ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ອຸປະກອນເສີມທີ່ຊ່ວຍໃຫ້ iPhone 4 ໃສ່ໄດ້ສອງຊິມ

Gadget, ໂທລະສັບ

iPhone 4 Dual SIM Adapter ເປັນ​ຊອງ​ໃສ່​ທີ່​ມາ​ພ້ອມ​ກັບ​ສາຍ​ແພ​ສັນ​ຍານ​ທີ່​ຕໍ່​ມາ​ຈາ​ກສະລັອດ​ໃສ່ SIM ໃນ​ມື​ຖື iPhone 4 ຂອງ​ທ່ານ ເຮັດໃຫ້​ສາມາດ​ເພີ່ມ​ຊິມ​​ທີ່​ສອງ (SIM, microSIM) ໄດ້ ທັ້ງ​ນີ້​ຊິມ​​ທີ່​ສອງ​ຈະ​ຢູ່ໃນ​ຊອງ​ໃສ​ທີ່​ປະ​ກົບ​ຕິດ​ຕົວ​ຖັງ​ຂອງ iPhone 4 ຢ່າງ​ຮຽບຮ້ອຍ ສຳລັບ​ການ​ໃຊ້​ງານ ຜູ້​ໃຊ້​ຈະ​ຕ້ອງ​ຄິກ​ປຸ່ມ HOME->Settings->Phone->SIM Applications ເລືອກ​ SIM  ທີ່​ຕ້ອງ​ການ​ໃຊ້ ເພື່ອ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ ສ່ວນ​ລາ​ຄາ​ຂອງ iPhone 4 Dual SIM Adapter ຢູ່​ທີ່ 28.99 ຫລຽນຯ ຈາກທີ່ສັງເກດຮູບຖ້າມາໃຊ້ຢູ່ບ້ານເຮົາກະດີໄປອີກຢ່າງຫນື່ງ ຄືບໍ່ຕ້ອງຕັດຊິມໃຫ້ັນ້ອຍແລະໃສ່ໄດ້ຫລາຍຊິມ. ແຕ່ມັນກະຍັງເທບສູ້ໂທລະສັບຈີນສອງຊິມບ້ານເຮົາ 🙂 ແລະທີ່ສຳຄັນມັນມີເຄດຢາງໃຫ້ມາດ້ວຍ ຊ່ວຍປ້ອງກັນການໄປຈັບຖືຂອບລຸ່ມຂອງໂຕເຄື່ອງເຊິງຈະເຮັດໃຫ້ສັນຍານຕົກ

ທີ່ມາ: engadget, arip

ລອງອ່ານກ່ຽວກັບ  iPhone 4 ສະມາດ​ໂຟນ​ ເຊຶ້ອສາຍ “ເກົາ​ຫລີ” ຈິງເເທ້ສ່ຳໃດ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຫາກໍ່ເຫັນຢາກໄດ້ເດເອົາມາໃສ່ໂທລະສັບເຮົາ ອີກຢ່າງ SIM ທີ່ເອົາໄປໃສ່ໃນ iPhone 4 ກະຕ້ອງໄດ້ຕັດໃຫ້ນ້ອຍລົງ ທີ່ນີ້ກະມີບັນຫາຕົງທີ່ບໍ່ສາມາເອົາຊີມດັ່ງກ່າວໄປຍັດໃຫ້ໂທລະສັບອື່ນໄດ້ອີກເວລາສຸກເສີນ.

Leave a Reply to thypomepon Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.