ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຫນັງສືແບບເປັນເຫຼັມ ຈະຕາຍພາຍໃນ 5ປີ

ຂ່າວໄອທີ

ເມື່ອ​ຕົ້ນ​ເດືອນ​ທີ່​ຜ່ານມາ Nicholas Negroponte ຜູ້​ຂຽນ​ຫນັງສື Being Digital ແລະ​ເຈົ້າ​ຂອງ​ໂປ​ເຈັກ​ OLPC (One Laptop Per Child) ກ່າວ​ວ່າ “ຫນັງສື​ເຫຼັ້ມ​ທີ່​ແຕະຕ້ອງ​ໄດ້​ຈະ​ຕາຍ​ພາຍ​ໃນ 5 ປີ” ເນື່ອງ​ຈາກ​ຜູ້​ບໍລິ​ໂພກ​ລຸ້ນ​ໃໝ່​ຫັນ​ໄປ​ອ່ານ​ອີ​ບຸ໊​ກແລະ​ອີເລັກໂຕຼນິກຄອນ​ເທັນຕ໌​ຈາກ​ອຸປະກອນ​ຕ່າງໆ ຢ່າງໃດ​ກໍ​ຕາມ “Newsweek” ນິ​ຕະຍາ​ສານ​ແລະ​ເວັບ​ໄຊຕ໌​ຂ່າວ​ຍັກ​ໃຫຍ່ ເຫັນວ່າ ມັນ​ຍັງ​ເຫລືອ​ທີ່​ຢືນ​ໃຫ້​ກັບ​ຫນັງສື​ໃນ​ການ​ຕໍ່ສູ້​ກັບ​ອີ​ບຸ໊​ກ ເຖິງແມ່ນ​ຈະ​ນ້ອຍ​ເຕັມ​ທີ​ກໍ​ຕາມ

ໂດຍ​ທາງ​ເວັບ​ໄຊຕ໌ Newsweek ໄດ້​ຈັດ​ເຮັດ Infographic ທີ່​ເປັນ​ການ​ປຽບທຽບ​ລະຫວ່າງ ຫນັງສື (ເກົ່າ) ກັບ​ຫນັງສື​ໃໝ່ (Books Vs. E-Books) ໂດຍ​ໃຫ້​ຜູ້​ອ່ານ​ເປັນ​ຜູ້​ຕັດ​ສິນ​ເອງ​ວ່າ​ໃຜ​ຈະ​ເປັນ​ຜູ້​ຊະນະ​ໃນ​ສຶກ​ນີ້? ຢ່າງໃດ​ກໍ​ຕາມ ຖ້ອຍ​ຖະແຫລງ​ທີ່​ຊັດເຈນ​ກຽວ​ກັບ​ຈຸດ​ແຂງ​ຂອງ​ຫນັງສື​ກໍ​ຄື “ຄຸນນະພາບ​ຂອງ​ຫນັງສື (ພາຍໃຕ້​ແສງ​ທຳມະຊາດ) ຍັງ​ຄົງ​ສາມາດ​ເບິ່ງເຫັນ​ໄດ້​ງ່າຍ​ທີ່ສຸດ​ດ້ວຍ​ຕາ​ຂອງ​ຜູ້​ອ່ານ”  ແຕ່​ທີ່​ໜ້າ​ຢ້ານ​ກໍ​ຄື ຍອດ​ຂາຍ​ທີ່​ປຽບທຽບ​ລະຫວ່າງ 249.2 ລ້ານ​ຫລຽນຯ ​ຂອງ​ຫນັງສື​ເຫຼັ້ມ​ກັບ 29.3 ລ້ານ​ຫລຽນ​ຂອງ e-books ທີ່​ໃຫ້​ລາຍ​ລະອຽດ​ເພິ່ມເຕິມ​ວ່າ ເຈົ້າ​ຂອງ Kindle ຊື້​ອີ​ບຸ໊​ກ​ຫລາຍ​ຂຶ້ນ​ກວ່າ​ການ​ຊື້​ຫນັງສື​ເຫຼັ້ມ​ປົກກະຕິ 3.3 ເທົ່າ ເຫດຜົນ​ງ່າຍໆ ກໍ​ຄື ລາ​ຄາ​ທີ່​ຖືກ​ກວ່າ​ເກືອບ 1 ໃນ 3 ຂອງ​ລາ​ຄາ​ເຫຼັ້ມ​ນັ້ນ​ເອງ ສຳລັບ​ຂໍ້​ມູນ​ປຽບທຽບ​ໃຫ້​ເຫັນ​ການ​ແຂ່ງ​ຂັນ​ຂອງ​ຫນັງສື​ທັງ​ສອງ​ຊະນິດ​ທີ່​ທາງ​ນິວສ໌ ວີກ​ນຳ​ມາ​ເຜີຍແຜ່​ເປັນ​ດັ່ງຮູບ​ຂ້າງ​ລຸມ​ນີ້

ທີ່ມາ: techcrunch, arip

ລອງອ່ານກ່ຽວກັບ  Android Market ເວີຊັ່ນໃຫມ່ ເພີ່ມປຸ່ມ +1, ພ້ອມກັບການປ້ອງກັນດ້ວຍ PIN

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.