ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກຳລັງຈະມີຫນັງກ່ຽວກັບ​ ເວັບ​ເສິດເອັນ​ຈິ້ນ​ google

ຂ່າວໄອທີ

ໃນ​ຂະນະ​ທີ່​ຫລາຍ​ຄົນ​ກຳ​ລັງ​ຖ້າເບິງຫນັງເລື່ອງ The Social Network ເລື່ອງ​ລາວ​ເບື້ອງ​ຫລັງເບື້ອງ​ເລິກ​ຂອງ Mark Zuckerberg ຜູ້​ກໍ່​ຕັ້ງ Facebook ລ່າ​ສຸດ​ມີ​ລາຍ​ງານ​ຂ່າວ​ອອກ​ມາ​ແລ້ວ​ວ່າ ຮອນ​ລີ​ວູ້​ດ ​ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ຖ່າຍ​ທຳຫນັງ​ອີກ​ເລື່ອງ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ບໍ່ພ່າຍແພ້​ກັນເພາະ​ມັນ​ເປັນ​ເລື່ອງ​ຂອງ​ເວັບ​ເສິດເອັນ​ຈິ້ນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ນັ້ນ​ກໍ​ຄື ກູ​ເກີ້ນ (Google)

ສຳລັບ​ໜັງ​ເລື່ອງ​ນີ້​ທາງ​ຜູ້​ກຳ​ກັບ John Morris ແລະ Groundswell Prods ໄດ້​ຊື້​ລິຂະ​ສິດ​ມາ​ຈາກ​ຫນັງສື “Googled: The End of the World As We Know It” ໂດຍ​ຈະ​ເປັນ​ເລື່ອງ​ລາວ​ຂອງ​ການ​ທີ່​ສອງ​ຜູ້​ກໍ່​ຕັ້ງ Larry Page ແລະ Sergay Brin ສາມາດ​ປະຕິວັດ​ອິນ​ເຕີລ໌​ເນັດ​ດ້ວຍ​ ເສິດ​ເອັນ​ຈິ້ນ ຢ່າງໃດ​ກໍ​ຕາມ ໜັງ​ເລື່ອງ Google ຈະ​ບໍ່​ຄືກັບ Social Network ທີ່​ເຕັມ​ໄປ​ດ້ວຍ​ເລື່ອງ​ລາວ​ຂອງ​ການ​ຕໍ່ສູ້​ທາງ​ກົດຫມາຍ ແລະ​ປາລ໌​ຕີ້​ກັບ​ຫມູ່ເພື່ອນ

Google Movie ຈະ ເປີດ​ເລື່ອງ​ດ້ວຍ​ສອງ​ຜູ້​ກໍ່​ຕັ້ງ​ໃນ​ຂະນະ​ທີ່​ພວກ​ພວກເຂົາ​ສຶກ​ສາ​ປິນ​ຍາ​ເອກ​ທີ່​ມະຫາ​ວິທະຍາ​ໄລສະແຕນຟອລ໌​ດ ດ້ວຍ​ໄອ​ເດຍ​ທີ່​ຕ້ອງ​ການເຮັດ​ ເ​ສິດ​ເອັນ​ຈິ້ນ​ທີ່​ດີກວ່າ ໂດຍ​ຕັ້ງ​ຢູ່​ເທິງ​ພື້ນຖານແນວ​ຄິດ​ທີ່​ວ່າ “ເຈົ້າ​ສາມາດ​ເຮັດ​ເງິນ​ໄດ້ ໂດຍ​ບໍ່​ຕ້ອງ​ເຮັດ​ຕົວ​ເປັນ​ປີ​ສາດ” ແລະ “ເຈົ້າ​ເບິ່ງ​ຈິງ​ຈັງ​ໄດ້ ໂດຍ​ບໍ່​ຕ້ອງ​ໃສ່​ສູດ” ໜັງ​ເລື່ອງ Google ຈະ​ໂຟ​ກັດ​ວິທີ​ທີ່​ພວກ​ພວກເຂົາ​ພະຍາຍາມ​ເຮັດໃຫ້​ກູ​ເກີ້ນ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ພາຍໃຕ້​ຄ່າ​ນິຍົມ ຂ້າງ​ຕົ້ນ ຢ່າງໃດ​ກໍ​ຕາມ ຄວາມ​ທ້າ​ທາຍ​ຂອງ​ໜັງ​ເລື່ອງ​ນີ້​ກໍ​ຄື ການເຮັດໃຫ້​ເລື່ອງ​ລາວ​ຂອງ​ຄວາມ​ສຳ​ເລັດ​ເປັນ​ໜັງ​ທີ່​ມີ​ຄວາມ​ເປັນ​ດຼາ​ມ່າ​ເຂັ້ມ​ຂົ້ນ​ຢູ່ໃນ ນັ້ນ ແທນ​ທີ່​ຈະ​ເປັນ​ສາລະ​ຄະດີ​ເລື່ອງ​ຍາວ ຊຶ່ງ​ຟັງ​ເບິ່ງ​ແລ້ວ​ບໍ່​ງ່າຍ​ເລີຍ ຄົງ​ຕ້ອງ​ຖ້າ​ເບິ່ງ​ຕົວ​ຢ່າງ ໜັງ​ອີກ​ເທຶ່ອຫນຶ່ງກະແລ້ວກັນ

ທີ່ມາ: entertainmentshowbiz, arip

ລອງອ່ານກ່ຽວກັບ  Google ມີແຜນທີ່ຈະຊື້ fflick.com ເວັບໄຊຕ໌ ລິວິວຫນັງ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to paphanh Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.