ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍູທູບເວີລ໌ຊັນຂອງໂທລະສັບມືຖື ເທບກວ່າແອບຯໃນໄອໂຟນ

ຂ່າວໄອທີ, ໂທລະສັບ

ກູ​ເກີ້ນ (Google) ໃຊ້​ຈຸດ​ແຂງ​ຂອງ​ການ​ເປັນ​ຜູ້​ໃຫ້​ບໍລິການ​ຄອນ​ເທັນຕ໌​ກົດ​ດັນ​ແອບ​ເປີ້ນ (Apple) ຫລາຍ​ຂຶ້ນ ລ່າ​ສຸດ​ທາງ​ບໍລິສັດ​ໄດ້​ອັບ​ເກດ​ເວັບ​ໄຊຕ໌​ຍູ​ທູບ (YouTube) ເວີລ໌​ຊັນ​ທີ່​ໃຫ້​ບໍລິການ​ເທິງ​ໂທລພະສັບມືຖື​ໃຫ້​ມີ​ຄວາມສະດວກ​ສະບາຍ​ຫລາຍ​ຍິ່ງ​ຂຶ້ນ ໂດຍ​ສະເພາະ​ການ​ໃຊ້​ງານ​ເທິງ​ມື​ຖື​ທີ່​ເຮັດວຽກ​ດ້ວຍ​ລະບົບ​ໜ້າ​ຈໍ​ສຳ​ຜັດ​ຢ່າງ ໄອ​ໂຟນ (iPhone) ແລະ Motorola Droid X ງານ​ນີ້​ເວົ້າໄດ້​ວ່າ ແອບຯ ​ຍູ​ທູບ​ເທິງ​ໄອ​ໂຟນ​ຕົວ​ເດີມ​ອາດ​ຕົກ​ກະ​ປ໋ອງ​ໄປ​ເລີຍ

ສຳລັບ​ການ​ອັບ​ເກດ​ເວັບ​ໄຊຕ໌​ຍູ​ທູບ​ໂມ​ບາຍ​ໄດ້​ມີ​ການ​ເປີດ​ເຜີຍ​ເມື່ອ ວັນພຸດ​ທີ່​ຜ່ານມາ ໂດຍ​ມັນ​ໄດ້ຮັບ​ການ​ອອກ​ແບບ​ໃຫ້​ສາມາດ​ເຂົ້າ​ເຖິງ​ວິ​ດີ​ໂອ​ເທິງ​ຍູ​ທູບ​ໄດ້​ຫລາກ​ຫລາຍ ງ່າຍ​ດາຍ ແລະ​ວ່ອງໄວ ການ​ປັບປຸງ​ລະບົບ​ການ​ໃຫ້​ບໍລິການ​ເທື່ອ​ນີ້​ຍັງ​ລວມ​ເຖິງ​ການເຮັດໃຫ້​ບໍລິການ​ສະ​ຕີມ​ວິ​ດີ​ໂອ​ໄຮເດ​ຟຯ ຊຶ່ງ​ເປັນ​ຄຸນສົມບັດ​ທີ່​ເໜືອ​ກວ່າ​ຍູ​ທູບ​ແອບຯ​ເທິງ​ໄອ​ໂຟນ​ທີ່​ມີ​ການ​ບີບ​ອັດ​ຈົນ​ຄຸນນະພາບ​ຂອງ ວິ​ດີ​ໂອ​ບໍ່​ໜ້າ​ຮັບ​ຊົມ​ເທົ່າ​ທີ່​ຄວນ

ຢ່າງໃດ​ກໍ​ຕາມ ບໍລິການ​ຍູ​ທູບ​ໂມ​ບາຍ​ທີ່​ໄດ້ຮັບ​ການ​ອັບ​ເກດ​ໃນ​ເທື່ອ​ນີ້ ຍັງມີ​ປະ​ເດັນ​ຂອງ​ບັນຫາ​ການ​ໃຊ້​ງານ​ຢູ່​ນຳ ໂດຍ​ສະເພາະ​ເຈົ້າ​ຂອງ​ເຄື່ອງ iPhone 4 ແຕ່​ທາງ​ຍູ​ທູບ​ຄາດ​ວ່າ​ຈະ​ສາມາດ​ແກ້​ບັນຫາ​ນີ້​ໄດ້​ພາຍ​ໃນ​ບໍ່ເກີນຫລາຍ​ອາທິດ​ຂ້າງ​ໜ້າ ທັງ​ນີ້​ແອບ​ເປີ້ນ (Apple) ໄດ້​ຈຳ​ໜ່າຍ iPhone 4 ທີ່​ໄດ້ຮັບ​ການ​ຕິດ​ຕັ້ງ​ແອບ​ພິ​ເຄ​ຊັນ YouTube ໄວ້​ໃນ​ເຄື່ອງ​ແລ້ວ​ດ້ວຍ ເຊັ່ນ​ດຽວ​ກັບ​ລຸ້ນ​ກ່ອນໆ

ຍູ​ທູບ​ຊຶ່ງ​ປະຈຸບັນ​ເປັນ​ຂອງ​ກູ​ເກີ້ນ​ກຳ​ລັງ​ພະຍາຍາມ ຈັດ​ລະບຽບ​ຂອງ​ເວັບ​ໄຊຕ໌​ໂມ​ບາຍ ເພື່ອ​ເປັນ​ສ່ວນຫນຶ່ງ​ຂອງ​ຄວາມ​ພະຍາຍາມ​ໃນ​ການ​ທີ່​ຈະ​ສ້າງ “ລະບົບ​ປະຕິບັດການ​ວິ​ດີ​ໂອ” (video operating system) ທີ່​ສາມາດ​ເຮັດວຽກ​ເທິງ​ແກັດ​ເຈັດ (gadget) ໃດໆກໍ​ໄດ້​ທີ່​ມາ​ພ້ອມ​ກັບ​ໜ້າ​ຈໍ ຊຶ່ງ​ມື​ຖື​ເປັນ​ໜຶ່ງ​ໃນ​ເປົ້າ​ໝາຍ​ຂອງ​ຍູ​ທູບ ໂດຍ​ໃນ​ອີກ 5 ປີ​ຂ້າງ​ໜ້າ ທາງ​ເວັບ​ໄຊຕ໌​ຄາດ​ວ່າ​ຈະ​ມີ​ຜູ້​ໃຊ້​ທ່ອງ​ເວັບ​ເທິງ​ມື​ຖື​ຫລາຍກວ່າ​ເທິງ​ຄອມພິວເຕີ

ທາງ​ຍູ​ທູບ​ຍັງ​ໄດ້​ໃຫ້​ຂໍ້​ມູນ​ອີກ​ດ້ວຍ ວ່າ ໃນ​ແຕ່​ລະ​ມື້​ມີ​ການ​ຮັບ​ຊົມ​ຄິບ​ວິ​ດີ​ໂອ​ຂອງ​ຍູ​ທູບ​ເທິງ​ອຸປະກອນ​ໂມ​ບາຍ​ຫລາຍກວ່າ 100 ລ້ານ​ເທື່ອ ຊຶ່ງ​ຕົວ​ເລກ​ນີ້​ຈະ​ເທົ່າ​ໆ ກັບ​ຈຳນວນ​ຄິບ​ທີ່​ໄດ້​ມີ​ການ​ຮັບ​ຊົມ​ກັນ​ຈາກ​ຄອມພິວເຕີ​ໃນ​ສຳ​ນັກ​ງານ ແລະ​ເຮືອນ​ເມື່ອ​ປີ 2006 ປະຈຸບັນ​ມີ​ການ​ຮັບ​ຊົມ​ວິ​ດີ​ໂອ​ທັງ​ໝົດ​ຈາກ​ທຸກ​ຊ່ອງ​ທາງ​ຫລາຍກວ່າ 2 ພັນ​ລ້ານ​ເທື່ອ​ຕໍ່​ມື້ ທ່ານ​ຜູ້​ອ່ານ ສາມາດ​ເຂົ້າ​ເຖິງ​ບໍລິການ​ໃໝ່​ນີ້​ຈາກ iPhone ໄດ້​ທີ່ m.youtube.com ເລີຍ

ທີ່ມາ: zatznotfunny, arip

ລອງອ່ານກ່ຽວກັບ  iPod Shuffle ລຸ້ນໃຫມ່ຄວາມຈຸ 2GB ຫຼາກຫຼາຍສີສັນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.