ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Blackberry Torch ມາແລ້ວ ພ້ອມເປັນຄູ່ແຂ່ງກັບ iPhone 4

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ RIM ເປີດ​ຕົວ​ສະມາດ​ໂຟນ BlackBerry Torch 9800 ຢ່າງ​ເປັນ​ທາງ​ການ​ແລ້ວ ຊຶ່ງ​ຖື​ເປັນ​ການ​ກັບ​ມາ​ອີກ​ເທື່ອຫນຶ່ງ​ຂອງ BB ທີ່​ຕອບ​ໂຈດຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ຢ່າງ​ແທ້​ຈິງ ໂດຍ​ສະເພາະ​ຄຸນສົມບັດ​ການເຮັດວຽກທີ່​ມີ​ທັງ​ຄີຍ໌​ບອລ໌​ດ QWERTY ທີ່​ສາມາດ​ເລື່ອນ​ອອກ​ມາ​ໃຊ້​ງານ​ໄດ້​ຢ່າງ​ສະ​ດວກ ແລະ​ໜ້າ​ຈໍ​ທີ່​ເຮັດວຽກ​ລະບົບ​ສຳ​ຜັດ​ອີກດ້ວຍ

BlackBerry Torch ເປີດ​ຕົວ​ຢ່າງ​ເປັນ​ທາງ​ການ​ເທິງ​ເວັບ​ໄຊຕ໌ AT&T ໂດ​ຍສະມາດໂຟນ​ລຸ້ນ​ໃໝ່​ນີ້​ຈະ​ມາ​ພ້ອມ​ກັບ​ໜ້າ​ຈໍ​ສຳ​ຜັດ​ຂະໜາດ 3.2 ນິ້ວ ກ້ອງ 5 ລ້ານ​ພິກ​ເຊວ ສະ​ຕໍ​ເລດ​ບັນ​ທຶກ​ຂໍ້​ມູນ 4GB ພ້ອມ​ຊ່ອງ​ໃສ່​ກາດໜ່ວຍ​ຄວາມ​ຈຳ microSD ຫນ່ວຍ​ຄວາມ​ຈຳ RAM/ROM ຢ່າງ​ລະ 512MB ສະໜັບສະໜູນ​ການ​ເຊື່ອມ​ຕໍ່​ໄຮ້ສາຍ Wi-Fi ນອກ​ຈາກ​ນີ້​ຍັງມີ​ຄີຍ໌​ບອລ໌​ດ QWERTY ທີ່​ສາມາດ​ເລື່ອນ​ອອກ​ມາ​ຈາກ​ດ້ານ​ຫລັງ​ຂອງ​ເຄື່ອງ​ໄດ້​ອີກ​ດ້ວຍ

BlackBerry Torch ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ BlackBerry 6 OS ພ້ອມ​ດ້ວຍ​ຄຸນສົມບັດ​ໃໝ່​ຂອງ Media Sync ທີ່​ສາມາດ​ຊິງຄ໌​ໄລ​ບຼາ​ລີ່​ຂອງ​ມີ​ເດຍ​ທີ່​ຢູ່ໃນ​ເຄື່ອງ​ຜ່ານ Wi-Fi ໄດ້​ທັນ​ທີ ເຖິງເເມ່ນວ່າຈະ​ບໍ່​ສາມາດ​ທຽບ​ຊັ້ນ​ກັບ iPhone 4 ໄດ້ ແຕ່​ກໍ​ຕ້ອງ​ຖື​ວ່າ​ການ​ກັບ​ມາ​ເທື່ອ​ນີ້​ຂອງ BB ບໍ່​ເຮັດໃຫ້​ສາວົກ​ຜິດ​ຫວັງ​ຢ່າງ​ແນ່ນອນ


ທີ່ມາ: pcmag ຜ່ານ arip

ລອງອ່ານກ່ຽວກັບ  ສ່ວນແບ່ງຕະຫລາດຂອງສະມາດໂຟນ ທີ່ໃຊ້ເຂົ້າໃນທຸລະກິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.