ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android OS ຈະ​ມີ​ຍອດ​ຜູ້​ໃຊ້​ຫລາຍກວ່າ iOS ຂອງ Apple ໃນ​ປີ 2012

ຂ່າວໄອທີ

ລ່າ​ສຸດ​ບໍລິສັດ​ວິ​ໄຈ​ຕະ​ຫລາດ iSuppli Corp ເປີດ​ເຜີຍ​ມາບໍດົນນີ້​ວ່າ Android OS ຈະ​ມີ​ຍອດ​ຜູ້​ໃຊ້​ຫລາຍກວ່າ iOS ຂອງ Apple ໃນ​ປີ 2012

ຈາກ​ລາຍ​ງານ​ວິ​ໄຈ​ລະ​ບຸ​ວ່າ ລະບົບ​ປະຕິບັດການ Android ຈະ​ຖືກ​ໃຊ້​ໃນ​ສະ​ມາດ​ໂຟນ​ຫລາຍກວ່າ 75 ລ້ານ​ເຄື່ອງ​ໃນ​ປີ 2012 ເພີ່ມ​ຂຶ້ນ​ຈາກ 5 ລ້ານ​ເຄື່ອງ​ໃນ​ປີ 2009 ໃນ​ຂະນະ​ທີ່ iOS ມີ​ປະ​ມານ 62 ລ້ານ​ເຄື່ອງ​ໃນ​ປີ​ດຽວ​ກັນ ໂດຍ​ເພີ່ມ​ຂຶ້ນ​ຈາກ 25 ລ້ານ​ໃນ​ປີ 2009 ທັງ​ນີ້​ຄິດ​ເປັນ​ເປີລ໌​ເຊັນສ່ວນ​ແບ່​ງຕະຫລາດ​ຂອງ Android ຈະ​ຂະ​ຫຍັບ​ຂຶ້ນ​ໄປ​ທີ່ 19.4% ຈາກ 2.7% ໃນ​ປີ 2009 ສ່ວນ iOS ຂອງ Apple ຈະ​ເພີ່ມ​ຂຶ້ນ​ເປັນ 15.9% ໃນ​ປີ 2012 ຈາກ 13.8% ໃນ​ປີ 2009

ເຫດຜົນ​ມາ​ຈາກ​ການ​ທີ່ Android ເປັນ​ລະບົບ​ປະຕິບັດການ​ແບບ​ເປີດ ຊຶ່ງ​ຖືກ​ນຳ​ໄປ​ໃຊ້​ກັບ​ສະມາດ​ໂຟນ​ຈາກ​ຫລາຍ​ຜູ້​ຜະລິດ (Motorola, HTC, Samsung, Sony Ericsson, LG, Huawei, AsusTek ແລະ ZTE) ລວມ ເຖິງ​ອຸປະກອນ​ຢ່າງ​ເຊັ່ນ ແທັບ​ເລັດ​ຄອມພິວເຕີ ແລະ​ອີ​ລີດ​ເດີລ໌ ໃນ​ຂະນະ​ທີ່ iOS ຂອງ Apple ຈະ​ຖືກ​ໃຊ້​ໃນ iPhone, iPad ແລະ iPod Touch ເທົ່າ​ນັ້ນ ” Android ກຳ​ລັງ​ຈະ​ຂຶ້ນ​ແທ່ນ​ໂອ​ເອດ​ເທິງ​ມື​ຖື​ອັນ​ດັບ​ໜຶ່ງ​ຂອງ​ຕະ​ຫລາດ” Tna Teng ນັກ​ວິ​ເຄາະ​ຜະແນກ​ສື່​ສານ​ຂາດ​ສາຍ​ຈາກ iSuppli ກ່າວ “iOS ຂອງ Apple ເປັນ​ລະບົບ​ປິດ​ເຮັດໃຫ້​ການ​ເຕີບໂຕ​ຂອງ​ຈຳນວນ​ສະ​ມາດ​ໂຟນ​ທີ່​ໃຊ້ iOS ຖືກ​ຈຳ​ກັດ​ດ້ວຍ​ທາງ​ບໍລິສັດ​ເອງ”

ປລ: ສຳຫລັງຄວາມຄິດຂອງຂ້າພະເຈົ້າເອງ, ຖ້າປຽບເປັນແບຼນຕໍ່ແບຼນ ຍັງບໍ່ມີໃຜສາມາກໂຄ່ນ Apple ໄດ້ຢ່າງແນ່ນອນ

ຂໍ້​ມູນ​ຈາກ: pcmag, arip

ລອງອ່ານກ່ຽວກັບ  Toshiba Honeycomb ແທັບເລັດ ເຜີຍໂຕງຽບໆເທິງ Amazon

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.