ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android ມາແຮງ ຍອດ 200,000 ເຄື່ອງຕໍ່ມື້

ຂ່າວດ່ວນ, ຂ່າວໄອທີ

ເມື່ອ​ວານ​ນີ້ Eric Schmidt ຊີ​ອີ​ໂອ​ຂອງ Google ກ່າວ​ວ່າ ສະ​ມາດ​ໂຟນ​ທີ່​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Android ມີ​ຍອດ​ຈຳ​ໜ່າຍ​ປະ​ມານ 200,000 ເຄື່ອງ​ຕໍ່​ມື້ ຕອກ​ຢ້ຳ​ຄວາມ​ເປັນ​ຄູ່​ແຂ່ງ​ທີ່​ຫນ້າ​ຢ້ານ​ສຳລັບ iPhone ຂອງ Apple

Schmidt ກ່າວ​ກັບ​ຜູ້​ສື່​ຂ່າວ​ລະຫວ່າງ​ການ​ເຂົ້າ​ຮ່ວມ​ປະ​ຊຸມ​ທີ່ lake Tahoe ກ່ຽວກັບ Android ຊຶ່ງ​ເປັນ​ລະບົບ​ປະຕິບັດການ​ເທິງ​ມື​ຖື​ທີ່​ເປີດ​ຕົວ​ມາ​ໄດ້​ແຄ່​ປີ​ກວ່າ​ໆ ເທົ່າ​ນັ້ນ ແຕ່​ມາ​ແຮງ​ຈົນ​ຜູ້​ນຳ​ຕະ​ຫລາດ​ຕ້ອງ​ຈັບ​ຕາ​ເບິງ​ບໍ່​ຫ່າງ ໂດຍ​ລ່າ​ສຸດ ຜົນ​ສຳ​ລວດ​ຈາກ NPD ທີ່​ປະ​ກາດ​ເມື່ອ​ວັນພຸດ​ທີ່​ຜ່ານມາ ສະ​ມາດ​ໂຟນ​ທີ່​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Android ຕິດ​ອັນ​ດັບ​ໂອ​ເອດ​ມື​ຖື​ຍອດ​ຮິດ​ໃນ​ໝູ່​ຜູ້​ໃຊ້​ ກັນ​ໃນ​ຊ່ວງ​ໄຕ​ມາດ​ທີ່​ສອງ ໃນ​ຂະນະ​ທີ່​ເປັນ​ເທື່ອ​ທຳອິດທີ່ BlackBerry ຂອງ RIM ຕົກ​ເປັນ​ອັນ​ດັບ​ສອງ​ນັບ​ຕັ້ງ​ແຕ່​ປີ 2007 ທັງ​ນີ້ BlackBerry ໄດ້​ເສຍ​ສ່ວນ​ແບ່​ງຕະຫລາດ​ໄປ​ເຖິງ 9% ເຫລືອ 28% ໃນ​ຂະນະ​ທີ່ iPhone ເຂົ້າ​ມາ​ເປັນ​ອັນ​ດັບ 3 ທີ່ 22%

ປະຈຸບັນ Android ເປັນ​ລະບົບ​ປະຕິບັດການ​ທີ່​ມີ​ຢູ່ໃນ​ມື​ຖື​ຂອງ​ເຫລົ່າ​ບັນດາ​ຜູ້​ຜະລິດ​ຫລາຍ​ລາຍ ຊຶ່ງ​ລວມ​ເຖິງ Droid ຂອງ Motorola ທີ່​ມາ​ແຮງ​ໃນ​ສະ​ຫະລັດຯ ສ່ວນ​ມື​ຖື​ແອ​ນດ​ລອຍ​ທີ່​ຂາຍ​ດີ​ທີ່ສຸດ​ໃນ​ຊ່ວງ​ໄຕ​ມາດ​ທີ່​ສອງ​ໃນ US ຈະ​ເປັນ HTC ຂອງ​ໄຕ້​​ຫວັນ ທາງ Google ຍັງ​ໃຫ້​ຂໍ້​ມູນ​ເພິ່ມເຕິມ​ອີກ​ດ້ວຍ​ວ່າ ໃນ​ຊ່ວງ​ໄຕ​ມາດ​ທີ່​ສອງ​ທີ່​ຜ່ານມາ​ ມີ​ມື​ຖື Android ທີ່ activate ການເຮັດວຽກງານ​ຫລາຍ​ເຖິງ 160,000 ເຄື່ອງ​ຕໍ່​ມື້ ເພີ່ມ​ຂຶ້ນ​ຈາກ​ໃນ​ຊ່ວງ​ໄຕ​ມາດ​ທຳອິດ​ທີ່​ມີ​ຍອດ 65,000 ເຄື່ອງ​ຕໍ່​ມື້

ທີ່ມາ: pcmag, arip

ລອງອ່ານກ່ຽວກັບ  Google ກຳລັງອັບເດດ Android Market ໂສມໃຫມ່ ໃນໂທສັບມືຖື Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.