ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Dell Streak ເລີ່ມວາງລົງຕະຫລາດ ໃນສະຫະລັດຯ ແລ້ວ

ຂ່າວດ່ວນ, ຂ່າວໄອທີ

ໃນ​ທີ່ສຸດ Dell Streak ແທັບ​ເລັດ”ແອ​ນດ​ລອຍດ໌” (Android tablet) ທີ່​ມີ​ການ​ເວົ້າ​ເຖິງ​ມາ​ດົນ​ແສນ​ດົນ​ກໍ​ໄດ້​ປະ​ເດີມ​ວາ​ງຕະຫ​ລາດ​ໃນ​ສະ​ຫະລັດຯ​ແລ້ວ ຊຶ່ງ​ແນ່ນອນ​ວ່າ ເປົ້າ​ໝາຍ​ສ່ວນ​ແບ່ງ​ທີ່​ຕ້ອງ​ການ​ກໍ​ຄື ຜູ້​ໃຊ້ iPad ຢ່າງໃດ​ກໍ​ຕາມ ຄົງ​ຕ້ອງ​ຕິດ​ຕາມ​ກັນ​ຕໍ່ໄປ​ວ່າ Dell Streak ຈະ​ແຜງ​ລິດ​ໄດ້ປານໃດ?

ສຳລັບ ລາ​ຄາ​ຢ່າງ​ເປັນ​ທາງ​ການ​ຂອງ Dell Streak ແທັບ​ເລັດ​ແອ​ນດ​ລອຍດ໌​ລຸ້ນ​ນີ້​ຈະ​ມີ​ລາ​ຄາ​ຢູ່​ທີ່ 299 ຫລຽນຯ ພາຍໃຕ້​ສັນຍາ​ການ​ໃຊ້​ບໍລິການ​ເຄືອ​ຂ່າຍ 2 ປີ​ກັບ AT&T ຫລື 549 ຫລຽນຯ ສຳລັບ​ເວີລ໌​ຊັນ Unlock ຜູ້​ສົນ​ໃຈ​ສາມາດ​ສັ່ງ​ຊື້​ຈາກ​ເວັບ​ໄຊຕ໌ Dell ໄດ້​ຕັ້ງ​ແຕ່​ວັນພະ​ຫັດ​ນີ້​ເປັນ​ຕົ້ນ​ໄປ ໂດຍ​ສາວົກ​ແອ​ນດ​ລອຍດ໌​ທີ່​ໄດ້​ລົງ​ທະ​ບຽນ​ຈອງ​ລ່ວງ​ໜ້າ​ຈະ​ໄດ້ຮັບ​ເຄື່ອງ​ກ່ອນ ຊຶ່ງ​ທາງ Dell ຈະ​ສົ່ງ​ໃຫ້​ກັບ​ລູກ​ຄ້າ​ກຸ່ມ​ນີ້​ພາຍ​ໃນ 2 ມື້ ໂດຍ​ບໍ່​ຄິດວ່າ​ບໍລິການ

Dell Streak ເປັນ​ການ​ຜະ​ສານ​ຄຸນສົມບັດ​ຂອງ​ແທັບ​ເລັດ​ຂະໜາດ​ໜ້າ​ຈໍ 5 ນິ້ວ (ກ່ອນ​ໜ້າ​ນີ້​ມີ​ລາຍ​ງານ​ຂ່າວ​ກ່ຽວກັບ​ມື​ຖື​ແທັບ​ເລັດ​ຕົວ​ນີ້​ທີ່​ບໍ່​ສາມາດ​ໃສ່ ກະ​ເປົ໋າ​ໂສ້ງໄດ້) ກັບ​ການ​ເປັນ​ສະ​ມາດໂຟນ ພ້ອມ​ກ້ອງ​ທັງ​ດ້ານ​ໜ້າ (VGA) ແລະ​ຫລັງ (5MP) ຊີ​ພີ​ຍູ SnapDragon 1GHz ເຊື່ອມ​ຕໍ່​ຂາດ​ສາຍ 3G, Wi-Fi ແລະ Bluetooth ວ່າ​ແຕ່​ມັນ​ເປັນ​ຂໍ້​ຕົກລົງ​ທີ່​ໜ້າ​ສົນ​ໃຈ ຫລື​ບໍ່? ເນື່ອງ​ຈາກ​ຄາດ​ວ່າ ມັນ​ຈະ​ມາ​ພ້ອມ​ກັບ Android 1.6 ໃນ​ຂະນະ​ດຽວ​ກັນ​ລາ​ຄາ​ຂອງ​ມັນ​ຍັງ​ຄ່ອນ​ຂ້າງ​ສູງ​ອີກ​ດ້ວຍ ໂດຍ​ສະເພາະ​ເມື່ອ​ທຽບ​ກັບ​ສະ​ມາດ​ໂຟນ ຢ່າງໃດ​ກໍ​ຕາມ Dell ໜ້າ​ຈະ​ຕັດ​ສິນ​ໃຈ​ອັບ​ເດດ Streak ເປັນ Android 2.2 ພ້ອມ​ກັບ​ການ​ສະໜັບສະໜູນ​ການ​ໃຊ້​ງານ Flash ຢ່າ​ງສົມ​ບູນ​ໃນ​ທີ່ສຸດ.

ທີ່ມາ: zdnet, arip

ລອງອ່ານກ່ຽວກັບ  LookMobileOnNet ຊ່ວຍໃຫ້ທ່ານກວດເບີ ໂທເຂົ້າ-ອອກ ແລະ SMS ໃນ Android

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.