ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື່ iPad ລຸ້ນໃໝ່ຈໍ OLED ແລະ ມີຂະໜາດນ້ອຍລົງ

ຂ່າວໄອທີ

ລາຍ​ງານ​ຂ່າວ​ທີ່​ຫລຸດ​ອອກ​ມາ​ວ່າມີ​ການ​ລະ​ບຸ​ວ່າ ໄອ​ແພດ (iPad) ລຸ້ນ​ຕໍ່ໄປ​ກຳ​ລັງ​ຈະ​ອອກ​ມາ​ໃນ​ຊ່ວງ​ປາຍ​ປີ​ນີ້​ຈະ​ມີ​ຂະໜາດ​ຂອງ​ໜ້າ​ຈໍ​ໃຫ້​ເລືອກ 2 ໄຊສ໌​ນຳກັນ​ຄື 5.6 ນິ້ວ ແລະ 7 ນິ້ວ ຊຶ່ງ​ນ້ອຍ​ລົງ​ກວ່າ​ລຸ້ນ​ປະຈຸບັນ​ທີ່​ມີ​ຂະໜາດ 9.7 ນິ້ວ ແຕ່​ໃນ​ຂະໜາດ​ຂອງ​ໜ້າ​ຈໍ​ທີ່​ນ້ອຍ​ກວ່າ ມັນ​ມີ​ຄວາມ​ໜ້າ​ສົນ​ໃຈ​ກົງ​ທີ່ iPad ທັງ​ສອງ​ລຸ້ນ​ຈະ​ມາ​ພ້ອມ​ກັບ​ຈໍ OLED (Organic LED)

ແລ້ວ​ມັນ​ມີ​ຄວາມ​ໜ້າ​ສົນ​ໃຈ​ຢ່າງໃດ ປະ​ເດັນ​ກໍ​ຄື ໜ້າ​ຈໍ OLED ເປັນ​ເທກ​ໂນ​ໂລ​ຍີ​ອະນາຄົດ ຊຶ່ງ​ກ່ອນ​ໜ້າ​ນີ້​ມັນ​ຖືກ​ໃຊ້​ກັບ Microsoft Zune ທີ່​ຜູ້​ໃຊ້​ຫລາຍ​ຄົນ​ປະ​ທັບ​ໃຈ​ໃນ​ຄວາມ​ຄົມຊັດໃສ​ປິ໊ງ​ຂອງ​ມັນ ໂດຍ​ສະເພາະ​ contrast ທີ່​ສູງ​ກວ່າ LED ໃນ​ຂະນະ​ທີ່​ໃຊ້​ພະລັງ​ງານ​ນ້ອຍ​ກວ່າ ແຖມ​ຍັງ​ໃຫ້​ສີ​ສັນ​ກວ່າ iPhone ແລະ iPad ອີກ​ດ້ວຍ ຂໍ້​ເທັດ​ຈິງ​ອີກ​ປະ​ການ​ໜຶ່ງ​ກໍ​ຄື Retina Display ແມ່ນ​ຈະໃຫ້​ຄວາມ​ລະອຽດ​ທີ່​ເພີ່ມ​ຂຶ້ນ ແຕ່​ອາດຈະ​ຕ້ອງ​ແລກ​ກັບ​ຂໍ້​ຈຳ​ກັດ​ທາງ​ເທກ​ໂນ​ໂລ​ຍີ​ຂອງ LED ທີ່​ຄອນ​ຊາດ​ບໍ່​ສູງ​ເທົ່າໃດ ເຮັດໃຫ້​ສີ​ສັນ​ເທິງ​ໜ້າ​ຈໍ​ເບິ່ງ​ສວຍ​ສົດ​ລົງ​ເລັກນ້ອຍ ຊຶ່ງ​ຫາກ​ເປັນ​ຈໍ OLED ບັນຫາ​ນີ້​ຈະ​ໝົດ​ໄປ

ນອກ ຈາກ​ຈຸດ​ເດັ່ນ​ຂ້າງ​ຕົ້ນ​ແລ້ວ OLED ຍັງມີ​ຄຸນສົມບັດ​ຂອງ​ໜ້າ​ຈໍ​ທີ່​ມືດ​ສະນິດ​ອີກ​ດ້ວຍ ຊຶ່ງ​ຜິດ​ກັບ​ຈໍ LED ທີ່​ບໍ່​ໄດ້​ດຳ​ສະນິດ ມັນ​ຍັງ​ຄົງ​ມີ​ການ​ໃຫ້​ແສງ​ສະຫວ່າງ​ຈາກ​ດ້ານ​ຫລັງ (backlight) ເຮັດໃຫ້​ຄວາມ​ຄົມຊັດ​ທີ່​ໄດ້​ບໍ່​ສົມບູນ​ເທົ່າ​ທີ່​ຄວນ ໃນ​ຂະນະ​ທີ່ OLED ຈະ​ບໍ່​ຕ້ອງ​ການ​ແບັກ​ໄລທ໌ ດັ່ງ​ນັ້ນ​ເວລາ​ສະແດງ​ຜົນ​ໜ້າ​ຈໍ​ສີ​ດຳ​ມັນ ໜ້າ​ຈໍ​ຈຶ່ງ​ດຳ​ສະນິດ​ມຶດ​ມິດ​ແທ້ໆ ແມ່ນ​ຍາມ​ທີ່​ເປີດ iPad ເຮັດວຽກ​ຢູ່​ກໍ​ຕາມ ແລະ​ດ້ວຍ​ຄວາມ​ທີ​ບໍ່​ຕ້ອງ​ມີ​ແບັກ​ໄລທ໌ iPad ລຸ້ນ​ໃໝ່​ຈຶ່ງ​ອາດຈະ​ບາງ​ລົງ​ກວ່າ​ນີ້​ໄດ້​ອີກ​ເລັກນ້ອຍ ຢ່າງໃດ​ກໍ​ຕາມ ຄົງ​ຕ້ອງ​ຕິດ​ຕາມ​ກັນ​ຕໍ່ໄປ​ວ່າ ລາຍ​ງານ​ຂ່າວ​ທີ່​ຮົ່ວ​ອອກ​ມາ​ນີ້​ຈະຈິງຫລື​ບໍ່ ແຕ່​ຖ້າ​ເປັນ​ຈິງ ມັນ​ຈະ​ຖືກ​ເອີ່ນວ່າ iPad mini ກັບ iPad nano ຫລື​ບໍ່ກະບໍ່ຮູ້

ຂໍ້​ມູນ​ຈາກ: digitimes, arip.co.th

ລອງອ່ານກ່ຽວກັບ  Tim Cook ບອກ: ບໍ່ວັ່ນແທັບເລັດຕະກູນ Android ແລະ Windows

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.