ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ໂຊ Street Slide ແຂ່ງກັບ Street View

ຂ່າວໄອທີ

ສຳລັບ​ໃຜ​ທີ່​ທຶ່ງ​ກັບ​ບໍລິການ Street View ຂອງ Google ທີ່​ຊ່ວຍ​ໃຫ້​ສາມາດ​ເບິ່ງເຫັນ​ຖະໜົນ​ຫົນ​ທາງ​ຕ່າງໆ ດ້ວຍ​ມຸ​ມອງ 360 ອົງ​ສາ​ຈາກ​ໃນ​ບຼາວ​ເຊີລ໌ ແຖມ​ຍັງ​ຄົ້ນ​ຫາ​ໄດ້​ອີກ​ດ້ວຍ ລ່າ​ສຸດ Microsoft Research ໄດ້​ພັດທະນາ​ໂຊ​ລູ​ຊັ່ນ​ທີ່​ເບິ່ງ​ໜ້າ​ສົນ​ໃຈ​ບໍ່​ແພ້​ກັນໂດຍ​ຮຽກ​ບໍລິການ​ນີ້​ວ່າ Street Slide

ແນວ​ຄິດ​ຂອງ MS ໃນ​ສ່ວນ​ຂອງ​ອິນ​ເຕີລ໌​ເຟ​ຊ ແລະ​ວິທີ​ນຳ​ຮ່ອງ ເພື່ອ​ເຂົ້າ​ເຖິງ​ຖະໜົນ​ຫົນ​ທາງ​ຕ່າງໆ ຈະ​ໃຊ້​ຮູບ​ແບບ​ທີ່​ແຕກ​ຕ່າງ​ອອກ​ໄປ​ຈາກ Street View ໂດຍ​ເມື່ອ​ຜູ້​ໃຊ້​ຊູມ​ພາ​ບອອກ (zoom out) ຈາກ​ມຸມ​ມອງ​ຂອງ​ພາບ​ຖະໜົນ ຜູ້​ໃຊ້​ຈະ​ເບິ່ງເຫັນ​ອິນ​ເຕີລ໌​ເຟ​ຊເປັນ​ພາບ​ຖ່າຍ​ຍາວ​ຕໍ່​ເນື່ອງ​ກັນ​ໄປ (panoramic) ຊຶ່ງ​ເກີດ​ຈາກ​ການ​ຕໍ່​ຊິ້ນ​ສ່ວນ​ຂອງ​ພາບ panorama ຂອງ​ຖະໜົນ​ທີ່​ສາມາດ​ເບິ່ງເຫັນ​ໄດ້​ໂດຍ​ຮອບ​ນັ້ນ​ເອງ ທັງ​ນີ້​ລັກສະນະ​ຂອງ​ມຸມ​ມອງ​ຈະ​ຄ້າຍ​ກັບ​ການ​ເບິງທ້ອງ​ຖະໜົນ​ຈາກ​ລະ​ຍະ​ໄກ

ນອກ​ຈາກ​ນີ້ Street Slide ຂອງ MS ຍັງ​ໃຊ້​ຂໍ້​ໄດ້​ປຽບ​ຂອງ​ການ​ອອກ​ແບບ​ອິນ​ເຕີລ໌​ເຟ​ຊ ໂດຍ​ໃຫ້​ພື້ນ​ທີ່​ດ້ານ​ເທິງ ແລະ​ດ້ານ​ລຸມ​ຂອງ​ໜ້າ​ຈໍ​ສະແດງ​ທິດ​ທາງ ແລະ​ຂໍ້​ມູນ​ຢ່າງ​ເຊັ່ນ ໂລ​ໂກ​ຂອງ​ທຸລະກິດ​ທີ່​ສາມາດ​ຄິກ​ໄດ້ ແລະ​ໝາຍ​ເລກ​ຕຶກ​ທີ່​ຢູ່ໃນ​ບໍລິເວນ​ນັ້ນ ຊຶ່ງ​ສາມາດ​ຄິກ​ຊູມ​ຂຶ້ນ​ມາ​ເບິ່ງ​ໄດ້​ເຊັ່ນ​ກັນ ໂດຍ​ລວມ​ເບິ່ງ​ແລ້ວ​ໜ້າ​ໃຊ້​ຫລາຍ​ທີ​ດຽວ ຂະນະ​ນີ້​ທາງ​ບໍລິສັດ​ກຳ​ລັງ​ພັດທະນາ Street Slide ເວີລ໌​ຊັນ​ໂມ​ບາຍ​ທີ່​ສາມາດ​ເຮັດວຽກ​ເທິງ iPhone ແລະ Windows Phone 7 ແຕ່​ກ່ອນ​ທີ່​ທ່ານ​ຈະ​ດີ​ໃຈ​ໄປ ຕ້ອງ​ບອກ​ກ່ອນ​ວ່າ ມັນ​ຍັງ​ບໍ່​ສຳເລັດ​ຮຽບຮ້ອຍ ເພາະ​ເຖິງແມ່ນ​ຈະ​ສາມາດ​ເປີດ​ໃຫ້​ໃຊ້​ໄດ້​ໃນ​ໄວ​ໆ ນີ້ ແຕ່​ທາງ​ທີມ​ງານ​ຫາກໍ່​ສາມາດ​ນຳ​ພາບ panoramas ຂອງ​ທ້ອງ​ຖະໜົນ​ມາ​ຜ່ານ​ຂະບວນ​ການ​ແປງ​ໃຫ້​ມຸມ​ມອງ​ເປັນ Street Slide ໄດ້​ພຽງ 2,400 ແຫ່ງ ຊຶ່ງ​ຄອບ​ຄຸມ​ລັດ​ມີ​ໂດຍ​ຮອບ​ພຽງເເຕ່ 4 ກມ. ຂອງ​ຖະໜົນ​ເທົ່າ​ນັ້ນ

ທີ່ມາ: gadgetvenue, arip.co.th

ລອງອ່ານກ່ຽວກັບ  MS ຕຽມ​ອອກ Windows 7 SP1 ກໍລະກົດ​ນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.