ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາເບິງການເຮັດວຽກ ຂອງ Google Translate

ລາຍງານພິເສດ

Google Translate ເຄື່ອງ​ມື​ແປ​ພາສາ​ທີ່​ເປີດ​ໃຫ້​ໃຊ້​ຟຼີ ໂດຍ​ສາມາດ​ແປ​ໄດ້​ຕັ້ງ​ແຕ່​ຂໍ້ຄວາມ​ທີ່​ເປັນ​ປະ​ໂຫຍກ​ໄປ​ຈົນ​ເຖິງ​ເອກະສານ​ທັງ​ໜ້າແລະແປ​ທັ້ງ​ເວັບ​ໄຊຕ໌ ຢ່າງໃດ​ກໍ​ຕາມເຊື່ອ​ວ່າທ່ານຜູ້ອ່ານຫລາຍ​ຄົນ​ຄົງ​ຢາກ​ຮູ້ວ່າ Google Translate ມີ​ການເຮັດວຽກແບບໃດ? ເປັນຫຍັງ​ມັນ​ເຖິງ​ໄດ້​ເຂົ້າໃຈ​ພາສາ​ຕ່າງໆ ແລະ​ສາມາດ​ແປ​ອອກ​ມາ​ໄດ້​ຄ່ອນ​ຂ້າງ​ຖືກ​ຕ້ອງ​ໃນ​ບາງ​ພາສາ?

ສຳລັບ​ການ​ແປ​ພາສາ​ຂອງ Google Translate ຈະ​ມາ​ຈາກ​ການ​ປະ​ມວນ​ຜົນ​ຂອງ​ຄອມພິວເຕີ​ຫລາຍ​ເຄື່ອງ​ນຳກັນ ໂດຍ​ຄອມພິວເຕີ​ເຫລົ່າ​ນີ້​ຈະ​ໃຊ້​ຂະ​ບວນ​ການ​ແປ​ທີ່​ຮຽກວ່າ ” statistical machine translation” ຫລື “ລະບົບ​ການ​ແປ​ພາສາ​ດ້ານ​ສະຖິຕິ” ຊຶ່ງ​ເປັນ​ວິທີ​ທີ່​ຄອມພິວເຕີ​ໃຊ້​ແປ​ຄວາມຫມາຍ​ຂອງ​ປະ​ໂຍກ ໂດຍ​ອ້າງ​ອິງ​ຈາກ​ຮູບ​ແບບ​ຂອງ​ຂໍ້ຄວາມ​ຈຳນວນ​ຫລາຍ ເພື່ອ​ໃຫ້​ຂໍ້ຄວາມ​ທີ່​ແປ​ມີ​ຄວາມ​ໃກ້​ຄຽງ​ກັບ​ພາສາ​ມະນຸດ

ລອງ ນຶກ​ຍ້ອນ​ໄປ​ໃນ​ສະໄໝ​ຮຽນ​ພາສາ​ຕ່າງໆ ຫາກ​ທ່ານ​ຕ້ອງ​ການ​ສອນ​ໃຜ​ຄົນຫນື່ງ​ໃຫ້​ສາມາດ​ເວົ້າ​ພາສາ ໃໝ່​ໄດ້ ເຈົ້າ​ອາດຈະ​ເລີ່ມ​ຕົ້ນ​ດ້ວຍ​ການ​ສອນ​ຄຳ​ສັບ ແລະ​ກົດ​ໄວ​ຍະ​ກອນ​ທີ່​ຈະ​ບອກວ່າ ໂຄງ​ສ້າງ​ປະ​ໂຍກ​ຂອງ​ພາສາ​ເປັນ​ຢ່າງໃດ? ຄອມພິວເຕີ​ສາ​ມາດ​ຮຽນ​ຮູ້​ພາສາ​ຕ່າງໆ ຂອງ​ມະນຸດ​ໄດ້​ດ້ວຍ​ວິທີ​ດຽວ​ກັນ ນັ້ນ​ກໍ​ຄື ການ​ອ້າງ​ອິງ​ຈາກ​ຄວາມຫມາຍ​ຂອງ​ຄຳ​ສັບ ແລະ​ກົດ​ໄວ​ຍະ​ກອນ ແຕ່​ໃນ​ຄວາມ​ເປັນ​ຈິງ ພາສາ​ຕ່າງໆ ຈະ​ມີ​ຄວາມ​ຊັບ​ຊ້ອນ ຊຶ່ງ​ຄູ​ສອນ​ພາສາ​ຫລາຍ​ຄົນ​ກໍ​ມັກ​ຈະ​ບອກ​ກົງ​ກັນ​ວ່າ ມັນ​ມີ​ຂໍ້​ຍົກ​ເວັ້ນ​ສຳລັບ​ການ​ໃຊ້​ກົດ​ຕ່າງໆ ດ້ວຍ ເມື່ອ​ທ່ານ​ພະຍາຍາມ​ໃຊ້​ຂໍ້​ຍົກ​ເວັ້ນ​ເຫລົ່າ​ນັ້ນ​ທັງ​ໝົດ ກໍ​ຈະ​ພົບ​ວ່າ ມັນ​ມີ​ຂໍ້​ຍົກ​ເວັ້ນ​ຂອງ​ຂໍ້​ຍົກ​ເວັ້ນ​ຂຶ້ນ​ມາ​ອີກ ຈຶ່ງ​ບໍ່​ໜ້າ​ແປກ​ໃຈ​ວ່າ ຄຸນນະພາບ​ຂອງ​ໂປ​ແກມ​ແປ​ພາສາ​ດ້ວຍ​ຄອມພິວເຕີ​ຈຶ່ງ​ບໍ່​ເປັນ​ທີ່​ໜ້າ​ພໍ​ໃຈ​ເທົ່າ​ທີ່​ຄວນ ແຕ່​ສຳລັບ Google Translate ຈະ​ໃຊ້​ວິທີ​ແປ​ທີ່​ແຕກ​ຕ່າງ​ຈາກ​ໂປ​ແກມ​ທົ່ວ​ໄປ

ແທນ ທີ່ Google Translate ຈະ​ໃຊ້​ວິທີ​ສອນ​ໃຫ້​ຄອມພິວເຕີ​ຮູ້​ຈັກ​ກົດ​ໄວ​ຍະ​ກອນ​ຂອງ​ພາສາ ທີມ​ພັດທະນາ​ໃຊ້​ວິທີ​ເຮັດໃຫ້​ຄອມພິວເຕີ​ສາມາດ​ຄົ້ນ​ພົບ​ຮູບ​ແບບ ຫລື​ກົດ​ການ​ແປ​ພາສາ​ດ້ວຍ​ຕົວ​ມັນ​ເອງ ຊຶ່ງ​ຄອມພິວເຕີ​ທັງ​ລະບົບ​ສາມາດ​ເຮັດ​ສິ່ງ​ນີ້​ໄດ້​ໂດຍ​ວິ​ເຄາະ​ຈາກ​ເອກະສານ​ຫລາຍ​ລ້ານຊຸດ​ທີ່​ມີ​ການ​ແປ​ອອກ​ມາ​ແລ້ວ​ໂດຍ​ມະນຸດ ຊຶ່ງ​ຂໍ້ຄວາມ​ທີ່​ແປ​ແລ້ວ​ມາ​ຈາກ​ຫນັງສື​ຕ່າງໆ ຈາກ​ອົງ​ກອນ​ຢ່າງ UN ແລະ​ເວັບ​ໄຊຕ໌​ຈາກ​ທົ່ວ​ໂລກ ໂດຍ​ຄອມພິວເຕີ​ສາ​ມາດສະ​ແກນ​ຂໍ້ຄວາມ​ຕ່າງໆ ເພື່ອ​ຄົ້ນ​ຫາສະຖິ​ຕິ​ທີ່​ສາມາດ​ໃຫ້​ຂໍ້​ສະຫລຸບ​ທີ່​ຊັດເຈນ​ຂອງ​ຮູບ​ແບບ​ການ​ແປ​ທຽບ​ກັບ​ການ​ແປ ຄຳ​ຕໍ່​ຄຳ​ຈົນ​ສາມາດ​ຕັດ​ສິນ​ໃຈ​ໄດ້​ວ່າ ປະ​ໂຫຍກ​ນັ້ນໆ ຄວນ​ຈະ​ແປ​ວ່າ​ຢ່າງໃດ​ກັນແທ້ ເມື່ອ​ຄອມພິວເຕີ​ພົບ​ຮູບ​ແບບ​ຂອງ​ການ​ແປ​ທີ່​ຊັດເຈນ (ສະ​ຖິ​ຕິ​ການ​ແປ​ຢືນຢັນ​ວ່າ ສ່ວນ​ໃຫຍ່​ຕ້ອງ​ແປ​ແບບ​ນີ້) ລະບົບ​ກໍ​ຈະ​ໃຊ້​ຮູບ​ແບບ​ນັ້ນ​ແປ​ຂໍ້ຄວາມ​ທີ່​ຄ້າຍ​ກັນ​ອອກ​ມາ​ໄດ້ ເມື່ອ​ຄອມພິວເຕີ​ຜ່ານ​ຂະ​ບວນ​ການ​ແປ​ຊ້ຳ​ໆ ໄປ​ເລື່ອຍ​ໆ ດ້ວຍ​ຮູບ​ແບບ​ຕ່າງໆ ໂປຼ​ແກຼມ​ກໍ​ຈະ​ມີ​ຄວາມ​ສະຫລາດ​ໃນ​ການ​ແປ​ເພີ່ມ​ຂຶ້ນ​ຕາມ​ໄປ​ດ້ວຍ

ຢ່າງໃດ​ກໍ​ຕາມ ເນື່ອງ​ຈາກ​ບາງ​ພາສາ​ມີ​ເອກະສານ​ໃຫ້​ໂປຼ​ແກຼມ​ໄດ້​ຮຽນ​ຮູ້​ຄ່ອນ​ຂ້າງ​ນ້ອຍ ນັ້ນ​ເປັນ​ສາ​ເຫດ​ໃຫ້​ຄຸນນະພາບ​ການ​ແປ​ພາສາ​ຂອງ Google Translate ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ ຊຶ່ງ Google ຍອມ​ຮັບ​ວ່າ ລະບົບ​ການ​ແປ​ຍັງ​ບໍ່​ສົມບູນ ແຕ່​ດ້ວຍ​ການ​ທີ່​ລະບົບ​ໄດ້ຮັບ​ຂໍ້ຄວາມ​ແປ​ໃໝ່​ໆ ຕະຫລອດ​ເວລາ ມັນ​ຈະ​ເຮັດໃຫ້​ຄອມພິວເຕີ​ສະຫລາດ​ຂຶ້ນ ແລະ​ການ​ແປ​ກໍ​ຈະ​ດີ​ຂຶ້ນ​ເລື່ອຍ​ໆ. ດັ່ງ​ນັ້ນ​ທຸກ​ເທື່ອ​ທີ່​ທ່ານ​ແປ​ປະ​ໂຫຍກ ຫລື​ເວັບ​ເພດ​ດ້ວຍ Google Translate ການ​ແປ​ທີ່​ເຫັນ​ນັ້ນ​ເກີດ​ຈາກ​ການ​ປະ​ມວນ​ຜົນ​ເອກະສານ​ການ​ແປ​ຫລາຍ​ລ້ານ​ຊຸດ ແລະ​ຫລາຍ​ພັນ​ລ້ານ​ຮູບ​ແບບ​ການ​ແປ ຊຶ່ງ​ຫລາຍ​ຕໍ່​ຫລາຍ​ເທື່ອ​ຜູ້​ໃຊ້​ຈະ​ທຶ່ງ​ກັບ​ຜົນ​ລັບການ​ແປ​ທີ່​ໄດ້

ທີ່ມາ: googleblog, arip

ລອງອ່ານກ່ຽວກັບ  ກູ​ເກີນ​ເລີ່ມ​ປ່ອຍ Android 2.2 (Froyo) ເຂົ້າ​ສູ່ AOSP ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ໂອ້ຫາກະຮູ້ໃດ໋ນິ ວ່າມັນເຮັດວຽກແບບນິນີ້ເອງ ກະຄືຄົນເຮົາຫັ້ນແຫຼະເນາະ ຄັນຝຶກຝົນຫຼາຍໆກໍຈະມີຄວາມຊຳນານຫຼາຍ
    ຂອໃຈເດີ້ ^^

  2. ເປັນເວບທີ່ດີຫຼາຍ ເພາະເຮັດໃຫ້ມີຄວາມຮູ້ຫຼາຍຂີຶ້ນກ່ຽວກັບ IT ຈະຕິດຕາມເບິ່ງຜົນງານຕໍ່ໄປເດີ້…

  3. ບົດຄວາມຂອງທ່ານຂຽນໄດ້ດີ ແລະ ເປັນປະໂຫຍດແກ່ທ່ານຜູ້ອ່ານຫຼາຍ ຂ້າພະເຈົ້າຄິດວ່າ ຄຳເຫຼົ່ານີ້ ອາດຖືກຕ້ອງກວ່າ
    1. ກະບວນ ຄວນປ່ຽນມາເປັນ ຂະບວນ
    2. ເຊິງ ປ່ຽນມາເປັນ ດ້ານ ຫຼື ແງ່
    3. ກົດໄວຍະກອນ ປ່ຽນມາເປັນ ຫຼັກໄວຍະກອນ

    ຂໍຂອບໃຈ

Leave a Reply to Malaythip Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.