ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂທລະສັບຖືກລັກໂທລະສັບເສຍ ໂປຼແກຼມນີ້ອາດຊ່ວຍທ່ານໄດ້

FREE WARE, ໂທລະສັບ

Anti-Theft for Mobile ຂອງ​ຄ້າຍ F-Secure (ບໍລິສັດ​ທີ່​ຊ່ຽວຊານ​ເລື່ອງ​ລະຮັກສາຄວາມ​ປອດ​ໄພ​ໃນ​ຄອມພິວເຕີ) ຊຶ່ງ​ເປັນ​ໂປຼແກຼມ​ຟຼີ ສາມາດ​ຮອງ​ຮັບ​ການເຮັດວຽກ​ໄດ້ 3 ແພດ​ຟອລ໌​ມຄື

  • Symbian OS ຂອງ Nokia
  • Android ຂອງ Google
  • Windows Mobile ຂອງ Microsoft
  • (ບໍ່​ມີ​ສຳລັບ iPhone)

ຫລັກ​ການເຮັດວຽກ​ຂອງ​ໂປຼ​ແກຼມ​ນີ້​ກໍ​ຄື ເຮົາ​ຕິດ​ຕັ້ງ Anti-Theft for Mobile ລົງ​ໄປ​ທີ່​ເຄື່ອງ​ໂທລະ​ສັບ​ຂອງ​ເຮົາ ຈາກ​ນັ້ນ​ເມື່ອ​ໂທ​ສັບ​ຂອງ​ເຮົາ​ເສຍ ຫລື ຖືກລັກ​ໄປ​ເຮົາ​ສາມາດ​ສັ່ງ​ລະ​ງັບ​ການ​ໃຊ້​ງານ​ເຄື່ອງ, ບອກ​ພິ​ກັດ​ຕຳ​ແນ່ງ​ເທິງ​ແຜນ​ທີ່ ຫລື​ ລົບ​ຂໍ້​ມູນ​ທັງ​ໝົດ​ໃນ​ເຄື່ອງ​ກໍ​ໄດ້ ຜ່ານ​ການ​ສັ່ງ​ງານ​ໂດຍ​ການ​ສົ່ງ​ຄຳ​ສັ່ງ​ຜ່ານ SMS ເຂົ້າໄປ​ໃນ​ເຄື່ອງ​ຂອງ​ເຮົາ​ທີ່​ຖືກລັກ​ໄປ!!

ລັອກ​ເຄື່ອງ​ບໍ່​ໃຫ້​ສາມາດ​ໃຊ້​ການ​ໄດ້


ໂດຍ​ການ​ສົ່ງ SMS (ຈາກ​ເຄື່ອງ​ໃດ​ກໍ​ໄດ້) ເຂົ້າໄປ​ໃນ​ໂທລະ​ສັບ​ຂອງ​ເຮົາ​ທີ່​ຖືກລັກ​ໄປ​ດ້ວຍ​ຂໍ້ຄວາມ #lock#<ລະ​ຫັດ​ລັບ​ທີ່​ເຮົາ​ຕັ້ງ>

ບອກ​ພິ​ກັດ​ຕຳແໜ່ງ​ເທິງ​ແຜນ​ທີ່


ການ​ບອກ​ພິ​ກັດ​ໂຊ​ສັບ​ຂອງ​ເຮົາ​ທີ່​ຖືກ​ລັກ​ໄປ​ນັ້ນ ຈະ​ໃຊ້​ພິ​ກັດ​ຈາກ​ເສົາ​ສັນ​ຍານ​ໂຊ​ສັບ​ມື​ຖື​ເຖິງ​ຈະ​ບໍ່​ແນ່ນອນເທົ່າ​ທີ່​ຄວນ ແຕ່​ກໍ​ຈະ​ເຮັດໃຫ້​ເຮົາ​ພໍ​ຮູ້​ໄດ້​​ວ່າ​ເຄື່ອງ​ເຮົາ​ຢູ່​ບ່ອນໃດ ຫລື​ຖ້າ​ຈະໃຫ້​ແນ່ນອນ​ແທ້ໆ​ໂທລະ​ສັບ​ທີ່​ມີ​ລະບົບ GPS ກໍ​ຈະ​ໄດ້​ຕຳແໜ່ງ​ທີ່​ແນ່ນອນສຸດໆ! ໂດຍ​ການ​ສົ່ງ​ຂໍ້ຄວາມ #locate#<ລະ​ຫັດ​ລັບ​ທີ່​ເຮົາ​ຕັ້ງ> ເຂົ້າໄປ​ໃນ​ເຄື່ອງ​ທີ່​ຖືກ​ລັກ (ມັກສຸດແມ່ນໂຕນິແລະ ລັກຕິດໄວ້ເຄື່ອງແຟນ ແຈ່ມສຸດ)

ສັ່ງ​ລົບ​ຂໍ້​ມູນ​ທັງ​ໝົດ​ໃນ​ເຄື່ອງ​ເຮົາ


ບາງ​ທີ​ອາດ​ມີ​ຂໍ້​ມູນ​ຕ່າງໆ ທີ່​ເປັນ​ຄວາມ​ລັບ​ຫລື​ເລື່ອງ​ສ່ວນ​ຕົວເຊັນຄິບທີ່ຖ່າຍໄວ້ກັບສາວໆອິອິ ຫລືຮູບສ່ວນຕົວຫລືຂໍ້ມູນອື່ນໆ​ຢູ່ໃນ​ໂທລະສັບ​ທີ່​ຖືກລັກ​ໄປ  ຫາກ​ບໍ່​ມີ​ແວວ​ວ່າ​ຈະ​ໄດ້​ເຄື່ອງ​ຄືນ​ມາ​ແທ້ໆ ເຮົາ​ກໍ​ສາມາດ​ສັ່ງ​ລົບ​ຂໍ້​ມູນ​ທັງ​ໝົດ​ໃນ​ເຄື່ອງແລະ​ໃນ​ເມມ​ໂມ​ລີ່​ກາ​ດ​ອອກ​ທັງ​ໝົດ​ໄດ້ ດ້ວຍ​ໂຄ້​ດ #wipe#<ລະ​ຫັດ​ລັບ​ທີ່​ເຮົາ​ຕັ້ງ>

Download: http://www.f-secure.com

ປລ: ແຕ່ບາງຄົນກະຄິດວ່າຖອດຊິມແລ້ວກະຈົບ. ແຕ່ມັນບໍ່ແມ່ນ. ເມຶ່ອຖືກຖອດຊິມມັນກໍ່ຈະລັອກຄືກັນແລະຈະສົ່ງ SMS ມາບອກ ອີກ.​ຈັງໃດກະລອງເບິງວິດີໂອເນາະ

ທີ່ມາ: 9tana

ລອງອ່ານກ່ຽວກັບ  Nokia ເປີດໂຕ Symbian Belle​ ພ້ອມກັບໂທລະສັບມືຖືອີກ 3ລຸ້ນ ມາພ້ອມ Belle

Souliyo

Co-Founder and CTO of BIZGITAL and LOCA

Comments
  1. koiy aow pai sai leo tae mun tung password bor dai
    poc nai program mun me password u leo ve la koiy
    ja sai password mun bork va password bor thuek tong

    1. ເຮົາໃຊ້ແລ້ວກໍ່ບໍ່ເປັນແບບທີ່ເຈົ້າເວົ້າເລີຍ. ພຽງແຕ່ລົງແລ້ວກໍ່ເປີດໂປຼແກຼມຂຶ້ນມາໃຫ້ເຈົ້າໃສ່ລະຫັດ ແລ້ວກໍ່ຍືນຍັນລະຫັດທີ່ຕັ້ງ (ແນ່ໃຈບໍ່ວ່າຍືນຍັນລະຫັດຖືກລະ) ຫລັງຈາກນັ້ນກໍ່ໃສ່ເບີທີ່ຈະສົ່ງຂໍ້ຄວາມໄປ ເວລາເຄື່ອງເສຍຫລືຖືກລັກຫັ້ນ. ເທົ່ານີ້ກໍ່ຈົບ

  2. ອັນທີ່ເຈົ້າວ່າມັນບໍ່ໄດ້ຫັ້ນມັນເຕຶອນແບບໃດ ຫລືມັນບອກແບບໃດ ແລ້ວໂທລະສັບເຈົ້າຕໍ່ອິນເຕີເນັດຢູ່ຫລືບໍ ?

  3. m.b koiy ka lin net dai u.ve la koiy perd program kuen ma mun hai kao password lery koiy y bor dai tung password y juk yarng sam koiy bor hu password mun koiy lery kao bor dai

  4. ບໍ່ແມ່ນມັນໃຫ້ຕັ້ງລະຫັດໃຫມ່ຕິເບາະ. ເພາະຫລັງຈາກຂ້ອຍຕິດຕັ້ງແລ້ວມັນກໍ່ບໍ່ຖາມລະຫັດອີກເລີຍບໍ່ວ່າຈະປິດແລ້ວເປີດໃຫມ່ມັນກໍ່ບໍ່ຖາມ.​ນອກຈ່າກຕອນທີ່ເຮົາລ໊ອກມັນແລ້ວຢາກປົດລ໊ອກມັນຈຶງຈະຖາມ. ຂ້ອຍຄິດວ່າມັນຫນ້າຈະບອກເຈົ້າຕັ້ງລະຫັດໃຫມ່. ຈັງໃດກໍ່ເອົາອັນທີ່ມັນແຈ້ງເຕືອນມາໃຫ້ເບິງ ກັບ ອັນທີ່ມັນເຕືອນວ່າລະຫັດບໍ່ຖືກຫັນ

  5. ບໍ່ຫນ້າຈະເປັນໄປໄດ້. ລອງດາວໂຫລດແລ້ວໄປຕິດຕັ້ງໃຫມ່ເບິງ ຫລັງຈາກນັ້ນຖ້າເປັນຄືເຈົ້າເວົ້າຫັນໃຫ້ລອງໃສ່ລະຫັດ 0000 ຫລື 12345 ຫລື 1234 ເບິງເດີ່. ເພາະຂອງຂ້ອຍບໍ່ເຫັນຖາມເລີຍມີແຕ່ເປີດມາກໍ່ຕັ້ງລະຫັດແລ້ວກໍ່ຕາມທີ່ເວົ້າມານັ້ນແລະ

    1. ຂ້ອຍບໍ່ແມ່ນໂປຼແກຼມເມີ ຂ້ອຍກະເປັນຄົນທຳມະດາທີ່ເປັນນັກຂຽນບຼ໊ອກ,ເຮັດເວັບທົ່ວໄປນິລະ ອິອິອິ

    1. ມັນກໍ່ມີຫລາຍເນາະແລ້ວແຕ່ວ່າຢາກຮູ້ຢາກຮຽນອັນໃດກໍ່ຄົ້ນຫາຜ່ານ Google ເລີຍ

    1. ເລື່ອງໄອທີມັນເປັນເລື່ອງທີ່ກວ້າງຂວາງ ມີຫລາຍສາຂາ ຫລາຍຢ່າງ ແລ້ວແຕ່ວ່າຢາກຮູ້ຫຍັງເຮົາກໍ່ຄົ້ນຫາລົງໄປໃນ google ຖ້າໃຫ້ແນະນຳເວັບເລື່ອງໄອທີ ຫລືບ່ອນແລກປ່ຽນຄວາມຮູ້ໄອທີຂອງລາວເຮົາກໍ່ແມ່ນ http://www.laozaa.com

    1. ແລ້ວເຈົ້າຕ້ອງການຈັງໃດລະ ອິອິອິ ຫາກເວລາເຈົ້າມີຫຍັງຂ້ອງໃຈກໍ່ເຂົ້າໄປຕັ້ງກະທູ້ຖາມເລີຍ ໃນນັ້ນຈະມີເລົ່າເທບທັງຫລາຍໄປຕອບໃຫ້ແລະກະແນະນຳໃຫ້. ຄືຕາມທີ່ເວົ້າຫັນລະ ເລື່ອງໄອທີມັນກວ້າງຂວາງ ຖ້າຢາກຮູ້ສິງໃດກໍ່ມີແຕ່ເພີ່ງພາເທບພະເຈົ້າ google ຊ່ວຍຫາມາໃຫ້

  6. @M99NOY: ມັນກໍ່ໄດ້ ແຕ່ອາດຈະບໍ່ແນ່ນອນປານໃດ ບໍ່ວ່າຈະເປັນບ່ອນໃດ.

  7. ຄັກຫຼາຍ ດັງແລ້ວເດ້ບົດຄວາມເຈົ້າ ຂ້ອຍເຫັນລົງ Magazine Business ນຳມື້ນີ້ນະ

  8. @Shinnobi: ເວົ້າເປັນຕາດີໃຈເດເນາະ. ວ່າແຕ່ກະເຈົ້າກະສິໃຫ້ເຄດິດເວັບເຮົາບໍ່ນໍ່. ເປັນຕາຢາກຊື້ຫນັງສືໂຕນັ້ນມານອນກອດຖ້າແມ່ນແທ້ 😀

  9. ຄັນກະເຈົ້າປ່ຽນເບີເດຊັນ???
    ລະເຮົາຊິເຮັດຈັ່ງໃດ
    ແຖມຢູ່ລາວກະໃຊ້ GPS ບໍ່ໃດ້ອີກ ຫະຫະຫະ

    1. @ Akhom ກະອ່ານທ້າຍບົດຄວາມເບິງ ຖ້າຫາກກະເຈົ້າປ່ຽນເບີມັນກໍ່ຈະລ໊ອກໂທລະສັບໄວ້ ທັ້ງໆທີ່ເປີດໄດ້ ແຕ່ໃຊ້ງານບໍ່ໄດ້ຍ້ອນຖືກລ໊ອກຢູ່ ແລ້ວ ມັນກໍ່ຈະໃຊ້ເບີນັ້ນສົງ SMS ມາຫາເບີທີ່ເຮົາຕັ້ງໄວ້ເວລາທີ່ເຄື່ອງເສຍ

    1. @ pokemon ເຮົາເອງກະບໍ່ເກັ່ງເນາະ ແຕ່ພໍບອກວິທີໄດ້. ຖ້າຢາກເກັ່ງກໍ່ຕ້ອງຟຶກຝົນ ແລ້ວກໍ່ສຶກສາ 😀

  10. khoi yark dai font lao sai MB loun E71 na jao hu bor va sa mard load dai u sai khoi pai sork u google ka bor hen mee na thar jao hu nea num khoi nair dr ^^

  11. @ noy: ລອງໃຊ້ Opera ຫລິ້ນເນັດເບິງເດີ່ວິທີກະ ຄື:
    ດາວໂຫລດ Opera mini ມາແລ້ວ ກໍພິມຄຳວ່າ about:config ຢູ່ບ່ອນ www (ລຶບwwwອອກເດີ)
    ແລ້ວກໍກົດ GO
    ຫລັງຈາກນັ້ນມັນກໍຈະປະກົດຫນ້າຫນື່ງຂື້ນມາ ແລ້ວກໍເລື່ອນລົງໄປຈົນອັນສຸດທ້າຍ
    ໃຫ້ປ່ຽນເປັນ YES ແລ້ວກໍ SAVE
    ເປັນອັນວ່າຮຽບຮ້ອຍແລ້ວ

    ໂຕນິສຳຫລັບ E72 ແຕ່ຄິດວ່າມັນຫນ້າຈະໄດ້ກັບ E71

  12. ຖ້າໃຜໃຊ້ NOKIA ເຂົ້າ OVI ຂອງ NOKIA ກາໄດ້ ແລ້ວເຂົ້າຄົ້ນຫາ ຂຽນຊື່ໃສ່ F-Secure Anti-Theft for Mobile ມັນກາຂື້ນມາໃຫ້ ແລ້ວດາວໂຫລດ

  13. ຂໍຊ່ວຍແ່ດ່ ມີໂປຼແກຼມ font laos nokia n73 ບໍ່ ຊ່ວຍບອກແດ່ເຮັດແນວໃດ ?

Leave a Reply to tong Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.