ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Search Twitter ຈະ​ໂຄ່ນ​ບັນລັງ Google ແທ້ຫລືບໍ່ ?

ຂ່າວໄອທີ

ຍ້ອນ​ກັບ​ໄປ​ເມື່ອ​ປີ​ທຳອິດທີ່​ທະ​ວິດ​ເຕີລ໌ (Twitter) ປະ​ກາດ​ເປີດ​ຕົວ​ຄຸນສົມບັດ​ການ​ຄົ້ນ​ຫາ (search) ພ້ອມ​ທັງ​ລົມໂຄ​ວ່າ Twitter ຈະ​ເປັນ​ຜູ້​ກຸມ​ອຳນາດ​ ເ​ສິດລ໌​ ​ລາຍ​ຕໍ່ໄປ​ຖັດ​ຈາກ Google ຊຶ່ງ​ຄຳ​ທຳນາຍ​ໃນ​ມື້​ນັ້ນ​ເບິ່ງ​ຄືຈະ​ເປັນ​ຫຍັງ​ທີ່​ອະ​ລັງ​ການ​ຫລາຍ ແຕ່​ດ້ວຍ​ອັດຕາ​ການ​ເຕີບໂຕ​ແບບ​ພຸ່ງ​ພວດ​ຂອງ​ບໍລິການ​ໄມ​ໂຄບຼ໊ອກ​ແຫ່ງ​ນີ້ ບາງ​ທີ​ເຮົາ​ອາດຈະ​ຫົວ​ຂັວນ​ຄຳ​ເວົ້າທີ່ໃຫຍ່​ໂອ້​ອວດ​ໃນ​ອະ​ດີດ​ນີ້​ບໍ່​ໄດ້​ແລ້ວ

ອ້າງ​ອິງ​ຂໍ້​ມູນ​ຈາກ​ຄຳ​ກ່າວ​ຂອງ Biz Stone ຜູ້​ຮ່ວມ​ກໍ່​ຕັ້ງ​ເວັບ​ໄຊຕ໌ Twitter ຊຶ່ງ​ອອກ​ມາ​ເປີດ​ເຜີຍ​ວ່າ ມີ​ຜູ້​ໃຊ້​ບໍລິການ​ ເ​ສິດລ໌​ ຂອ​ງທະ​ວິດ​ເຕີລ໌​ຫລາຍ​ເຖິງ 800 ລ້ານ​ເທື່ອ​ຕໍ່​ມື້ ຫລື​ຄິດ​ເປັນ 24 ພັນ​ລ້ານ​ເທື່ອ​ຕໍ່​ເດືອນ ຕົວ​ເລກ​ດັ່ງ​ກ່າວ​ຫລາຍກວ່າ​ຂອງ Yahoo ທີ່​ມີ​ຢູ່​ແຄ່ 9.4 ພັນ​ລ້ານ​ເທື່ອ ແລະ Bing ທີ່ 4.1 ພັນ​ລ້ານ​ເທື່ອ ຢ່າງໃດ​ກໍ​ຕາມ ແມ່ນ​ຈະ​ມີ​ຈຳນວນ​ ເສິລ໌ດ​ທີ່​ຫລາຍ​ຂະໜາດ​ນັ້ນ ແຕ່​ເມື່ອ​ທຽບ​ກັບ​ໝາຍ​ເລກ​ໜຶ່ງ​ຢ່າງ Google ອາດຈະ​ຍັງ​ຫ່າງ​ໄກ​ພໍ​ສົມຄວນ ເພາະ​ໃນ​ແຕ່​ລະ​ເດືອນ​ມີ​ການ​ໃຊ້​ບໍລິການ​ ເ​ສິລ໌ດ​ຂອງ​ຍັກ​ໃຫຍ່​ຫລາຍກວ່າ 88 ພັນ​ລ້ານ​ເທື່ອ. ເຖິງແມ່ນ​ຍັງ​ຈະ​ຫ່າງ​ໄກ​ສຳລັບ​ການ​ທີ່​ຈະ​ບອກວ່າ Twitter ຈະ​ເປັນ ” The Next Google” ແຕ່​ຜົນ​ງານ​ຂອງ​ມັນ​ຕ້ອງ​ຖື​ວ່າ​ເຮັດ​ໄດ້​ດີພໍສົມຄວນ

ນອກ​ຈາກ Stone ຈະ​ອອກ​ມາ​ເປີດ​ເຜີຍ​ຄວາມ​ສຳ​ເລັດ​ຂອງ​ຕົວ​ເລກ​ດັ່ງ​ກ່າວ​ແລ້ວ ພວກເຂົາ​ກໍ​ຍັງ​ຄົງ​ຢືນຢັນ​ວ່າ “Twitter ມີ​ລັກສະນະ​ເໝືອນ​ເຄືອ​ຂ່າຍ​ຂໍ້​ມູນ​ຫລາຍກວ່າ​ຈະ​ເປັນ​ແຫລ່ງ​ຂ່າວ” ເໜືອ​ອື່ນ​ໃດ ມັນ​ຍັງ​ເປັນ​ ເສິລ໌​ດ​ທີ່​ລຽວທາມ໌​ຫລາຍ​ທີ່ສຸດ​ໃນ​ປະຈຸບັນ ຊຶ່ງ​ຍາກທີ່ຈະ​ຫາເ​ສິລ໌​ດ​ຕົວ​ໃດ​ທຽບ​ໄດ້ ເຊື່ອ​ວ່າ Google ບໍ່​ໜ້າ​ຈະ​ຕົກ​ໃຈ​ກັບ​ຄຳ​ກ່າວ​ນີ້​ປານໃດ ເພາະ​ສິ່ງ​ທີ Twitter ຕ້ອງ​ແກ້​ບັນຫາ​ໃຫ້​ໄດ້​ກໍ​ຄື ສະ​ຖຽນ​ລະພາບ​ການເຮັດວຽກງານ​ຂອງ​ລະບົບ​ທີ່​ມັກ​ລົມຢູ່​ສະເໝີເວລາ​ທີ​ມີ event ສຳຄັນ​ໆ ເກີດ​ຂຶ້ນ​ໃນ​ໂລກ​ອອນ​ໄລນ໌ ທ່ານ​ຜູ້​ອ່ານ​ສາມາດ​ເຂົ້າໄປ​ໃຊ້​ບໍລິການ ຕະຫລອດ​ຈົນ​ຕິດ​ຕາມ​ແນວ​ໂນ້ມ​ຂອງ​ຄວາມ​ສົນ​ໃຈ​ລ່າ​ສຸດ​ແບບ​ລຽວທາມ໌​ໄດ້​ທີ່ http://www.twitter.com/search

ຂໍ້​ມູນ ຈາກ: appscout, arip

ລອງອ່ານກ່ຽວກັບ  ມາແລ້ວ RockMelt ໂປຼແກຼມທ່ອງເວັບ ສຳລັບຜູ້ໃຊ້ທີ່ມັກ Socail Network

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.