ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຮາລ໌ດດິດ 3TB ຕົວທຳອິດຂອງໂລກມາແລ້ວ!!!

ຂ່າວໄອທີ

ປັດ​ໄຈ​ທີ່ 5 ສຳລັບ​ຜູ້​ບໍລິໂພກ​ໃນ​ຍຸກ​ດິ​ຈິ​ຕອນ​ເຫັນ​ຈະ​ໜີ​ບໍ່​ພົ້ນ​ສະ​ຕໍ​ເລດ​ທີ່​ຈະ​ເກັບ​ສຳ​ຮອງ​ຂໍ້​ມູນ ຕ່າງໆ ທີ່​ເບິ່ງ​ຄືວ່າ​ຈະ​ຈຳ​ເປັນ​ໄປ​ເສຍ​ທັງ​ໝົດ ບັນຫາ​ຮາລ໌​ດ​ດິດ​ເຕັມ​ເພາະ​ເກັບ​ໄຟລ໌ MP3, ຫນັງຕະຫລອດ​ຈົນ​ໄຟລ໌​ເກມທີ່​ໂປດ​ປານ​ເປັນ​ເລື່ອງ​ປວດ​ໃຈ​ເຫລືອ​ເກີນ ຫາກ​ທ່ານ​ຕ້ອງ​ປະ​ສົບ​ບັນຫາ​ນີ້​ເລື້ອຍໆ ບາງ​ທີ​ຮາລ໌​ດດິດ​ໃຊ້​ງານ​ພາຍນອກ (external Harddisk) ຂອງ​ຊີ​ເກດ (Seagate) ລຸ້ນ​ໃໝ່​ທີ່​ມີ​ຄວາມ​ຈຸ​ສູງ​ເຖິງ 3TB (ປະ​ມານ 3,000GB) ອາດຈະ​ເປັນ​ຄຳ​ຕອບ​ທີ່​ທ່ານກຳ​ລັງ​ຊອກຫາ​ຢູ່​ກໍ​ໄດ້

“FreeAgent GoFlex ຮາລ໌​ດ​ດິດພາຍນອກ​ຄວາມ​ຈຸ 3TB ຈະ​ເຮັດໃຫ້​ຜູ້​ທີ່​ເສບ​ຕິດ​ຄອນ​ເທັນຕ໌​ດິ​ຈິ​ຕອນ​ສາມາດ​ຈັດ​ເກັບ​ຫນັງໄຮ​ເດ​ຟໄດ້​ຫລາຍກວ່າ 120 ເລື່ອງ ວິ​ດີ​ໂອ​ເກມ 1,500 ເກມ ຮູບ​ຖ່າຍ​ດິ​ຈິ​ຕອນ​ເປັນ​ພັນໆຮູບ ລວມ​ເຖິງ​ເພງ​ດິ​ຈິ​ຕອນ​ທີ່​ສາມາດ​ຟັງ​ໄດ້​ຫລາຍ​ຊົ່ວ​ໂມງ” Dave Mosley ຕົວ​ແທນ​ບໍລິສັດ​ຊີ​ເກດ ກ່າວ “ລາຍ​ງານ​ຈາກ Parks Associates ລະ​ບຸ​ວ່າ ສະ​ຕໍ​ເລດ​ທີ​ໃຊ້​ຈັດ​ເກັບ​ສື່​ດິ​ຈິ​ຕອນ (ສຳລັບ​ບຸກ​ຄົນ​ທົ່ວ​ໄປ) ຈະ​ມີ​ຂະໜາດ​ເຖິງ 900GB ພາຍ​ໃນ​ສິ້ນ​ປີ 2009 ຊຶ່ງ​ເປັນ​ຜົນ​ມາ​ຈາກ​ການ​ດາວນ໌​ໂຫລດ​ວິ​ດີ​ໂອ ການ​ຈັດການ​ກັອບ​ປີ້​ຂອງ​ໄຟລ໌ Blu-ray Disc ແລະ​ຄວາມ​ສາມາດ​ໃນ​ການ​ບັນ​ທຶ​ກວິ​ດີ​ໂອ​ດ້ວຍ DVR ທີ່​ເພີ່ມ​ຂຶ້ນ”

ນັ້ນ​ຄື​ເຫດຜົນ​ວ່າ ເປັນຫຍັງ GoFlex Desk external drive ເຖິງ​ໄດ້​ນຳ​ສະເຫນີ ສະ​ຕໍ​ເລດ​ຄວາມ​ຈຸ​ສູງ ແຖມ​ຍັງ​ສາມາດ​ແບັກ​ອັບ​ຂໍ້​ມູນ​ໄດ້​ຕໍ່​ເນື່ອງ​ໂດຍ​ອັດ​ໂນ​ມັດ ອີກ​ທັງ​ຍັງ​ມີ​ຊອ​ຟົຕ໌​ແວລ໌​ຊ່ວຍ​ເຂົ້າ​ລະ​ຫັດ​ໄຟລ໌​ເພື່ອ​ຄວາມ​ປອດ​ໄພ​ອີກ​ດ້ວຍ ຮາລ໌​ດ​ດິດ​ພາຍນອກ​ລຸ້ນ​ນີ້​ຍັງ​ມາ​ພ້ອມ​ກັບ​ອະ​ແດບ​ເຕີລ໌ USB 2.0 ທີ​ສາມາດ​ອັບ​ເກດ​ເປັນ USB 3.0 ຫລື FireWire 800 ເພື່ອ​ເພີ່ມ​ສະ​ໝັດ​ທະນະ​ໃນ​ການ​ຖ່າຍ​ໂອນ​ຂໍ້​ມູນ​ດ້ວຍ​ຄວາມ​ໄວ​ທີ່​ສູງ​ຂຶ້ນ​ເປັນ 10 ເທົ່າ​ໄດ້ GoFlex Desk ສາມາດ​ໃຊ້​ງານ​ໄດ້​ກັບ​ລະບົບ​ປະຕິບັດ​ການ Windows 7 ແລະ OS X ຮ່ວມ​ກັບ​ໄດ​ລະ​ເວີລ໌ NTFS ສຳລັບ Mac ຊຶ່ງ​ເຮັດໃຫ້​ໄດ​ລົຟ໌​ສາມາດ​ເຂົ້າ​ເຖິງ​ໄຟລ໌​ຕ່າງໆ ໄດ້​ຈາກ​ທັງ​ຄອມພິວເຕີ​ທີ່​ລັນ Windows ແລະ OS X ໂດຍ​ບໍ່​ຕ້ອງ​ປ່ຽນ​ຮູບ​ແບບ (reformat) “ເມື່ອ​ໄດ​ລ​ເວີລ໌ NTFS ໄດ້ຮັບ​ການ​ຕິດ​ຕັ້ງ​ເຂົ້າໄປ​ໃນ​ເຄື່ອງ Mac ຜູ້​ໃຊ້​ກໍ​ຈະ​ສາມາດ​ອ່ານ ແລະ​ຂຽນ​ໄຟລ໌​ເທິງ​ໄດ​ລົຟ໌ (GoFlex) ທີ່​ຟອລ໌​ແມດ​ໂດຍ Windows ໄດ້​ທັນ​ທີ” Mosley ກ່າວ​ຖິ້ມ​ທ້າຍ ດ້ວຍ​ລາ​ຄາ​ຢູ່​ທີ່ 250 ຫລຽນຯເທົ່ານັ້ນ

ຊໍ້​ມູນ ຈາກ:theregister, arip

ລອງອ່ານກ່ຽວກັບ  Windows Live Messenger 2011 ເວີຊັ່ນເຕັມ ປ່ອຍໃຫ້ດາວນ໌ໂຫລດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.