ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຜູ້​ໃຊ້​ເກືອບ 50% ເລືອກໃຊ້ Windows 7 ລຸ້ນ 64 ບິດ

ຂ່າວໄອທີ

ນັບ​ເປັນ​ເວລາ​ກວ່າ 7 ປີ​ແລ້ວ​ທີ່​ໂພ​ເຊດ​ເຊີລ໌ 64 ບິດ​ ອຸບັດ​ເທິງ​ໂລກ​ໃບ​ນີ້ ແລະ 5 ປີ​ແລ້ວ​ທີ່​ເຮົາ​ມີ​ລະບົບ​ປະຕິບັດການ Windows XP x64 ວາ​ງຕະຫລາດ ແຕ່​ທັງ​ຮາລ໌​ດ​ແວລ໌​ແລະ​ຊອ​ຟົຕ໌​ແວລ໌​ທີ່​ໃຊ້​ປະໂຫຍດ​ຈາກ 64 ບິດ​ກັບ​ບໍ່​ຄ່ອຍ​ໄດ້​ພົບ​ເຫັນ​ເທົ່າ​ທີ່​ຄວນ ສ່ວນ​ໃຫຍ່​ຍັງ​ຄົງ​ຢຶດ​ຕິດ​ຢູ່​ກັບ 32 ບິດ ຂໍ້​ເທັດ​ຈິງ​ທີ່​ຄວນ​ຮູ້​ກໍ​ຄື ແມ່ນແຕ່ Vista ເອງ​ກໍ​ຍັງມີ​ການ​ໃຊ້​ເວີລ໌​ຊັນ 64 ບິດ ພຽງເເຕ່ 11% ເທົ່າ​ນັ້ນ

ສຳລັບ​ເຫດຜົນ​ທີ່​ເຮັດໃຫ້​ສະ​ຖາ​ປັດ​ຕະຍະ​ກຳ ແລະ​ການ​ໃຊ້​ຄອມພິວເຕີ​ທີ່ 64 ບິດ​ບໍ່​ເກີດ​ໃນ​ຊ່ວງ​ທີ່​ຜ່ານມາ​ກໍ​ຄື ມັນ​ຂາດ​ຊອຟົຕ໌​ແວລ໌​ທີ່​ສະໜັບສະໜູນ​ການ​ໃຊ້​ງານ​ນັ້ນ​ເອງ ໂດຍ​ສະເພາະ​ໂປ​ແກມ​ຍອດ​ນິຍົມ​ສ່ວນ​ໃຫຍ່​ຈະ​ບໍ່​ສາມາດ​ເຮັດວຽກ​ໃນ​ສະພາບ​ແວດ​ລ້ອມ 64 ບິດ​ໄດ້​ອີກ​ດ້ວຍ ສ່ວນ​ເຫດຜົນ​ອື່ນໆ ກໍ​ຈະ​ມີ​ເລື່ອງ​ຂອງ​ການ​ອັບ​ເກດ​ທີ່​ຜູ້​ໃຊ້​ພີ​ຊີ​ຕ້ອງ​ການ​ຄວາມ​ໄວ​ໃນ​ການ​ອັບ​ເກດ​ຫລາຍກວ່າ ຕ້ອງ​ເລີ່ມ​ໃໝ່​ຕັ້ງ​ແຕ່​ຕົ້ນ ທາງ​ເລືອກ​ຈຶ່ງ​ຍັງ​ເປັນ 32 ບິດ ແຕ່​ລ່າ​ສຸດ ໄມ​ໂຄ​ຊອຟົທ໌​ລາຍ​ງານ​ເມື່ອ​ເດືອນ​ມິ​ຖຸ​ນາ​​ທີ​ຜ່ານມາ​ວ່າ 46% ຂອງ​ຜູ້​ໃຊ້ Windows 7 ທົ່ວ​ໂລກ​ເລືອກ​ໃຊ້​ເວີລ໌​ຊັນ 64 ບິດ  ( ຄືສິບໍ່ລວມຂອງທີ່ລະເມີດລິຂະສິດເນາະ 🙂  )

ສະ​ຖາ​ປັດ​ຕະຍະ​ກຳ 64 ບິດ​ຈະ​ມາ​ພ້ອມ​ກັບ​ລະບົບ​ຮັກສາຄວາມ​ປອດ​ໄພ ແລະ​ການເຮັດວຽກງານ​ໃນ​ລະບົບ​ສະ​ເໝືອນ (virtualization) ທີ່​ເໜືອ​ກວ່າ 32 ບິດ​ຫລາຍ ແຕ່​ເບິ່ງ​ຄືກັບວ່າເລື່ອງ​ຄວາມ​ສາມາດ​ໃນ​ການ​ເບິ່ງເຫັນ​ຫນ່ວຍ​ຄວາມ​ຈຳ​ທີ່​ເພີ່ມ​ຂຶ້ນ ໜ້າ​ຈະ​ເປັນ​ປະໂຫຍດ​ທີ່​ຊັດເຈນ​ທີ່ສຸດ ລະບົບ​ທີ່​ເປັນ 32 ບິດ​ຈະ​ສາມາດ​ໃຊ້​ຫນ່ວຍ​ຄວາມ​ຈຳ​ໄດ້​ບໍ່​ເກີນ 4GB ໃນ​ຂະນະ​ທີ່ Windows 7 ເວີລ໌​ຊັນ 64 ບິດ​ຈະ​ສາມາດ​ຮອງ​ຮັບ​ຫນ່ວຍ​ຄວາມ​ຈຳ​ໄດ້​ສູງ​ເຖິງ 192GB ແນ່ນອນ​ວ່າ ມັນ​ຍັງ​ຄົງ​ມີ​ປັດ​ໄຈ​ທີ່​ເປັນ​ຂໍ້​ຈຳ​ກັດ​ອື່ນໆ ຢູ່​ດ້ວຍ ຢ່າງ​ເຊັ່ນ ລາ​ຄາ ແລະ​ຄວາມ​ຈຸ​ສູງ​ສຸດ​ຂອງ​ຫນ່ວຍ​ຄວາມ​ຈຳ ແຕ່​ດ້ວຍ​ຄວາມ​ຕ້ອງ​ການ​ໃຊ້​ຊອຟົຕ໌​ແວລ໌​ລຸ້ນ​ໃໝ່​ໆ ທີ່​ມີ​ຄວາມ​ຕ້ອງ​ການ​ຫນ່ວຍ​ຄວາມ​ຈຳ​ຫລາຍ​ຂຶ້ນ ປະກອບ​ກັບ​ການ​ໃຊ້​ງານ​ແບບ​ມັນ​ຕິ​ທາສກິງ ຄວາມ​ຕ້ອງ​ການ​ຫນ່ວຍ​ຄວາມ​ຈຳ​ຈຶ່ງ​ກາຍ​ເປັນ​ເລື່ອງ​ຈຳ​ເປັນ​ໄປ​ສະເເບບນັ້ນ

ຫາກ​ແຈກ​ແຈງ ໃນ​ລາຍ​ລະອຽດ ຄອມພິວເຕີ​ທີ່​ໃຊ້ Windows 7 x64 ສ່ວນ​ໃຫຍ່​ຈະ​ເປັນ OEMs ໂດຍ​ຂໍ້​ມູນ​ຈາກ Stephen Baker ໄດ້​ເຮັດ​ສຳ​ລວດ​ຮ້ານ​ຄ້າ​ປີກ​ພີ​ຊີ​ໃນ​ຊ່ວງ​ເດືອນ​ເມ​ສາ​​ທີ່​ຜ່ານມາ ຍັງ​ພົບ​ອີກ​ດ້ວຍ​ວ່າ ເຄື່ອງ​ສ່ວນ​ໃຫຍ່​ທີ່​ວາງ​ຈຳ​ໜ່າຍ 77% ມາ​ພ້ອມ​ກັບ Windows 7 x64 ອີກ​ທັງ​ໃນ​ກຸ່ມ​ຜູ້​ໃຊ້​ທີ​ເປັນ​ອົງກອນ​ທຸລະກິດ​ຕ່າງ​ກໍ​ມີ​ແນວ​ໂນ້ມ​ທີ່​ຈະ​ຂະ​ຫຍັບ​ໄປ​ໃຊ້ ສະ​ຖາ​ປັດ​ຕະຍະ​ກຳ 64 ບິດ​ອີກ​ດ້ວຍ ໂດຍ​ຄາດ​ວ່າ​ໃນ​ປີ 2014 ການ​ໃຊ້ Windows 7 x64 ຈະ​ເພີ່ມ​ຂຶ້ນ​ເປັນ 77% ໂລກ​ກຳ​ລັງ​ໃກ້ຈະເຂົ້າ​ສູ່​ຍຸກ​ຂອງ​ການ​ປະ​ມວນ​ຜົນ​ທີ່ 64 ບິດ​ເຕັມ​ຕົວ​ແລ້ວ

ຂໍ້​ມູນ​ຈາກ: It-chuiko, arip

ລອງອ່ານກ່ຽວກັບ  Office Web Apps ເລີ່ມເປີດໃຫ້ບໍລິການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.