ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Youtube ເພີ່ມອັດຕາຄວາມຍາວຂອງ ວິດີໂອ ເປັນ 15ນາທີແລ້ວ

ຂ່າວໄອທີ

ຫລັງຈາກມີສຽງຈົ່ມຂອງຜູ້ໃຊ້ມາຫລາຍ ໃນປະຈຸບັນນີ້ Youtube ກໍ່ປະກາດເພີ່ມອັດຕາການອັບໂຫລດ ຈາກເດີມ 10ນາທີ ເປັນ 15ນາທີ ແລ້ວ. ເຫດຜົນທີ່ Youtube ຈຳກັດ ຄວາມຍາວ ວິດີໂອນັ້ນຍ້ອນປ້ອງກັນການອັບໂຫລດວິດີໂອທີ່ມີລິຂະສິດ. ແຕ່ໃນປະຈຸບັນທາງເວັບໄຊຕ໌ໄດ້ພັດທະນາເຄື່ອງມືກວດຈັບຄອນເທັນ ຫລືເນື້ອຫາທີ່ບໍ່ຖືກລິຂະສິດຂຶ້ນມາ ຫລາຍຢ່າງ ແລະທຳງານໄດ້ດີ  ຈຶ່ງສາມາດເພີ່ມການອັບໂຫລດວິດີໂອຂຶ້ນເປັນ 15ນາທີໄດ້ໃນປະຈຸບັນ. ໃຜທີ່ມັກມີວິດີໂອຍາວກວ່າ 10ນາທີ ເເລະບໍ່ເກີນ 15ນາທີ ກໍ່ສາມາດໄປອັບໂຫລດໄດ້ເລີຍ ທີ່ Youtube.com ຫລືຖ້າຍັງບໍ່ພໍໃຈ ມັກເເບບບໍ່ຈຳກັດຄວາມຍາວ ຕ້ອງໄປເວັບນີ້ເລີຍ www.veoh.com ແຕ່ຈຳກັດຂະຫນາດໄຟລ໌ ໄວ້ທີ່ 1GB ເທົ່ານັ້ນ.

ທີ່ມາ: youtubeblog

ລອງອ່ານກ່ຽວກັບ  YouTube ເລີ່ມສະໜັບສະໜູນວິດີໂອ ຄວາມລະອຽດລະດັບ 4K

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.