ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເພີ່ມບໍລິການ ໃຫ້ໂທຟຼີເທິງຫນ້າເວັບ Gmail

ຂ່າວໄອທີ

ຫລັງ​ຈາກ​ຜິດ​ຫວັງ​ກັບ​ບໍລິການ Google Wave ທາງ​ບໍລິສັດ​ກໍ​ຮີບ​ປັ່ນ​ບໍລິການ​ໃໝ່​ອອກ​ມາ​ທັນ​ທີ ໂດຍ​ຫັນ​ມາ​ຜັກ​ດັນ​ບໍລິການ​ພື້ນ​ຖານ​ຢ່າງ Gmail ດ້ວຍ​ການ​ເພີ່ມ​ຄວາມ​ສາມາດ​ໃໝ່​ທີ່​ໜ້າ​ຈະ​ເປັນ​ທີ່​ຖືກ​ໃຈ​ຂອງ​ຜູ້​ໃຊ້​ຫລາຍໆ ຄົນ​ນັ້ນ​ຄື Gmail Call ຫລື​ບໍລິການ VoIP ທີ່​ເປີດ​ໂອ​ກາດ​ໃຫ້​ຜູ້​ໃຊ້​ສາມາດ​ຕໍ່​ສາຍ​ໂທລະ​ສັບ​ໄປ​ຍັງ​ເພື່ອນ​ໆ ໃນ Gmail ໄດ້​ທັນ​ທີ

ລາຍ​ງານ ຂ່າວ​ລ່າ​ສຸດ Google ໄດ້​ໃຫ້​ບໍລິການ​ຕໍ່​ສາຍ​ໄປ​ຍັງ​ໂທລະ​ສັບ​ຜ່ານ Gmail ແລ້ວ ໂດຍ​ມີ​ເງື່ອນ​ໄຂ​ໃຫ້​ບໍລິການ “ຟຼີ” ສຳລັບ​ຜູ້​ໃຊ້​ໃນ​ສະ​ຫະລັດ ແລະ​ ແຄ​ນາ​ດາ​ໄປ​ຈົນ​ເຖິງເດືອນມັງກອນ 2011 ໃນ​ຂະນະ​ທີ່​ຫາກ​ໂທ​ໄປ​ຍັງ​ປະເທດ​ອື່ນໆ ຈະ​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ດ້ວຍ​ອັດຕາ​ທີ່ Google ບອກວ່າ ຕ່ຳ​ຫລາຍ​ໆ (very low rates)

ຜູ້​ໃຊ້​ບໍລິການ​ຈະ​ເປີດ​ອິນ​ເຕີລ໌​ເຟ​ຊ​ຂອງ​ປຸ່ມ​ໂທສັບ​ຂຶ້ນ​ມາ ເພື່ອ​ຄິກ​ຮຽກ​ສາຍ ຄື​ການ​ໃຊ້​ໂທລະ​ສັບ​ຕາມ​ປົກກະຕິ ໂດຍ​ຄິກ​ເທິງ​ລິ້ງ Call Phone ທີ່​ຢູ່​ດ້ານ​ເທິງ​ຂອງ​ເມ​ນູ Chat ດ້ານ​ຊ້າຍ​ມື ທັງ​ນີ້​ຜູ້​ໃຊ້​ຈະ​ຕ້ອງ​ຕິດ​ຕັ້ງ​ປຼັກອິນ  voice ແລະ video ເຂົ້າໄປ​ກ່ອນ​ໃຊ້​ງານ ສຳລັບ​ລູກ​ຄ້າ​ທີ່​ບໍ່​ໄດ້​ຢູ່ໃນ​ສະ​ຫລັດຯ ທາງ Google ແຈ້ງ​ວ່າ ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ຕຽມ​ການ .

ທີມາ:npr, arip

ລອງອ່ານກ່ຽວກັບ  Samsung ເປີດໂຕ Galaxy Note ສະມາດໂຟນ/ແທັບເລັດ ຂະຫນາດ 5.3ນິ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.