ເລື່ອງລາວຂອງ TECH, STARTUP, ແລະ DIGITAL

YouTube ເລີ່ມສະໜັບສະໜູນວິດີໂອ ຄວາມລະອຽດລະດັບ 4K

ຂ່າວໄອທີ

ຫລັງ​ຈາກ​ທີ່​ວິ​ດີ​ໂອ​ຄວາມ​ລະອຽດ​ຂະໜາດ Full HD (1080p) ເລີ່ມ​ຈະ​ໄດ້ຮັບ​ຄວາມ​ນິຍົມ​ຫລາຍ​ຂຶ້ນ​ເລື່ອຍ​ໆ ຕອນ​ນີ້ YouTube ກໍ​ໄດ້​ກ້າວ​ລ້ຳ​ໜ້າ​ໄປ​ອີກ​ຂັ້ນ​ດ້ວຍ​ການ​ສະໜັບສະໜູນ​ຄວາມ​ລະອຽດ​ທີ່​ຫລາຍກວ່າ​ນັ້ນ ຄື​ຄວາມ​ລະອຽດ​ລະ​ດັບ 4K (4096×3072) ແລ້​ວ

YouTube ໄດ້​ອະທິບາຍ​ວ່າ​ຄວາມ​ລະອຽດ​ລະ​ດັບ​ກວ່າ​ສີ່​ເທົ່າ​ຂອງ Full HD ນີ້​ເໝາະ​ກັບ​ໜ້າ​ຈໍ​ຂະໜາດ 25 ຟຸດ ເພື່ອ​ໃຫ້​ເຂົ້າໃຈ​ຫລາຍ​ຂຶ້ນ​ນັ້ນ YouTube ໄດ້​ຍົກ​ຕົວ​ຢ່າງ​ວ່າ​ແມ່ນແຕ່​ວິ​ດີ​ໂອ​ຄວາມ​ລະອຽດ​ລະ​ດັບ IMAX ນັ້ນ​ຍັງ​ຕ້ອງ​ໃຊ້​ເຄື່ອງ​ຫລິ້ນ 2k ຈຳນວນ​ສອງ​ເຄື່ອງ​ນຳກັນ

ທີ່​ມາ: Official YouTube Blog, blognone

ລອງອ່ານກ່ຽວກັບ  ກົມພາສີອາກອນລາວ ຈະໃຊ້ເຄືອຂ່າຍອີນເຕີເນັດ ເກັບຂໍ້ມູນ ສີນຄ້າ ເຂົ້າ-ອອກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.