ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ພາບລຸດ Internet Explorer 9 ອິນ​ເຕີລ໌​ເຟ​ຊ ຄ້າຍຄືກັບ Chrome

ຂ່າວດ່ວນ, ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ພາບ​ອິນ​ເຕີລ໌​ເຟ​ຊ​ຂອງບຼາວ​ເຊີລ໌ Internet Explorer 9 ໂຜ່​ໃນ​ລັດ​ເຊຍ ຊຶ່ງ​ຫາກ​ພາບ​ທີ່​ຫລຸດ​ອອກ​ມາ​ເປັນ​ຂອງ​ແທ້ ສິ່ງ​ທີ່​ສ້າງ​ຄວາມ​ຕື່ນ​ຕະ​ລຶງ​ໃຫ້​ກັບ​ຜູ້​ພົບ​ເຫັນ​ກໍ​ຄື ໄມ​ໂຄ​ຊອ​ຟົທ໌​ໄດ້​ຖອດ​ອິນ​ເຕີລ໌​ເຟ​ຊ​ດ້ານ​ເທິງ​ອອກ​ໄປ​ເກືອບ​ໝົດ ເພື່ອ​ລຸດ​ຄວາມ​ຊັບ​ຊ້ອນ ແລະ​ເພີ່ມ​ພືນ​ທີ່​ສະແດງ​ຜົນ​ໜ້າ​ເວັບ

ທັ້ງນີ້ ອິນ​ເຕີລ໌​ເຟ​ຊ​ດ້ານ​ເທິງ​ຂອງ IE9 ຈະ​ເຫລືອພຽງ​ແຕ່​ປຸ່ມ back/next ຕາມ​ດ້ວຍ​ຊ່ອງ​ປ້ອນ URL ແລະ Search ສ່ວນ​ທີ່​ເຫລືອ​ຈະ​ເປັນ​ໄອ​ຄອນ​ສຳລັບ​ການ​ເຂົ້າ​ເຖິງ​ຟັງ​ຊັນ Favorites, Suggested Sites ແລະ Get More Add-Ons ຊຶ່ງ​ຂໍ້​ມູນ​ນີ້​ມາ​ຈາກ Mary-jo Foley ຈາກ zdnet ທັງ​ນີ້​ພາບ​ອິນ​ເຕີລ໌​ເຟ​ຊ​ທີ່​ຫລຸດ​ອອກ​ມາ​ນັ້ນ​ໄດ້​ຖືກ​ໂພດຕ໌​ເທິງ​ເວັບ​ໄຊຕ໌ Microsoft ໃນ​ລັດ​ເຊຍ​ເມື່ອ​ມື້​ທີ 25 ສິງ​ຫາ​ຄົມ​ທີ່​ຜ່ານມາ ກ່ອນທີ່ຈະ​ຖືກ​ລົບ​ອອກ​ໄປ

ປະ​ເດັນ ກໍ​ຄື ອິນ​ເຕີລ໌​ເຟ​ຊຂອງ IE9 ບໍ່​ເຄີຍ​ຖືກ​ສົ່ງ​ໃຫ້​ກັບ​ນັກ​ພັດທະນາ​ເລີຍ​ທັງ​ໆ ທີ່​ມີ​ການ​ອອກ​ເວີລ໌​ຊັນ developer previews ເຖິງ 4 ເວີລ໌​ຊັນ​ແລ້ວ ໄມ​ໂຄ​ຊອຟົທ໌​ວາງ​ແຜນ​ທີ່​ຈະ​ເປີດ​ເຜີຍ​ກ່ຽວກັບ​ອິນ​ເຕີລ໌​ເຟ​ຊຂອງ IE9 ໃນ​ມື້​ເປີດ​ຕົວ​ເດືອນ​ໜ້າ (15 ກັນຍາ) ທີ່​ຊານ​ຟານ​ຊິດ​ໂກ Foley ກ່າວ​ວ່າ ອິນ​ເຕີລ໌​ເຟ​ຊ​ຂອງ IE9 ຈະ​ມີ​ແຕ່​ປຸ່ມ​ນຳ​ລ່ອງ​ການ​ເຂົ້າ​ເຖິງ​ໜ້າ​ເວັບ ແອດ​ແດຼດ​ບາລ໌​ທີ່​ຮວມ​ກັບ​ຊ່ອງ​ ເ​ສິດ ສ່ວນ​ເມ​ນູ​ຕ່າງໆ ຫລວງຫລາຍ​ທີ່​ເຫລືອ​ຈະ​ຖືກ​ຍຸບ​ລວມ ເພື່ອ​ໃຫ້​ເຫລືອ​ນ້ອຍ​ທີ່ສຸດ ຜູ້​ໃຊ້​ຈະ​ສາມາດ​ເຂົ້າ​ເຖິງ​ເວັບ​ໄຊຕ໌​ທີ່​ຄຸ້ນ​ເຄີຍ ຫລື​ໄດ້ຮັບ​ການ​ປ້ອງ​ກັນ​ໄດ້​ໂດຍ​ກົງ​ຈາກ​ທາສ໌​ບາລ໌ (taskbar) ຂອງ Windows ໂດຍ​ບໍ່​ຕ້ອງ​ຮຽກ​ໂປ​ແກມ IE (ລັກສະນະ​ຈະ​ເຮັດໃຫ້​ການ​ເປີດ​ເວັບ​ແອບ​ພິ​ເຄ​ຊັນ​ທີ່​ຢູ່​ເທິງ​ເນັດ​ຄ້າຍ​ກັບ​ການ​ເປີດ​ແອບຯ ​ໃນເຄື່ອງ ພຽງ​ແຕ່​ຢູ່​ເທິງ​ທາດ​ສ໌​ບາລ໌​ບໍ່ແມ່ນ​ໃນ​ປຸ່ມ Start) ນອກ​ຈາກ​ນີ້​ຍັງມີ​ຄຸນສົມບັດ​ທີ​ຮຽກວ່າ ” tear-off-tabs” (ດຶງ​ແທັບ​ໃນ​ບຼາວ​ເຊີລ໌​ອອກ​ມາ​ເປີດ​ເປັນ​ອີກ​ໜ້າ​ຕ່າງ​ໜຶ່ງ) ທີ່​ພັດທະນາ​ຈາກ​ຄຸນສົມບັດ Aero Snap ໃນ Windows ເພື່ອ​ໃຫ້​ສາມາດ​ເບິງ​ສອງ​ໜ້າ​ເວັບ​ໄດ້​ພ້ອມ​ກັນ ຢ່າງໃດ​ກໍ​ຕາມ ຄຸນສົມບັດ​ນີ້​ເບິ່ງ​ຄືກັບວ່າຈະ​ມີ​ຢູ່​ແລ້ວ​ໃນ Firefox ແລະ Safari

ທີ່ມາ: zdnet, arip

ລອງອ່ານກ່ຽວກັບ  ມາແລ້ວ RockMelt ໂປຼແກຼມທ່ອງເວັບ ສຳລັບຜູ້ໃຊ້ທີ່ມັກ Socail Network

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.