ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Acer ອອກເນັດບຸ໊ກແບບ Dual Boot XP ແລະ Android

ຂ່າວໄອທີ

ລ່າ​ສຸດ Acer ຜູ້​ຜະລິດ​ຄອມພິວເຕີ​ອັນ​ດັບ​ສອງ​ເປີດ​ຕົວ​ຜະລິດຕະພັນ​ໃໝ່​ເປັນ “ເນັດ​ບຸ໊​ກ” ທີ່​ໃຊ້​ໂພ​ເຊດ​ເຊີລ໌ Atom ຂອງ Intel ພ້ອມ​ຄຸນສົມບັດ​ການເຮັດວຽກ​ແບບ Dual Boot ສາມາດ​ເລືອກ​ລະບົບ​ປະຕິບັດການ​ທີ່​ຕ້ອງ​ການ​ໃຊ້​ງານ​ລະຫວ່າງ Windows XP ກັບ Android ໄດ້

Acer Aspire One D255 ເນັດ​ບຸ໊​ກ ​ Dual Boot ​ລຸ້ນ​ທີ່​ສອງ​ຂອງ​ບໍລິສັດ​ຫລັງ​ຈາກ​ອອກ D260 ທີ່ເປັນDual Boot ຄືກັນ ແຕ່​ເປັນ Windows 7 ກັບ Android ສຳລັບ​ເນັດ​ບຸ໊​ກ​ລຸ້ນ​ນີ້​ໄດ້​ເປີດ​ຕົວ​ໃນ​ງານ Taipei Computer Applications Show ທີ່​ ໄທ​ເປ ປະເທດ​ໄຕ້​ຫວັນ ໂດຍ​ຄຸນສົມບັດ​ຂອງ​ຕົວ​ເຄື່ອງ​ຈະ​ຄ້າຍ​ກັບ D260 ໜ້າ​ຈໍ​ຂະໜາດ 10.1 ນິ້ວ ແລະ​ໃຊ້​ຊີ​ພີ​ຍູ​ຊິງ​ເກີ້ນ​ຄອລ໌ Intel Atom N450 ຄວາມ​ໄວ 1.66GHz ຫນ່ວຍ​ຄວາມ​ຈຳ 1GB ຊິບ​ກາ​ຟິກ GMA 3150 ຮາລ໌​ດ​ດິດກ໌ 160GB ແບດ​ເຕີ​ລີ່​ມີ​ໃຫ້​ເລືອກ 3 ເຊວ ຫລື 6 ເຊວ ສ່ວນ​ລາ​ຄາມີຕັ້ງແຕ່ 375 ຫລຽນຯ ແລະ 470 ຫລຽນຯ ຕາມ​ລຳ​ດັບ ຈຸດ​ເດັ່ນ​ຂອງ D255 ນອກ​ຈາກ​ຕົວ​ເຄື່ອງ​ທີ່​ມີ​ດີ​ໄຊນ໌​ຕາມ​ຄອນ​ເຊບຕ໌ small-smart-sexy ຄື ບາງ​ພຽງແຈ່ 1 ຊມ. ແລະ​ມີ​ນ້ຳ​ໜັກ​ເບົາ​ພຽງແຕ່ 1 ກິ​ໂລ​ກຣາມ ພາຍໃຕ້​ສີ​ສັນ​ສົດ​ໃສ​ແລ້ວ ຜູ້​ໃຊ້​ສາມາດ​ເລືອກ​ບູ໊​ຕ​ເຄື່ອງ​ຂຶ້ນ​ເຮັດວຽກ​ເປັນ Windows XP ຫລື Android ກໍ​ໄດ້​ພາຍ​ໃນ​ເຄື່ອງ​ດຽວ​ກັນ ຈາກ​ຂໍ້​ມູນ​ເບື້ອງ​ຕົ້ນ ຜູ້​ໃຊ້​ສາມາດ​ບູ໊​ຕ Android ໃຫ້​ພ້ອມ​ເຮັດວຽກ​ໄດ້​ພາຍ​ໃນ 15 ວິ​ນາ​ທີ​ເທົ່າ​ນັ້ນ

ທີ່ມາ:inquirer, arip

ລອງອ່ານກ່ຽວກັບ  Youtube ເພີ່ມ WebM ເຂົ້າມາເປັນອີກໜຶ່ງປະເພດວິດີໂອໃນ Youtube ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.