ເລື່ອງລາວຂອງ TECH, STARTUP, ແລະ DIGITAL

BuduLock ໂປຼແກຼມລັອກໂຟນເດີ່ ແລະ ພອດ USB ແບບງ່າຍໆ

FREE WARE

ຄວາມ​ສາມາດ​ແລະການໃຊ້ງານຂອງ Budu Lock ກໍ​ຄ່ອນ​ຂ້າງ​ງ່າຍ ​ຫລັງ​ຈາກ​ຕິດ​ຕັ້ງ​ລົງ​ໄປ​ໃນ​ເຄື່ອງ ຖ້າ​ຢາກ​ໃຊ້​ງານ​ກໍ​ພຽງເປີດ​ໂປ​ແກມ​ຂຶ້ນ​ມາ ເລືອກ Folder ທີ່​ເຮົາ​ຢາກ​ຈະ​ລັອກ​ແລ້ວກໍ່ Double Click ເຂົ້າໄປ

  • ຫລັງຈາກນັ້ນກໍ​ກົດ​ປຸ່ມ Lock ໄດ້​ເລີຍ ຕາມ​ດ້ວຍ​ການ​ໃສ່​ລະ​ຫັດ​ຜ່ານ ​(ຂໍ​​ຢ້ຳໄວ້​ເລີຍ​​ວ່າ ຈື່ Password ທີ່​ຕັ້ງ​ໄວ້​ໃຫ້​ດີໆ ເພາະ​ໂປຼ​ແກຼມ BuduLock ມັນ​ບໍ່​ມີ​ຕົວ Recovery ມາ​ໃຫ້​ ອັນ​ນີ້ໂຕ​ໃຜ​ໂຕ​ມັນ ຖ້າ​ເບິ່ງແຍງ​ບໍ່​ໄດ້ ກະຢ່າ​ໃຊ້ມັນເລີຍ.)

  • ຖ້າ​ລັອກ​ສຳເລັດ​ແລ້ວ icon ຂອງ​ໂຟນ​ເດີລ໌​ເຮົາ​ຈະ​ກາຍ​ເປັນ​ຮູບ​ກະ​ແຈ​ລັອກ​ແບບ​ຂ້າງເທິງນີ້

  • ແລະ​ຖ້າ​ຢາກ​ປົດ​ລັອກ​ເພື່ອ​ເຂົ້າໄປ​ກໍ​ເປີດ​ໂປ​ແກມ BuduLock ອີກ​ເທື່ອ ແລ້ວ​ກັບ​ໄປ​ເລືອກ Folder ເກົ່າ(ເຮັດແບບເກົ່າ)  ແລ້ວກົດ​ປຸ່ມ Unlock ແລ້ວ​ກໍ​ໃສ່ ລະ​ຫັດ​ຜ່ານ​ເຂົ້າໄປ ພຽງເທົ່າ​ນີ້​​ຈົບ​.

ຄວາມ​ສາມາດ​ເສີມ​ຂອງ BuduLock ນອກ​ເໜືອ​ຈາກ​ການ Lock Folder ທີ່​ເຮົາ​ບໍ່​ຢາກ​ໃຫ້​ໃຜ​ມາ​ຍຸ້ງ​ແລ້ວ ຍັງ​ສາມາດ Block ການ​ໃຊ້​ງານ USB Drive ໄດ້​ອີກ​ດ້ວຍ ເພື່ອ​ປ້ອງ​ກັນ​ຄົນ​ອື່ນ​ມາລັກ​ກ໊ອ​ປປີ໋​ຂໍ້​ມູນ​ຈາກ​ເຄື່ອງ​ເຮົາ​ໄປ ຫລື ປ້ອງ​ກັນ​ການ​ຕິດ​ໄວ​ລັດ​ຈາກ USB Drive ໄດ້ດ້ວຍ

ວິທີ​ການ​ປ້ອງ​ກັນ​ກໍ​ງ່າຍ​ແສນງ່າຍ ເປີດ​ໂປ​ແກມ BuduLock ແລ້ວ​ໄປ​ທີ່​ແທັບ  Flash Drive Lock ກົດ​ປຸ່ມ Change Password ເພື່ອ​ຕັ້ງ​ລະ​ຫັດ​ຜ່ານ​ກັນ​ກ່ອນ ຈາກ​ນັ້ນ​ເລືອກ Disable Flash Drive ແລ້ວ​ກົດ​ປຸ່ມ Execute ເພື່ອ​ກໍ່ການ​ລັອກ​ບໍ່​ໃຫ້​ໃຊ້​ງານ USB Drive

ຊຶ່ງ​ຖ້າ​ຢາກ​ເປີດ​ໃຊ້​ງານ​ອີກ​ເທື່ອ​ກໍ​ເລືອກ​ທີ່ Enable Flash Drive ແລ້ວ​ກໍ​ກົດ Execute ຕາມ​ດ້ວຍ​ການ​ໃສ່​ລະ​ຫັດ​ຜ່ານ ເທົ່ານີ້ກໍ່ຈົບ ແລະບົດຄວາມກໍ່ຈົບ

ໃຊ້ງານແລ້ວເປັນແນວໃດອອກຄວາມເຫັນກັນແນ່ເດີ່

Download: http://www.mytikus.com/folder_lock_software_budulock.htm

ລອງອ່ານກ່ຽວກັບ  Swifty ຮຽນຂຽນໂປຼແກຼມດ້ວຍພາສາ Swift ງ່າຍໆຜ່ານ iPhone ແລະ iPad

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.