ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ບອກລາ Google Wave ຍ້ອນໄປບໍ່ລອດ

ຂ່າວດ່ວນ, ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ Google ປະ​ກາດ​ອອກ​ມາ​ເປັນ​ທາງ​ການ​ແລ້ວ​ວ່າ ທາງ​ບໍລິສັດ​ຈະ​ຍຸດຕິ​ການ​ພັດທະນາ Google Wave ແພດ​ຟອລ໌​ມ​ທີ​ໃຫ້​ບໍລິການ​ເຄື່ອງ​ມື​ທີ່​ຊ່ວຍ​ໃຫ້​ການ​ປະ​ສານ​ງານ​ຮ່ວມ​ກັນ​ໄດ້ (collaboration) ແບບ Real Time ແລ້ວເນື່ອງ​ຈາກ​ມີ​ຈຳນວນ​ຜູ້​ໃຊ້ຫ​ນ້ອຍ​ເກີນ​ໄປ

ສຳລັບ​ຜູ້​ທີ່​ມີ​ໂອ​ກາດ​ໃຊ້ Google Wave ໃນໄລຍະ​ທຳອິດ ຕ່າງ​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ ມັນ​ເປັນ​ບໍລິການ​ທີ່​ມີ​ນວດ​ກຳ​ສຸດ​ຍອດ ແຕ່​ຫລັງ​ຈາກ​ທີ່​ເປີດ​ໃຫ້​ຜູ້​ໃຊ້​ທົ່ວ​ໄປ​ໄດ້​ມີ​ໂອ​ກາດ​ໃຊ້​ນຳ ພາບ​ຂອງ Wave ກໍ​ຊັດເຈນ​ຂຶ້ນ​ນັ້ນ​ກໍ​ຄື ມັນ​ເປັນ​ຜະລິດຕະພັນ​ທີ່​ສ້າງ​ໂດຍ​ວິ​ສະວະກອນແລະ​ສຳລັບ​ວິ​ສະວະກອນ​ໃຊ້​ຫລາຍກວ່າ​ບຸກ​ຄົນ​ທົ່ວ​ໄປ

Google ຍອມ​ຮັບ​ວ່າ ຄວາມ​ພະຍາຍາມ​ໃນ​ການ​ທີ່​ຈະ​ເຮັດໃຫ້ Google Wave ມີ​ລະບົບ​ການ​ສື່​ສານ​ທີ່​ແຕກ​ຕ່າງ​ຫລາກ​ຫລາຍ​ດ້ວຍ​ການ​ຮ່ວມ​ເຄື່ອງ​ມື​ເຂົ້າໄປ​ຫລວງຫລາຍ ເພື່ອ​ໃຫ້​ຜູ້​ໃຊ້​ສາມາດ​ເຮັດວຽກ​ຮ່ວມ​ກັນ​ໄດ້​ຢ່າງບໍມີ​ຂໍ້​ຈຳ​ກັດ ມັນ​ກາຍ​ເປັນ​ວ່າ ຜະລິດຕະພັນ​ດັ່ງ​ກ່າວ​ຊັບ​ຊ້ອນ​ເກີນ​ໄປ​ສຳລັບ​ຜູ້​ໃຊ້​ສ່ວນ​ໃຫຍ່ ຢ່າງໃດ​ກໍ​ຕາມ Google ຈະ​ຍັງ​ຄົງ​ເກັບ​ໂຄ້​ດ ແລະ​ເວັບ​ໄຊຕ໌ wave.google.com ໄວ້​ຈົນ​ເຖິງ​ທ້າຍ​ປີ​ນີ້…

ທີ່ມາ: pcmag, arip

ລອງອ່ານກ່ຽວກັບ  Samsung ຈັບມືກັບ Google ເປີດໂຕ Galaxy Nexus ແລະ Android 4.0

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.