ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Youtube ຂອງກູເກີ້ນຖືກແຮັກ ໂດຍກຸ່ມທີ່ໃສ່ຊື່ວ່າ 4chan

ຂ່າວໄອທີ

ຕາມ​ລາຍ​ງານ​ຂ່າວ​ອ້າງ​ວ່າ ເວັບ​ໄຊຕ໌​ຍູ​ທູບ ຜູ້​ໃຫ້​ບໍລິການ​ແຊລ໌​ວິ​ດີ​ໂອ​ຍອດ​ນິຍົມ​ເທິງ​ອິນ​ເຕີເນັດ ຖືກ​ແຮັກ​ໂດຍ​ກຸ່ມ​ແຮກ​ເກີລ໌​ທີ່​ຮຽກ​ຕົວ​ເອງ​ວ່າ 4chan ໂດຍ​ອາໄສ​ຊ່ອງ​ໂຫວ​ໃນ​ລະບົບ​ຄອມ​ເມັນຕ໌ (comment system) ຂອງ​ເວັບ​ໄຊຕ໌​ຍູ​ທູບ​ໃນ​ການ​ຍິງ​ຊຸດ​ຄຳ​ສັ່ງ​ເຂົ້າໄປ​ເຮັດວຽກ​ເທິງ​ ເຊິລ໌​ຟເວີລ໌​ຂອງ​ຍູ​ທູບ ຊຶ່ງ​ຜົນ​ລັບ​ເຮັດໃຫ້​ຜູ້​ໃຊ້​ຖືກ​ລີ​ໄດ​ເລັກຕ໌​ເຂົ້າໄປ​ຊົມ​ຄິບ​ມິວ​ສິ​ກວິ​ດີ​ໂອ​ຂອງ Justin Bieber ສິນ​ລະປິນ​ນັກ​ຮ້ອງ​ແນວ​ປ໊ອບ-ອາລ໌​ແອນດ໌​ບີ​ດາວ​ລຸ່ງ ແລະ​ເວັບ​ໄຊຕ໌​ໂປ້

ທະ​ວິດ​ເຕີລ໌​ຍັງ​ຄົງ​ເປັນ​ແຫລ່ງ​ແພ່ ຂ່າວ​ທີ​ໄວ​ທີ່ສຸດ ໂດຍ​ມີ​ການ​ລາຍ​ງານ​ວ່າ ວິ​ສະວະກອນ​ຂອງ​ກູ​ເກີ້ນ (Google) ໃຊ້​ເວລາ​ພຽງ​ເລັກນ້ອຍ​ໃນ​ການ​ຫາ​ສາ​ເຫດ​ຂອງ​ການ​ແຮັກ​ວ່າ ເກີດ​ຈາກ​ຫຍັງ ເຂົ້າ​ມາ​ທາງ​ໃດ ແລະ​ຈັດການ​ກັບ​ມັນ​ຢ່າງ​ວ່ອງໄວ ໂດຍ​ຊ່ວງ​ເວລາ​ໜຶ່ງ​ຊົ່ວ​ໂມງ​ທີ່​ຖືກ​ໂຈມ​ຕີ ກູ​ເກີ້ນ​ໄດ້​ປິດ​ຄຸນສົມບັດ​ການເຮັດວຽກງານ​ໃນ​ສ່ວນ​ຂອງ comment ເທິງ​ຍູ​ທູບ​ອອກ​ໄປ ເພື່ອ​ໃຫ້​ທີມ​ວິ​ສະວະກອນ​ໄດ້​ມີ​ເວລາ​ໃນ​ການ​ຄົ້ນ​ຫາ​ບັ​ກ ແລະ​ຈັດການ​ແກ້​ໄຂ​ໃຫ້​ຮຽບຮ້ອຍ ຢ່າງໃດ​ກໍ​ຕາມ ຈາກ​ລາຍ​ງານ​ເບື້ອງ​ຕົ້ນ​ແຮັກ​ເກີລ໌​ບໍ່​ໄດ້​ເປັນ​ແຟນ​ຄັບ​ຂອງ​ສິນລະປິນ Justine Bieber

ຂໍ້​ມູນ​ຈາກ: Zeitgeist, Arip

ລອງອ່ານກ່ຽວກັບ  Samsung ເຜີຍ Galaxy Tab ຂາຍໄດ້ 6 ແສນເຄື່ອງແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.