫາ​​ນີ້

ຂໍ້​ມູນ​ຈາກ: techcrunch, arip

ລອງອ່ານກ່ຽວກັບ  iPhone 4 ສະມາດ​ໂຟນ​ ເຊຶ້ອສາຍ “ເກົາ​ຫລີ” ຈິງເເທ້ສ່ຳໃດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.