ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາເບິງຫນັງດີໆ ຂອງຟຼິຈາກ YouTube ກັນດີກວ່າ

ຂ່າວໄອທີ

ວັນພັກເເບບນີ້ ຖ້າ​ບໍ່​ຮູ້​ວ່າ​ຈະ​ເຮັດຫຍັງ​ດີ ລອງ​ແວະ​ເຂົ້າໄປ​ທີ່​ຍູ​ທູບ (YouTube) ທ່ານ​ກໍ​ສາມາດ​ເລືອກ​ຫາ​ເບິ່ງຫນັງຄາດ​ສິກ​ທີ່​ມີ​ໃຫ້​ເລືອກ​ທຸກ​ອາລົມ ຕື່ນ​ເຕັ້ນ ສະ​ຫຍອງ​ຂວັນ ຕະ​ຫລົກ ແອກ​ຊັ່ນ ຫລື​ແມ່ນແຕ່​ ດຼາ​ມ່າ ກັນ​ແບບ​ເຕັມໆ ເລື່ອງ​ໄດ້​ເລີຍ ຂອງ​ດີ​ຂອງ​ຟຼີເເບບ​ນີ້​ບໍ່​ບອກ​ທ່ານ​ຜູ້​ອ່ານ​ເວັບ​ໄຊ໌ຂອງເຮົາແລ້ວ​ຈະ​ໄປ​ບອກ​ໃຜ ແຕ່​ຖ້າ​ຮູ້ສຶກ​ຈໍ​ໂນດ​ບຸ໊​ກນ້ອຍ​ໄປ​ບໍ່​ສະ​ໃຈ​ກໍ​ຕໍ່ HDMI ກັບ​ທໍລະທັດຈໍ​ໃຫຍ່​ເພື່ອ​ຮັບ​ຊົມກັນ​ຢ່າງ​ເຕັມ​ຕາ​ເລິຍ

ແລະ​ແລ້ວ​ຍູ​ທູບ​ກໍ​ກາຍ​ເປັນ​ Video on Demand ທ່ານສາມາດ​ໂຫລດ​ໜັງ​ດີ​ເບິ່ງ​ຟຼີກັນ​ໄດ້​ແບບ​ເຕັມໆ ຕົວ​ຢ່າງ​ໜັງ​ທີ່​ໜ້າ​ສົນ​ໃຈ​ກໍ່ມີເຊັ່ນ Home, Hecules in New York, Resistance, Snowboard Academy ຫລື​ແມ່ນແຕ່ Wheels on Meals ຫລື “ຂາ​ຕັ້ງ​ສູ້” ໜັງ​ແອັກ​ຊັ່ນ​ຂອງ​ເສີນ​ຫລົງ ຮັບຮອງ​ວ່າ​ທ່ານ​ຕ້ອງ​ມັກ​ກັບ​ສາກ​ບູ້​ຕະ​ຫລົກໆ ໃນ​ສະໄໝ​ທີ່​​ພວກເຂົາ​ຍັງ​ໜຸ່ມໆ ສົນ​ໃຈ​ຢາກ​ເບິ່ງ​ໜັງ​ຄາດ​ສິກ​ຕອນນີ້ເສຍຄ່າບໍລິການ ເອີ່ຍ! ເວົ້າຫລິ້ນເນາະ ທຸກຢ່າງເເມ່ນຟຼີໆເດີ່ ຄິກ​ເຂົ້າໄປ​ທີ່ http://www.youtube.com/movies ໄດ້ ເລີຍ

ຂໍ້​ມູນ ຈາກ: Youtube, Arip

ລອງອ່ານກ່ຽວກັບ  ໄມໂຄຊອຟົທ໌ຕຽມເພີ່ມ Gold Family Pack ລົງ Xbox LIVE ພະຈິກນີ້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຜ່ານມາ ຕອນຢູ່ຊຽງຂວາງ ກໍ່ໄດ້ເບິ່ງ ຫລາຍເລື້ອງ
    ເພາະເນັດມີຄວາມໄວສູງ ເພາະບໍ່ຄ່ອຍມີຄົນໃຊ້ຫລາຍ
    ຕອນຢູ່ວຽງ ເນັດຂ້ອນຂ້າງຊ້າ ເລີຍຊື້ແຜ່ນດີວີດີ ເບິ່ງ

  2. @pnomsin: ມັນກະຊ່ວຍເເກ້ເຊັງໄດ້ພໍປະມານ.ຫນັງມັນເກົ່າຫລາຍ ເເຕ່ຊ່ວງນິຟຶກຟັງພາສາເຮົາເອງກະເບິງ

Leave a Reply to pnomsin Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.