ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາຮູ້ຈັກກັບ yottabyte ຫົວຫນ່ວຍຄວາມຈຸ Harddisk

ລາຍງານພິເສດ

ປະຈຸບັນ​ນີ້​ຫນ່ວຍ​ຄວາມ​ຈຸ​ໃນ​ຄອມພິວເຕີ​ຫລື​ຮາດ​ດິດກ໌ ທີ່​ເຮົາ​ຕ່າງ​ຄຸ້ນ​ເຄີຍ​ກັນ​ກໍ​ໜ້າ​ຈະ​ເປັນ​ຫນ່ວຍ Gigabyte (GB) ຖ້າ​ຈະໃຫ້​ເທບໆ​ ຂະໜາດ​ຂອງ​ຮາດ​ດິດກ໌​ຕອນ​ນີ້​ໜ້າ​ຈະ​ຢູ່ໃນ​ຫນ່ວຍ Terabyte (TB) [1024 GB = 1 Terabyte] ແຕ່​ມື້​ນີ້​ທາງເຮົາ​ຈະ​ມາ​ແນະ​ນຳ​ຫນ່ວຍ​ທີ່​ໃຊ້​ຮຽກ​ເຖິງ​ຄວາມ​ຈຸ​ອີກ​ຫນ່ວຍ​ ນັ້ນ​ຄື Yottabyte (YT) ຊຶ່ງ​ຕອນ​ນີ້​ນັບ​ວ່າ​ເປັນ​ຫນ່ວຍ​ທີ່​ໃຫຍ່​ທີ່ສຸດ​ທີ່​ມາ​ການ​ນິ​ຍາມ​ຂຶ້ນ​ມາ ໂດຍ​ທາງ backblaze ຊຶ່ງ​ເປັນ​ຜູ້​ໃຫ້​ບໍລິການ Online Backup ໄດ້​ຈັດ​ເຮັດ​ກາ​ຟ​ຂຶ້ນ​ມາ​ປຽບທຽບ​ເຖິງ​ຄວາມ​ຍິ່ງ​ໃຫຍ່ ແລະ​ອະ​ຫລັງ​ການ​ຂອງ​ຫນ່ວຍ Yottabyte ມາ​ໃຫ້​ເຮົາ​ເບິ່ງ​ກັນ ຮັບຮອງ​ວ່າ​ເບິ່ງ​ແລ້ວ​ຕ້ອງ​ອຶ້ງ​ກັນ​ເລີຍ


ຈາກ​ຮູບພາບ​ຈະ​ເຫັນ​ວ່າ​ຕໍ່​ຈາກ Gigabyte ກໍ​ຈະ​ເປັນ Terabyte > Petabyte > Exabyte > Zettabyte ແລະ​ເຖິງ​ຈະ​ມາ​ເປັນ Yottabyte
ຊຶງ​ແຕ່​ລະ​ຂັ້ນ​ທີ່​ໄລ່​ລຽງ​ມາ ຈະ​ມາ​ຂະໜາດ​ເປັນ 1024 ເທົ່າ​ຂອງ​ກັນ O_o

ນັ້ນ​ໝາຍ​ຄວາມ​ວ່າ ຂະໜາດ 1 Yottabyte ຈະ​ມີ​ຄ່າ​ເທົ່າ​ກັບ 1024 x 1024 x 1024 x1024 x 1024 = 1,125,899,910,000,000 GB !!! (1 ພັນ​ກວ່າ​ລ້ານ​ລ້ານ)

ໃນ​ດ້ານ​ຂອງ​ພື້ນ​ທີ່ ທີ່​ຈະ​ໃຊ້​ເກັບ​ຂໍ້​ມູນ​ຂະໜາດ 1 Yottabyte ຈະ​ຕ້ອງ​ໃຫ້​ສູນ​ຂໍ້​ມູນ (Datacenter) 1 ລ້ານ​ແຫ່ງ ແລະ​ທຸກ​ມື້​ນີ້​ເຮົາ​ຊື້ HDD ຂະໜາດ 1 Terabyte ລາ​ຄາ​ຈະ​ເກືອບ $100 ແຕ່​ຖ້າ​ເປັນ 1 Yottabyte ຈະ​ຕ້ອງ​ໃຊ້​ເງີນ $100 ລ້ານ ລ້ານ ໃຊ້​ເງີນ​ຫລາຍກວ່າ​ມູນ​ຄ່າ GDP ຂອງອະເມ​ລິ​ກາ​ເຖິງ 7 ເທົ່າ!!

ທີ່ມາ: 9tana

ລອງອ່ານກ່ຽວກັບ  ມາຮູ້ຈັກກັບ Thunderbolt ເທັກໂນໂລຢີໃຫມ່ ຖ່າຍໂອນຂໍ້ມູນທີ່ໄວທີ່ສຸດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.