ເລື່ອງລາວຂອງ TECH, STARTUP, ແລະ DIGITAL

SONY ແຈກຟຣີແວລ໌ແກ້ບັນຫາໂນ້ດບຸ໊ກ VAIO ຮ້ອນ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ເມື່ອ​ວັນພຸດ​ທີ່​ຜ່ານມາ ໂຊ​ນີ້ (Sony) ໃນ​ຍີ່​ປຸ່ນ​ໄດ້​ເລີ່ມ​ແຈກ​ຈ່າຍ​ຊອຟົຕ໌​ແວລ໌​ຟຣີ​ສຳລັບ​ອັບ​ເດດ​ຜູ້​ໃຊ້​ທີ່​ເປັນ​ເຈົ້າ​ຂອງ​ໂນ້​ຕ ບຸ໊​ກ ​ໄວ​ໂອ້ (Vaio) ກວ່າ​ຫ້າ​ແສນ​ລາຍ ເພື່ອ​ແກ້​ບັນຫາ​ທີ່​ຄາດ​ວ່າ ອາດຈະ​ເປັນ​ສາ​ເຫດ​ທີ​ເຮັດໃຫ້ Sony Vaio ໂນ້​ດ​ບຸ໊​ກ ​ຍອດ​ນິຍົມ​ເກີດ​ຄວາມ​ຮ້ອນ​ສະ​ສົມ​ທີ່​ຫລາຍ​ເກີນ​ໄປ

ໂຊ​ນີ້​ເປີດ​ເຜີຍ​ວ່າ ທາງ​ບໍລິສັດ​ໄດ້ຮັບ​ລາຍ​ງານ​ບັນຫາ​ໂນ້​ກ​ບຸ໊​ກ VAIO F ແລະ C Series ຮ້ອນ​ຈຳນວນ 39 ລາຍ ໂດຍ​ແບ່ງ​ເປັນ 26 ລາຍ​ໃນ​ສະ​ຫະລັດຯ ທັງ​ນີ້​ຜູ້​ໃຊ້​ສ່ວນ​ໃຫຍ່​ຈະ​ຈົ່ມ​ວ່າ ໂນ້​ກບຸ໊​ກ Vaio ຂອງ​ພວກ​ພວກເຂົາ​ຮ້ອນ​ເກີນ​ຈົນ​ເຮັດໃຫ້​ເຄດ​ຂອງ​ໂນ້​ກບຸ໊​ກ​ບິດ​ພ້ຽນ​ໄປ ຢ່າງໃດ​ກໍ​ຕາມ ຍັງ​ບໍ່​ມີ​ລາຍ​ງານ​ການ​ບາດ​ເຈັບ​ຂອງ​ຜູ້​ໃຊ້​ອັນ​ເນື່ອງ​ຈາກ​ສາ​ເຫດ​ດັ່ງ​ກ່າວ​ແຕ່​ຢ່າງ​ໃດ ສຳລັບ​ບັນຫາ​ທີ່ເກິດຂື້ນ​ນີ້​ຈະ​ສົ່ງ​ຜົນ​ກະທົບ​ກັບ​ໂນ້​ດ​ບຸ໊​ກ Vaio ປະ​ມານ 535,000 ເຄື່ອງ​ທົ່ວ​ໂລກ ໂດຍ​ສ່ວນ​ໃຫຍ່​ຈະ​ເປັນ​ເຈົ້າ​ຂອງ​ໂນ້​ດ​ບຸ໊​ກ​ທີ່​ຢູ່ໃນ​ປະເທດ​ສະ​ຫະລັດຯ (259,000 ລາຍ) ເອີຣົບ (103,000 ລາຍ) ແລະ​ຍີ່​ປຸ່ນ (52,000 ລາຍ) ສ່ວນ​ທີ່​ເຫລືອ​ຈະ​ເປັນ​ ​ຜູ້​ໃຊ້​ໃນ​ປະເທດ​ຕ່າງ ໆ ໃນ​ເອ​ເຊຍ (120,000 ລາຍ)

ໃນ​ສ່ວນ​ຂອງ​ອາການ​ໂນ້​ດບຸ໊​ກ​ຮ້ອນ ຈະ​ເກີດ​ຂຶ້ນ​ເມື່ອ​ຜູ້​ໃຊ້​ສຽບ​ປັກ​ອະແດບ​ເຕີລ໌ ເພື່ອ​ຊາກ​ແບດ​ເຕີ​ລີ່​ທີ່​ກຳ​ລັງ​ໄຟເກືອບ​ໝົດ​ສະນິດ ໂຊ​ນີ້​ແກ້​ບັນຫາ​ດັ່ງ​ກ່າວ​ດ້ວຍ​ຊໍ​ຟົຕ໌​ແວລ໌ ໂດຍ​ເລີ່ມ​ແຈກ​ຈ່າຍ​ໃຫ້​ຜູ້​ໃຊ້​ດາວນ໌​ໂຫລດ​ໄດ້​ຟຣີ ເພື່ອ​ແກ້​ບັນຫາ​ຂໍ້​ຜິດ​ພາດ​ຂອງ​ການເຮັດວຽກ​ດັ່ງ​ກ່າວ ທັງ​ນີ້​ທາງ​ບໍລິສັດ​ຈະ​ແຈ້ງ​ໃຫ້​ຜູ້​ໃຊ້​ທີ່​ລົງ​ທະ​ບຽນ​ຕອນ​ຊື້​ເຄື່ອງ​ຜ່ານ​ທາງ​ອີ ເມລ໌ ຜູ້​ໃຊ້​ຈະ​ສາມາດ​ດາວນ໌​ໂຫລດ​ຊອຟົຕ໌​ແວລ໌​ເພື່ອ​ອັບ​ເດດ​ລະບົບ​ສຳລັບ​ການ​ແກ້​ບັນຫາ​ດັ່ງ ກ່າວ​ໄດ້​ດ້ວຍ​ຕົວ​ເອງ ກ່ອນ​ໜ້າ​ນີ້ ໂຊ​ນີ້​ໄດ້​ເຄີຍ​ປະ​ສົບ​ບັນຫາ​ຮຽກ​ຄືນ​ແບດ​ເຕີ​ລີ່​ໂນ້​ດ​ບຸ໊ກ 9.6 ລ້ານ​ເຄື່ອງ​ໃນ​ປີ 2006 ຢ່າງໃດ​ກໍ​ດີ ຕົວ​ແທນ​ບໍລິສັດ​ກ່າວ​ວ່າ ຈາກ​ບັນຫາ​ທີ່ເກິດຂື້ນ​ນີ້​ບໍ່​ໜ້າ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ລາຍ​ໄດ້​ຂອງ​ບໍລິສັດ​ແຕ່​ຢ່າງ​ໃດ ລາຍ​ລະອຽດ​ກ່ຽວກັບ​ລຸ້ນ​ທີ່​ໄດ້ຮັບ​ຜົນ​ກະທົບ ຄິກ​ບ່ອນນີ້

ທີ່ມາ: Daily-Tech, Arip

ລອງອ່ານກ່ຽວກັບ  SONY ປະກາດ ຈະອັບເກຼດ Xperia X10 ໃຫ້ເປັນ Android 2.3

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.