ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Bill Gates ບອກວ່າອີກ 5ປິ ຄົນຈະໃຊ້ເນັດ ແທນການໄປມະຫາວິທະຍາໄລ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ບິນ​ເກດສ໌ (Bill Gates) ທຳນາຍ​ອານາຄົດ​ວ່າ ໃນ​ອີກ 5 ປີ​ຂ້າງ​ໜ້າ​ຈະ​ເກີດ​ການ​ປ່ຽນ​ແປງ​ຄັ້ງໃຫຍ່​ໃນ​ແວ​ດວົງ​ການສຶກສາ ໂດຍ​ສະເພາະ​ກັບ​ສະຖານ​ສຶກ​ສາ​ໃນ​ລະ​ດັບ​ມະຫາ​ວິທະຍາ​ໄລ​ຈະ​ລຸດ​ຄວາມ​ສຳຄັນ​ລົງ​ຫລາຍ ແລະ​ອິນ​ເຕີລ໌​ເນັດ​ຈະ​ເຂົ້າ​ມາ​ມີ​ບົດ​ບາດ​ຕໍ່​ວົງ​ການສຶກສາ​ແທນ “ອີກ 5 ປີ​ຈາກ​ນີ້​ໄປ ໃນ​ໂລກ​ຂອງ​ຟຼີເທິງ​ເວັບ ທ່ານຈະ​ສາມາດ​ພົບ​ຫົວຂໍ້​ບັນລະຍາຍ​ທີ່​ດີ​ທີ​ສຸດ​ໃນ​ໂລກ​ໄດ້” ເມື່ອ​ເຖິງ​ເວລາ​ນັ້ນ ທ່ານຍັງ​ຈຳ​ເປັນ​ຕ້ອງ​ເດິນທາງ​ໄປ​ຮຽນ​ທີ່​ມະຫາ​ວິທະຍາ​ໄລ​ອີກ​ຫລືບໍ?

ໃນ​ງານ​ປະ​ຊຸມ Techonomy 2010 ເກດສ໌​ໄດ້​ກ່າວເຖິງ​ການ​ປ່ຽນ​ແປງ​ລະບົບ​ການສຶກສາ ໂດຍ​ພວກເຂົາ​ຄິດວ່າ​ມັນ​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ ຊຶ່ງ​ສະຖານ​ສຶກ​ສາ​ຈະ​ເຫລືອ​ພຽງແຕ່​ລະ​ດັບ​ປະ​ຖົມ ແລະ​ມັດ​ຍົມ​ເທົ່າ​ນັ້ນ ສ່ວນ​ການເດິນທາງ​ໄປ​ສຶກ​ສາ​ໃນ​ວິທະຍາ​ໄລ ແລະ​ມະຫາ​ວິທະຍາ​ໄລ​ຈະ​ລຸດ​ຄວາມຫມາຍ​ລົງ​ໄປ​ໃນ​ອີກ 5 ປີ “ນັກ​ຮຽນ​ທີ່​ໄຝ່​ຮູ້​ຈະ​ຢູ່​ເທິງ​ເວັບ ແລະ​ການ​ຮຽນ​ໃນ​ສະຖານ​ສຶກ​ສາ​ຈະ​ລຸດ​ຄວາມ​ສຳຄັນ​ລົງ” ເກດສ໌​ຕັ້ງ​ຂໍ້​ສັງເກດ​ເຖິງ​ຄວາມ​ປ່ຽນ​ແປງ​ທີ່​ຈະ​ເກີດ​ຂຶ້ນ “ເວັບ​ສາມາດ​ຕອບ​ໂຕ້​ໄດ້ ທ່ານ​ສາມາດ​ມີ​ກຸ່ມ​ທີ່​ຈະ​ອະ​ພິ​ປາຍ​ຫົວຂໍ້​ຕ່າງໆ ມີ​ວິ​ດີ​ໂອ ແລະ​ທ່ານຈະ​ມີ​ທຸກ​ສິ່ງ​ທີ່​ຕອບ​ໂຈດການ​ຮຽນ​ຮູ້​ໃນ​ລະ​ດັບ​ວິທະຍາ​ໄລ (ຂຶ້ນ​ໄປ) ໄດ້​ໂດຍ​ບໍ່ ຂຶ້ນ​ກັບ​ສະຖານ​ທີ່​ຮຽນ​ອີກ​ຕໍ່ໄປ”

ເຫດຜົນ ທີ່​ເຮັດໃຫ້​ເກີດ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນ​ວົງ​ການສຶກສາ​ຄື “ເງີນ” ທັງ​ນີ້​ເກດສ໌​ໃນ​ຖານະ​ເສດ​ຖີ​ໃຈ​ບຸນ​ລະ​ດັບ​ໂລກ​ຫວັງ​ວ່າ ສິ່ງ​ທີ່ເກິດຂື້ນ​ຈະ​ຊ່ວຍ​ລຸດ​ຕົ້ນ​ທຶນ​ສຳລັບ​ການສຶກສາ​ໃນ​ລະ​ດັບ​ທີ່​ສູງ​ຂຶ້ນ ເຮັດໃຫ້​ມັນ​ຍຸດຕິທຳ​ລະຫວ່າງ​ຄົນ​ລວຍ​ກັບ​ຄົນ​ຍາກຈົນ ແລະ​ເກດສ໌​ເຫັນ​ວ່າ “ອິນ​ເຕີລ໌​ເນັດ” ຄື​ຄຳ​ຕອບ​ທີ່​ສົມບູນ​ທີ່ສຸດ​ສຳລັບ​ການ​ແກ້​ບັນຫາ​ນີ້ “ເຮົາ​ກຳ​ລັງ​ພະຍາຍາມ​ທີ່​ຈະໃຫ້​ທຶນ 200,000 ຫລຽນຯ ຊຶ່ງ​ຍາກ​ຫລາຍ​ທີ່​ຈະ​ເພີ່ມ​ໄປ​ກວ່າ​ນີ້ ເນື່ອງ​ຈາກ​ກອງ​ທຶນ​ມີ​ເງີນ​ນ້ອຍ​ລົງ ແລະ​ບໍ່​ສາມາດ​ໃຫ້​ໄດ້​ທຸກ​ຄົນ ໂດຍ​ເຮົາ​ກຳ​ລັງ​ພະຍາຍາມ​ມອບ​ທຶນ​ໃຫ້​ກັບ​ເດັກ​ທຸກ​ຄົົນທີ່​ຕ້ອງ​ການ (ໃຫ້​ໄດ້​ຫລາຍ​ທີ່ສຸດ) ” ເກດສ໌ ອະທິບາຍ “ເທກ​ໂນ​ໂລ​ຍີ​ເທົ່າ​ນັ້ນ​ທີ່​ສາມາດ​ເຮັດໃຫ້​ຕົວ​ເລກ​ນີ້​ລຸດລົງ​ເຫລືອ 20,000 ຫລຽນຯ ແລະ​ອາດຈະ​ເຫລືອ​ພຽງແຕ່ 2,000 ຫລຽນຯ ໄດ້​ເມື່ອ​ເຖິງ​ມື້​ນັ້ນ ຊຶ່ງ​ການ​ຮຽນ​ໃນ​ສະຖານ​ສຶກ​ສາ​ຈະ​ລຸດ​ຄວາມ​ສຳຄັນ​ລົງ 5 ເທົ່າ​ເມື່ອ​ທຽບ​ກັບ​ປະຈຸບັນ”

ປລ: ສະແດງວ່າໃບປະກາດກະສິບໍ່ສຳຄັນແລະເນາະ 🙂 ປະລິນຍາເອກ ປະລິນຍາໂທກະສິບໍ່ມີຫຍັງລະ

ທີ່ມາ: techcrunch, arip

ລອງອ່ານກ່ຽວກັບ  ຫຼຸດ iPhone 7 ລຸ້ນທີ່ກໍາລັງຈະອອກໃນເດືອນກັນຍາ ນີ້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ມັກໄອເດຍ ອີຕານີ້ຫລາຍ ແຕ່ເຖິ່ງຢ່າງໃດກໍ່ຕາມການໄປມະຫາວິທະຍາໄລ ມັນກໍ່ຊ່ວຍໃນດ້ານການຝືກເຂົ້າສັງຄົມ, ເກັ່ງຕ້ອງເກັ່ງທຸກດ້ານ ດ້ານວິຊາການດ້ານດຽວກໍ່ບໍ່ສາມາດເຮັດໃຫ້ເຮົາສຳເລັດໄດ້

  2. @ປະພັນ: ໃບປະກາດກະສິບໍ່ມີຫຍັງແລະຕໍ່ໄປນິນະ ເຮັດໄດ້ລະພໍ. ຮະຮະ

  3. @souliyo: ບໍ່ຢາກ ດຽວນີ້ກະເຈົ້າມີເສັງທຽບແລ້ວ ເພາະຈັກນ້ອຍຂ້ອຍກະຊິໄປເສັງທຽບເອົາໃບປະກາດ ຄືກັນ

  4. ແກ້ຄຳຜິດ ບໍ່ຢາກ ເປັນ ບໍ່ຍາກ ເດີ ຈັກຫນ້ອຍຊິຖືກ ແອັດມິນຮ້າຍ ຮ່າຮ່າ

  5. @paphanh: ຮະຮະຜິດພາດກັນໄດ້ ດັງຄຳຂອງສະຕິຟ ຈອບສ໌ ວ່າ We are Human We’re not perfect haha

Leave a Reply to paphanh Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.