ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Trojan ປ່ວນມືຖື ແອ​ນດ​ລອຍດ໌ (Android) ກະນ່ຳສົ່ງ SMS

ຂ່າວໄອທີ

ລາຍ​ງານ​ຂ່າວ​ທີ່​ຜູ້​ໃຊ້​ມື​ຖື​ແອ​ນດ​ລອຍດ໌ (Android smartphone) ຄວນ​ຮູ້​ກໍ​ຄື Kaspersky Labs ແຈ້ງ​ວ່າ ພົບ​ໄວ​ລັດ​ຈອມ​ປ່ວນ​ຕົວ​ທຳອິດເທິງ​ມື​ຖື​ແອ​ນດ​ລອຍດ໌ ຊຶ່ງ​ມີ​ຊື່​ວ່າ Trojan-SMS.AndroidOS.FakePlayer-A ໂດຍ​ທາງ​ບໍລິສັດ​ແຈ້ງ​ວ່າ ກວດ​ພົບ​ໄວ​ລັດ​ຕົວ​ນີ້​ໄດ້​ຈາກ​ແອບ​ພິ​ເຄ​ຊັນ​ມີ​ເດຍ​ເພ​ເຍີລ໌

ທັງ​ນີ້​ເມື່ອ​ມື​ຖື​ແອ​ນດ​ລອຍດ໌​ຂອງ​ຜູ້​ໃຊ້​ຕິດ​ໄວ​ລັດ​ນີ້​ເຂົ້າໄປ ມັນ​ຈະ​ຍິງ SMS ດ້ວຍ​ແພກ​ເກດ​ຄ່າ​ບໍລິການ​ສູງ​ສຸດ​ໂດຍ​ຜູ້​ໃຊ້​ບໍ່​ຮູ້​ຕົວ ຊຶ່ງ​ແນ່ນອນ​ວ່າ ຜູ້​ໃຊ້​ແອ​ນດ​ລອຍດ໌​ໂຟນ​ທີ່​ຕິດ​ໄວ​ລັດ​ຕົວ​ນີ້​ເຂົ້າໄປ​ຈະ​ຕ້ອງ​ໜ້າ​ມືດ​ກັບ​ຕົວ​ເລກ​ໃນ​ໃບບິນຄ່າ​ບໍລິການ ໂດຍ​ສ່ວນ​ແບ່ງ​ກຳ​ໄລ​ສຳລັບ​ຄ່າ​ບໍລິການ​ຈາກ​ເຈົ້າ​ຂອງ​ເຄື່ອງ​ທີ່​ຕົກ​ເປັນ​ເຫຍື່ອ​ຈະ​ຕົກ​ຢູ່ ກັບ​ຜູ້​ພັດທະນາ​ໄວ​ລັດ​ຕົວ​ນີ້ ໂທຣຈັນ(Trojan)​ດັ່ງ​ກ່າວ​ຈະ​ແພ່​ກະ​ຈາຍ​ດ້ວຍ​ການ​ແຝງ​ຕົວ​ໄປ​ກັບ​ແອບຯ​ດາວນ໌​ໂຫລດ​ທີ່​​ເຮັດ​ຕົວ ເປັນ media player (ຄວາມ​ຈິງ​ບໍ່ແມ່ນ) ໄຟລ໌​ໂປຼແກຼມ​ຈະ​ມີ​ນາ​ມສະກຸນ​ມາດຕະຖານ .APK  ແລະ​ຂະໜາດ​ໄຟລ໌ 13KB

ຢ່າງ ໃດ​ກໍ​ຕາມ ຈາກ​ລາຍ​ງານ​ລ່າ​ສຸດ ຜູ້​ໃຊ້​ມື​ຖື android ທີ່​ຕົກ​ເປັນ​ເຫຍື່ອ ຫາກໍ່​ຈະ​ພົບ​ໃນ​ລັດ​ເຊຍ​ເທົ່າ​ນັ້ນ ເນື່ອງ​ຈາກ Android OS ຂອງ Google ກຳ​ລັງ​ມີ​ສ່ວນ​ແບ່​ງຕະລາດ​ທີ່​ເຕີບໂຕ​ຢ່າງ​ກ້າວ​ກະ​ໂດດ ຊຶ່ງ​ຄາດ​ວ່າ ມັນ​ຈະ​ມີ​ມັນ​ແວລ໌ ແລະ​ໄວ​ລັດ​ທີ່ເກິດຂື້ນ​ມາ​ເພື່ອ​ເຈາະ​ເຂົ້າ​ສູ່​ໂອ​ເອດ​ຕົວ​ນີ້​ເພີ່ມ​ຂຶ້ນ​ທົ່ວ​ໂລກຢ່າງແນ່ນອນ

ຂໍ້​ມູນ​ຈາກ: theinquirer, arip

ລອງອ່ານກ່ຽວກັບ  ຂ່າວລື ພົບສິ້ນສ່ວນຂອງ iPod nano ລຸ້ນຕໍ່ໄປ ຈະມີກ້ອງເພີ່ມເຂົ້າມາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.