ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວດ່ວນ! MS ຈະເຊົາຊັບພອລ໌ຕ Windows XP SP2

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ຖ້າ​ທ່ານຍັງ​ເປັນ​ຜູ້​ໜຶ່ງ​ທີ່​ໃຊ້​ຄອມພິວເຕີ​ທີ່​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Windows XP SP2 (Service Pack 2) ເຈົ້າ​ມີ​ເວລາ​ເຖິງ​ວັນທີ່ 13 ກໍລະກົດນີ້​ເທົ່າ​ນັ້ນ​ທີ່​ເຈົ້າ​ຈະ​ຕ້ອງ​ອັບ​ເກດ​ໂອ​ເອດ​ແລ້ວ ເພາະ​ຫລັງ​ຈາກ​ມື້​ດັ່ງ​ກ່າວ​ໄມ​ໂຄ​ຊອ​ຟົທ໌ (Microsoft) ຈະ​ເຊົາຊັບ​ພອລ໌​ຕ ຫລື​ເວົ້າ​ດ້ວຍ​ພາສາ​ທີ່​ເຂົ້າໃຈ​ໄດ້​ງ່າຍ​ຂຶ້ນ​ກໍ​ຄື ຈະ​ບໍ່​ມີ​ການ​ອອກ​ອັບ​ເດດ​ອຸດ​ຊ່ອງ​ໂຫວ່​ໃດໆ ສຳລັບ Windows XP SP2 ໃຫ້​ອີກ​ຕໍ່ໄປ

ໄມ​ໂຄ​ຊອ​ຟົທ໌​ປະ​ກາດ​ເຊົາຊັບ​ພອລ໌​ຕລະບົບ​ປະຕິບັດການ Windows XP SP2 ແລະ Windows 2000 ໂດຍ​ຈະ​ບໍ່​ອອກ​ອັບ​ເດດ​ໃດໆ ໃຫ້​ກັບ​ໂອ​ເອດ​ສອງ​ຕົວ​ນີ້​ອີກ​ຕໍ່ໄປ ຊຶ່ງ​ນັ້ນ​ໝາຍ​ຄວາມ​ວ່າ ຫາກ​ມີ​ການ​ພົບ​ຊ່ອງ​ໂຫວ່​ໃດໆ ຫລັງ​ຈາກ​ວັນທີ່ 13 ກໍລະກົດ​ນີ້ ຜູ້​ໃຊ້​ຈະ​ຕ້ອງ​ຮັບ​ຜິດຊອບ​ຕົວ​ເອງ Wilson Xavier ຜູ້​ບໍລິຫານ​ກຸ່ມ​ທຸລະກິດ Windows Client ຂອງ​ໄມ​ໂຄ​ຊອຟົທ໌​ກ່າວ​ວ່າ “ຜູ້​ຂຽນ​ມັນ​ແວລ໌​ຍັງ​ຄົງ​ບໍ່​ຢຸດ​ທີ່​ຈະ​ຕັ້ງ​ເປົ້າ​ໂຈມ​ຕີ​ລະບົບ​ປະຕິບັດ​ການ Windows XP ຊຶ່ງ​ໄມ​ໂຄ​ຊອ​ຟົທ໌​ກຳ​ລັງ​ຈະ​ເຊົາອັບ​ເດດ​ໄດ​ລເວີລ໌ ຕະຫລອດ​ຈົນ​ອຸດ​ຊ່ອງ​ໂຫວ່​ຕ່າງໆ ແລ້ວ (ປົກກະຕິ​ຈະ​ອອກ​ອັບ​ເດດ​ໃຫ້​ທຸກ​ໆ ມື້​ອັງ​ຄານ​ທີ່​ສອງ​ຂອງ​ເດືອນ) ດັ່ງ​ນັ້ນ​ຜູ້​ໃຊ້​ອາດຈະ​ສ່ຽງ​ຕໍ່​ການ​ໂດນ​ໂຈມ​ຕີ​ຈາກ​ຜູ້​ບໍ່ ຫວັງ​ດີ​ເຫລົ່າ​ນີ້​ຫລາຍ​ຂຶ້ນ”

“ພີ​ຊີ​ທີ່​ຕິດ​ໄວ​ລັດ​ໃນ​ອົງກອນ​ຈະ​ຖືກ ຕັ້ງ​ຄ່າ​ການເຮັດວຽກໂດຍ​ເຫລົ່າໄວຮ້າຍ​ໄຊ​ເບີລ໌​ດ້ວຍ​ມັນ​ແວລ໌​ທີ່​ຖືກ​ສົ່ງ​ຜ່ານ​ເຂົ້າໄປ​ໃນ ເຄືອ​ຂ່າຍ ຫລື​ໃນ​ຮູບ​ຂອງ​ບອດ​ເນັດ​ທີ່​ຢູ່ໃນ​ພີ​ຊີ​ທີ່​ຕິດ​ໄວ​ລັດ​ເຄື່ອງ​ອື່ນໆ ເພື່ອ​ໃຊ້​ໃນ​ການ​ສົ່ງ​ສະ​ແປມ ລັກ​ຂໍ້​ມູນ ຕະຫລອດ​ຈົນ​ສົກ​ບັນ​ຊີ​ຜູ້​ໃຊ້​ທະ​ນາ​ຄາ​ອອນ​ໄລນ໌” Wilson ກ່າວ Windows XP ໄດ້​ຊື່​ວ່າ​ເປັນ​ໂອ​ເອດ​ທີ່​ແຂງ​ແຮງ ແລະ​ປອດ​ໄພ ອີກ​ທັງ​ຍັງມີ​ສ່ວນ​ແບ່​ງຕະຫລາດ​ທົ່ວ​ໂລກ​ສູງ​ເຖິງ 63% ຕາມ​ດ້ວຍ Vista 21% ແລະ Windows 7 ອີກ 9.4% ຢ່າງໃດ​ກໍ​ດີ Wilson ແນະ​ນຳ​ວິທີ​ທີ່​ງ່າຍ ແລະ​ໄວ​ທີ່ສຸດ​ກໍ​ຄື ອັບ​ເກດ​ເປັນ Service Pack 3 ຫລື​ບໍ່​ກໍ​ປຽນ​ໄປ​ໃຊ້ Windows 7 ແຕ່​ການ​ອັບ​ເກດ​ເປັນ Windows XP SP3 ແທ້ໆ ບໍ່ແມ່ນ​ເລື່ອງ​ງ່າຍ​ເລີຍ ເນື່ອງ​ຈາກ​ມັນ​ບໍ່​ສາມາດ​ອັບ​ເກດ​ຈາກ XP ຜູ້​ໃຊ້​ຈະ​ຕ້ອງ​ລົງ​ໃໝ່ ການ​ຍ້າຍ​ໄປ Windows 7 ຕ້ອງ​ຈ່າຍ​ເງີນ​ເພີ່ມ ໃນ​ຂະນະ​ທີ່​ປ່ຽນ​ໄປ​ໃຊ້ SP3 ຈະ​ບໍ່​ມີ​ຄ່າ​ໃຊ້​ຈ່າຍ​ໃດໆ ທັງ​ສິ້ນ ຢ່າງໃດ​ກໍ​ຕາມ ເບິ່ງ​ຄືກັບວ່າຜູ້​ໃຊ້ XP ຈະ​ບໍ່​ມີ​ທາງ​ເລືອກ ເພາະ​ຫາກ​ບໍ່​ອັບ​ເກດ​ໄປ​ໃຊ້ SP3 ຫລື Windows 7 ກໍ​ບໍ່​ປອດ​ໄພ​ແນ່ນອນ ສຸດ​ທ້າຍ​ຕ້ອງ​ບໍ່​ລືມ​ວ່າ ໄມ​ໂຄ​ຊອຟົທ໌​ຈະ​ສີ້ນສຸດ​ການ​ສະໜັບສະໜູນ Windows XP ໂດຍ​ສົມບູນ​ໃນ​ວັນທີ່ 8 ເມ​ສາ 2014

ຂໍ້​ມູນ​ຈາກ: gulfnews, arip

ລອງອ່ານກ່ຽວກັບ  Microsoft ຍືນຍັນແລ້ວ IE10 ຈະບໍ່ສາມາດໃຊ້ໃນ Windows Vista ໄດ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.