Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » FREE WARE, ໂທລະສັບ » ໂທລະສັບຖືກລັກໂທລະສັບເສຍ ໂປຼແກຼມນີ້ອາດຊ່ວຍທ່ານໄດ້

Anti-Theft for Mobile ຂອງ​ຄ້າຍ F-Secure (ບໍລິສັດ​ທີ່​ຊ່ຽວຊານ​ເລື່ອງ​ລະຮັກສາຄວາມ​ປອດ​ໄພ​ໃນ​ຄອມພິວເຕີ) ຊຶ່ງ​ເປັນ​ໂປຼແກຼມ​ຟຼີ ສາມາດ​ຮອງ​ຮັບ​ການເຮັດວຽກ​ໄດ້ 3 ແພດ​ຟອລ໌​ມຄື

  • Symbian OS ຂອງ Nokia
  • Android ຂອງ Google
  • Windows Mobile ຂອງ Microsoft
  • (ບໍ່​ມີ​ສຳລັບ iPhone)

ຫລັກ​ການເຮັດວຽກ​ຂອງ​ໂປຼ​ແກຼມ​ນີ້​ກໍ​ຄື ເຮົາ​ຕິດ​ຕັ້ງ Anti-Theft for Mobile ລົງ​ໄປ​ທີ່​ເຄື່ອງ​ໂທລະ​ສັບ​ຂອງ​ເຮົາ ຈາກ​ນັ້ນ​ເມື່ອ​ໂທ​ສັບ​ຂອງ​ເຮົາ​ເສຍ ຫລື ຖືກລັກ​ໄປ​ເຮົາ​ສາມາດ​ສັ່ງ​ລະ​ງັບ​ການ​ໃຊ້​ງານ​ເຄື່ອງ, ບອກ​ພິ​ກັດ​ຕຳ​ແນ່ງ​ເທິງ​ແຜນ​ທີ່ ຫລື​ ລົບ​ຂໍ້​ມູນ​ທັງ​ໝົດ​ໃນ​ເຄື່ອງ​ກໍ​ໄດ້ ຜ່ານ​ການ​ສັ່ງ​ງານ​ໂດຍ​ການ​ສົ່ງ​ຄຳ​ສັ່ງ​ຜ່ານ SMS ເຂົ້າໄປ​ໃນ​ເຄື່ອງ​ຂອງ​ເຮົາ​ທີ່​ຖືກລັກ​ໄປ!!

ລັອກ​ເຄື່ອງ​ບໍ່​ໃຫ້​ສາມາດ​ໃຊ້​ການ​ໄດ້


ໂດຍ​ການ​ສົ່ງ SMS (ຈາກ​ເຄື່ອງ​ໃດ​ກໍ​ໄດ້) ເຂົ້າໄປ​ໃນ​ໂທລະ​ສັບ​ຂອງ​ເຮົາ​ທີ່​ຖືກລັກ​ໄປ​ດ້ວຍ​ຂໍ້ຄວາມ #lock#<ລະ​ຫັດ​ລັບ​ທີ່​ເຮົາ​ຕັ້ງ>

ບອກ​ພິ​ກັດ​ຕຳແໜ່ງ​ເທິງ​ແຜນ​ທີ່


ການ​ບອກ​ພິ​ກັດ​ໂຊ​ສັບ​ຂອງ​ເຮົາ​ທີ່​ຖືກ​ລັກ​ໄປ​ນັ້ນ ຈະ​ໃຊ້​ພິ​ກັດ​ຈາກ​ເສົາ​ສັນ​ຍານ​ໂຊ​ສັບ​ມື​ຖື​ເຖິງ​ຈະ​ບໍ່​ແນ່ນອນເທົ່າ​ທີ່​ຄວນ ແຕ່​ກໍ​ຈະ​ເຮັດໃຫ້​ເຮົາ​ພໍ​ຮູ້​ໄດ້​​ວ່າ​ເຄື່ອງ​ເຮົາ​ຢູ່​ບ່ອນໃດ ຫລື​ຖ້າ​ຈະໃຫ້​ແນ່ນອນ​ແທ້ໆ​ໂທລະ​ສັບ​ທີ່​ມີ​ລະບົບ GPS ກໍ​ຈະ​ໄດ້​ຕຳແໜ່ງ​ທີ່​ແນ່ນອນສຸດໆ! ໂດຍ​ການ​ສົ່ງ​ຂໍ້ຄວາມ #locate#<ລະ​ຫັດ​ລັບ​ທີ່​ເຮົາ​ຕັ້ງ> ເຂົ້າໄປ​ໃນ​ເຄື່ອງ​ທີ່​ຖືກ​ລັກ (ມັກສຸດແມ່ນໂຕນິແລະ ລັກຕິດໄວ້ເຄື່ອງແຟນ ແຈ່ມສຸດ)

ສັ່ງ​ລົບ​ຂໍ້​ມູນ​ທັງ​ໝົດ​ໃນ​ເຄື່ອງ​ເຮົາ


ບາງ​ທີ​ອາດ​ມີ​ຂໍ້​ມູນ​ຕ່າງໆ ທີ່​ເປັນ​ຄວາມ​ລັບ​ຫລື​ເລື່ອງ​ສ່ວນ​ຕົວເຊັນຄິບທີ່ຖ່າຍໄວ້ກັບສາວໆອິອິ ຫລືຮູບສ່ວນຕົວຫລືຂໍ້ມູນອື່ນໆ​ຢູ່ໃນ​ໂທລະສັບ​ທີ່​ຖືກລັກ​ໄປ  ຫາກ​ບໍ່​ມີ​ແວວ​ວ່າ​ຈະ​ໄດ້​ເຄື່ອງ​ຄືນ​ມາ​ແທ້ໆ ເຮົາ​ກໍ​ສາມາດ​ສັ່ງ​ລົບ​ຂໍ້​ມູນ​ທັງ​ໝົດ​ໃນ​ເຄື່ອງແລະ​ໃນ​ເມມ​ໂມ​ລີ່​ກາ​ດ​ອອກ​ທັງ​ໝົດ​ໄດ້ ດ້ວຍ​ໂຄ້​ດ #wipe#<ລະ​ຫັດ​ລັບ​ທີ່​ເຮົາ​ຕັ້ງ>

Download: http://www.f-secure.com

ປລ: ແຕ່ບາງຄົນກະຄິດວ່າຖອດຊິມແລ້ວກະຈົບ. ແຕ່ມັນບໍ່ແມ່ນ. ເມຶ່ອຖືກຖອດຊິມມັນກໍ່ຈະລັອກຄືກັນແລະຈະສົ່ງ SMS ມາບອກ ອີກ.​ຈັງໃດກະລອງເບິງວິດີໂອເນາະ

ທີ່ມາ: 9tana

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ມີການຕອບທັງຫມົດ 46 ຄວາມເຫັນ

  1. tong Windows XP Mozilla Firefox 3.0.10 says:

    koiy aow pai sai leo tae mun tung password bor dai
    poc nai program mun me password u leo ve la koiy
    ja sai password mun bork va password bor thuek tong

    • souliyo Windows 7 Mozilla Firefox 3.6.8 says:

      ເຮົາໃຊ້ແລ້ວກໍ່ບໍ່ເປັນແບບທີ່ເຈົ້າເວົ້າເລີຍ. ພຽງແຕ່ລົງແລ້ວກໍ່ເປີດໂປຼແກຼມຂຶ້ນມາໃຫ້ເຈົ້າໃສ່ລະຫັດ ແລ້ວກໍ່ຍືນຍັນລະຫັດທີ່ຕັ້ງ (ແນ່ໃຈບໍ່ວ່າຍືນຍັນລະຫັດຖືກລະ) ຫລັງຈາກນັ້ນກໍ່ໃສ່ເບີທີ່ຈະສົ່ງຂໍ້ຄວາມໄປ ເວລາເຄື່ອງເສຍຫລືຖືກລັກຫັ້ນ. ເທົ່ານີ້ກໍ່ຈົບ

  2. Manyphet Windows XP Internet Explorer 6.0 says:

    your web there are many knowledge so can i change your link.

  3. tong Windows XP Mozilla Firefox 3.0.10 says:

    @souliyo: koiy ka h kue jao vao hun lae long program leo la perd
    program kuen ma tae mun tung password bor dai

  4. tong Windows XP Mozilla Firefox 3.0.10 says:

    jao aow v t tit tung hai koiy bg dai bor?

  5. souliyo Windows 7 Mozilla Firefox 3.6.8 says:

    ອັນທີ່ເຈົ້າວ່າມັນບໍ່ໄດ້ຫັ້ນມັນເຕຶອນແບບໃດ ຫລືມັນບອກແບບໃດ ແລ້ວໂທລະສັບເຈົ້າຕໍ່ອິນເຕີເນັດຢູ່ຫລືບໍ ?

  6. tong Windows XP Mozilla Firefox 3.0.10 says:

    m.b koiy ka lin net dai u.ve la koiy perd program kuen ma mun hai kao password lery koiy y bor dai tung password y juk yarng sam koiy bor hu password mun koiy lery kao bor dai

  7. souliyo Windows 7 Mozilla Firefox 3.6.8 says:

    ບໍ່ແມ່ນມັນໃຫ້ຕັ້ງລະຫັດໃຫມ່ຕິເບາະ. ເພາະຫລັງຈາກຂ້ອຍຕິດຕັ້ງແລ້ວມັນກໍ່ບໍ່ຖາມລະຫັດອີກເລີຍບໍ່ວ່າຈະປິດແລ້ວເປີດໃຫມ່ມັນກໍ່ບໍ່ຖາມ.​ນອກຈ່າກຕອນທີ່ເຮົາລ໊ອກມັນແລ້ວຢາກປົດລ໊ອກມັນຈຶງຈະຖາມ. ຂ້ອຍຄິດວ່າມັນຫນ້າຈະບອກເຈົ້າຕັ້ງລະຫັດໃຫມ່. ຈັງໃດກໍ່ເອົາອັນທີ່ມັນແຈ້ງເຕືອນມາໃຫ້ເບິງ ກັບ ອັນທີ່ມັນເຕືອນວ່າລະຫັດບໍ່ຖືກຫັນ

  8. tong Windows XP Mozilla Firefox 3.0.10 says:

    koiy ka bor hu day va mun pen y.c tung pass mai ka tung bor dai poc bor hu pass to gao mun

  9. souliyo Windows 7 Mozilla Firefox 3.6.8 says:

    ໃສ່ລະຫັດໃຫມ່ເລີ່ຍບໍ່ຈຳເປັນຕ້ອງໃສ່ລະຫັດເກົ່າ.

  10. tong Windows 7 Mozilla Firefox 3.6.8 says:

    sai bor dai mun hai sai pass gao kone

  11. souliyo Windows 7 Mozilla Firefox 3.6.8 says:

    ບໍ່ຫນ້າຈະເປັນໄປໄດ້. ລອງດາວໂຫລດແລ້ວໄປຕິດຕັ້ງໃຫມ່ເບິງ ຫລັງຈາກນັ້ນຖ້າເປັນຄືເຈົ້າເວົ້າຫັນໃຫ້ລອງໃສ່ລະຫັດ 0000 ຫລື 12345 ຫລື 1234 ເບິງເດີ່. ເພາະຂອງຂ້ອຍບໍ່ເຫັນຖາມເລີຍມີແຕ່ເປີດມາກໍ່ຕັ້ງລະຫັດແລ້ວກໍ່ຕາມທີ່ເວົ້າມານັ້ນແລະ

  12. tong Windows XP Mozilla Firefox 3.0.10 says:

    doi thank you der sam lup kham nae nam.tharm nae jao me fonts lao sam lup samsung sgh-a767 bor loun t mun hong hup java

  13. souliyo Windows 7 Mozilla Firefox 3.6.8 says:

    ໂອບໍ່ມີເດີ່ ຕ້ອງຂໍອະໄພນຳຫລາຍໆ ສຳຫລັບຄວາມບໍ່ສະດວກ :)

  14. ໃສ່ຊື່... Windows XP Mozilla Firefox 3.0.10 says:

    bor pen y.thar me ka aow ma hai kun nae der

  15. tong Windows XP Mozilla Firefox 3.0.10 says:

    Thank you luang nar der.jao pen programmer tua?

    • souliyo Windows 7 Mozilla Firefox 3.6.8 says:

      ຂ້ອຍບໍ່ແມ່ນໂປຼແກຼມເມີ ຂ້ອຍກະເປັນຄົນທຳມະດາທີ່ເປັນນັກຂຽນບຼ໊ອກ,ເຮັດເວັບທົ່ວໄປນິລະ ອິອິອິ

  16. tong Windows XP Mozilla Firefox 3.0.10 says:

    or…. la jao me web giew kup garn hn leuang pauk i.t ni bor?

    • souliyo Windows 7 Mozilla Firefox 3.6.8 says:

      ມັນກໍ່ມີຫລາຍເນາະແລ້ວແຕ່ວ່າຢາກຮູ້ຢາກຮຽນອັນໃດກໍ່ຄົ້ນຫາຜ່ານ Google ເລີຍ

  17. tong Windows 7 Mozilla Firefox 3.6.8 says:

    yark dai kaum hu phuen tharn gw kup karn hn i.t kaum hu tua pai ni lae jao sauy nae nam koiy juk bath du

    • souliyo Windows 7 Mozilla Firefox 3.6.8 says:

      ເລື່ອງໄອທີມັນເປັນເລື່ອງທີ່ກວ້າງຂວາງ ມີຫລາຍສາຂາ ຫລາຍຢ່າງ ແລ້ວແຕ່ວ່າຢາກຮູ້ຫຍັງເຮົາກໍ່ຄົ້ນຫາລົງໄປໃນ google ຖ້າໃຫ້ແນະນຳເວັບເລື່ອງໄອທີ ຫລືບ່ອນແລກປ່ຽນຄວາມຮູ້ໄອທີຂອງລາວເຮົາກໍ່ແມ່ນ http://www.laozaa.com

  18. tong Windows XP Mozilla Firefox 3.0.10 says:

    web laozaa koiy gor pen sa ma sik u web hun leo

    • souliyo Windows 7 Mozilla Firefox 3.6.8 says:

      ແລ້ວເຈົ້າຕ້ອງການຈັງໃດລະ ອິອິອິ ຫາກເວລາເຈົ້າມີຫຍັງຂ້ອງໃຈກໍ່ເຂົ້າໄປຕັ້ງກະທູ້ຖາມເລີຍ ໃນນັ້ນຈະມີເລົ່າເທບທັງຫລາຍໄປຕອບໃຫ້ແລະກະແນະນຳໃຫ້. ຄືຕາມທີ່ເວົ້າຫັນລະ ເລື່ອງໄອທີມັນກວ້າງຂວາງ ຖ້າຢາກຮູ້ສິງໃດກໍ່ມີແຕ່ເພີ່ງພາເທບພະເຈົ້າ google ຊ່ວຍຫາມາໃຫ້

  19. tong Windows XP Mozilla Firefox 3.0.10 says:

    thank you der sam lup kham nae nam

  20. tong Windows XP Mozilla Firefox 3.0.10 says:

    Thank you so much

  21. M99NOY Windows 7 Mozilla Firefox 3.6.4 says:

    GPS ຢູ່ລາວກະໃຊ້ໄດ້ຫວາ

  22. souliyo Windows 7 Mozilla Firefox 3.6.10 says:

    @M99NOY: ມັນກໍ່ໄດ້ ແຕ່ອາດຈະບໍ່ແນ່ນອນປານໃດ ບໍ່ວ່າຈະເປັນບ່ອນໃດ.

  23. Shinnobi Windows 7 Mozilla Firefox 3.6.9 says:

    ຄັກຫຼາຍ ດັງແລ້ວເດ້ບົດຄວາມເຈົ້າ ຂ້ອຍເຫັນລົງ Magazine Business ນຳມື້ນີ້ນະ

  24. souliyo Windows 7 Mozilla Firefox 3.6.10 says:

    @Shinnobi: ເວົ້າເປັນຕາດີໃຈເດເນາະ. ວ່າແຕ່ກະເຈົ້າກະສິໃຫ້ເຄດິດເວັບເຮົາບໍ່ນໍ່. ເປັນຕາຢາກຊື້ຫນັງສືໂຕນັ້ນມານອນກອດຖ້າແມ່ນແທ້ :D

  25. Akhom Windows XP Internet Explorer 8.0 says:

    ຄັນກະເຈົ້າປ່ຽນເບີເດຊັນ???
    ລະເຮົາຊິເຮັດຈັ່ງໃດ
    ແຖມຢູ່ລາວກະໃຊ້ GPS ບໍ່ໃດ້ອີກ ຫະຫະຫະ

    • souliyo Windows 7 Mozilla Firefox 3.6.11 says:

      @ Akhom ກະອ່ານທ້າຍບົດຄວາມເບິງ ຖ້າຫາກກະເຈົ້າປ່ຽນເບີມັນກໍ່ຈະລ໊ອກໂທລະສັບໄວ້ ທັ້ງໆທີ່ເປີດໄດ້ ແຕ່ໃຊ້ງານບໍ່ໄດ້ຍ້ອນຖືກລ໊ອກຢູ່ ແລ້ວ ມັນກໍ່ຈະໃຊ້ເບີນັ້ນສົງ SMS ມາຫາເບີທີ່ເຮົາຕັ້ງໄວ້ເວລາທີ່ເຄື່ອງເສຍ

  26. pokemon Windows 7 Mozilla Firefox 3.6.12 says:

    ຈັງແມ່ນເກັ່ງຄອມເນາະ
    ຢາກເກັ່ງຄອມຄືເຈົ້າເດ

    • souliyo Windows 7 Mozilla Firefox 3.6.12 says:

      @ pokemon ເຮົາເອງກະບໍ່ເກັ່ງເນາະ ແຕ່ພໍບອກວິທີໄດ້. ຖ້າຢາກເກັ່ງກໍ່ຕ້ອງຟຶກຝົນ ແລ້ວກໍ່ສຶກສາ :D

  27. noy Windows XP Internet Explorer 6.0 says:

    khoi yark dai font lao sai mb khoi na loun E71 ka c mee u va?

  28. noy Windows XP Internet Explorer 6.0 says:

    khoi yark dai font lao sai MB loun E71 na jao hu bor va sa mard load dai u sai khoi pai sork u google ka bor hen mee na thar jao hu nea num khoi nair dr ^^

  29. souliyo Windows 7 Mozilla Firefox 3.6.12 says:

    @ noy: ລອງໃຊ້ Opera ຫລິ້ນເນັດເບິງເດີ່ວິທີກະ ຄື:
    ດາວໂຫລດ Opera mini ມາແລ້ວ ກໍພິມຄຳວ່າ about:config ຢູ່ບ່ອນ www (ລຶບwwwອອກເດີ)
    ແລ້ວກໍກົດ GO
    ຫລັງຈາກນັ້ນມັນກໍຈະປະກົດຫນ້າຫນື່ງຂື້ນມາ ແລ້ວກໍເລື່ອນລົງໄປຈົນອັນສຸດທ້າຍ
    ໃຫ້ປ່ຽນເປັນ YES ແລ້ວກໍ SAVE
    ເປັນອັນວ່າຮຽບຮ້ອຍແລ້ວ

    ໂຕນິສຳຫລັບ E72 ແຕ່ຄິດວ່າມັນຫນ້າຈະໄດ້ກັບ E71

  30. noy Windows XP Internet Explorer 6.0 says:

    doi thx dr khan mee y eik leo ha ma tham mai…

  31. TOP_FC Windows XP Mozilla Firefox 3.0.4 says:

    HAO KA EW PAI FACT M B MUN KA JUB LEO MAN BOR PC KOY KERY H MA LEO LA HAUT WA LUEB MUD BOR ME E Y H BOR DAI

  32. TOP_FC Windows XP Mozilla Firefox 3.0.4 says:

    ຖ້າໃຜໃຊ້ NOKIA ເຂົ້າ OVI ຂອງ NOKIA ກາໄດ້ ແລ້ວເຂົ້າຄົ້ນຫາ ຂຽນຊື່ໃສ່ F-Secure Anti-Theft for Mobile ມັນກາຂື້ນມາໃຫ້ ແລ້ວດາວໂຫລດ

  33. laodebug Windows 7 Google Chrome 16.0.912.75 says:

    ເສຍດາຍບໍ່ຮອງຮັບນ້ອງ ໄອ ເນາະ Y^Y

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ

Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  Tips and Trick  •  ລາຍງານພິເສດ  •  ຕິດຕໍ່ເຮົາ