ເລື່ອງລາວຂອງ TECH, STARTUP, ແລະ DIGITAL

BlackPad.com ເປັນຊື່ເວັບຂອງ ແທັບເລັດ ຈາກ Rim ?

ຂ່າວດ່ວນ, ຂ່າວໄອທີ

ຫລັງ​ຈາກ​ຕົກ​ເປັນ​ຂ່າວ​ລື​ມາ​ດົນ​ວ່າ RIM ບໍລິສັດ​ຜູ້​ຜະລິດ BlackBerry ຊຸ່ມ​ພັດທະນາ “ແທັບ​ເລັດ” ຂອງ​ຕົນເອງ ເພື່ອ​ອອກ​ມາ​ຊ່ວງ​ຊິງ​ສ່ວນ​ແບ່​ງຕະຫລາາດ​ນີ້​ດ້ວຍ ລ່າ​ສຸດ​ມີ​ຂໍ້​ມູນ​ທີ່​ໜ້າ​ຈະ​ຢືນຢັນ​ໄດ້​ວ່າ RIM ໄດ້​ຕຽມ​ການ​ສຳລັບ​ແທັບ​ເລັດ​ ເນື່ອງ​ຈາກ​ທາງ​ບໍລິສັດ​ໄດ້​ຈົດ​ຊື່​ໂດ​ເມນ​ທີ່​ໜ້າ​ຈະ​ໃຊ້​ຮຽກ​ອຸປະກອນ​ດັ່ງ​ກ່າວ​ໄວ້​ແລ້ວ ດ້ວຍ

ສຳລັບ​ໂດ​ເມນ​ເນມ​ທີ່​ທາງ​ບໍລິສັດ​ໄດ້​ຈົດ​ໄວ້​ກໍ​ຄື blackpad.com ໂດຍ​ຊື່​ດັ່ງ​ກ່າວ​ບໍ່​ໄດ້​ຫລຸດ​ມາ​ຈາ​ກພະ​ນັກ​ງານ​ພາຍ​ໃນ​ທີ່​ບໍ່​ພໍ​ໃຈ​ບໍລິສັດ ຫລື​ຕົ້ນ​ແບບ​ຈາກ​ໂຮງ​ງານ​ແຕ່​ຢ່າງ​ໃດ ແຕ່​ມາ​ຈາກ​ການ​ຄົ້ນ​ໃນ​ຖານ​ຂໍ້​ມູນ WHOIS ຊຶ່ງ​ຈາກ​ບັນ​ທຶກ​ຂໍ້​ມູນ​ການ​ລົງ​ທະ​ບຽນ​ໂດ​ເມນ​​ນີ້ RIM ຫາກໍ່​ຈະ​ຊື້​ມາ ເມື່ອ​ຕົ້ນ​ເດືອນ​ນີ້​ເອງ

ຢ່າງໃດກໍ​ຕາມ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ເລື່ອງ​ຂອງ​ຜະລິດຕະພັນ​ປິດ​ສະນາ​ນີ້​ແຕ່​ຢ່າງ​ໃດ ແຕ່​ການ​ຈົດ​ໂດ​ເມນ​​ນີ້​ໄວ້ ບໍ່​ໜ້າ​ຈະ​ເປັນ​ອື່ນ​ໄປ​ໄດ້​ນອກ​ຈາກ​ຈະ​ໃຊ້​ຮຽກ​ແທັບ​ເລັດ​ຂອງ​ທາງ​ບໍລິສັດ ຊຶ່ງ​ການ​ຈົດ​ໄວ້​ລ່ວງ​ໜ້າ ຍັງ​ເປັນ​ການ​ປ້ອງ​ກັນ​ສິດ​ໃນ​ການ​ໃຊ້​ຊື່​ນີ້​ໃນ​ໂລກ​ອິນ​ເຕີລ໌​ເນັດ​ອີກ​ດ້ວຍ ແຕ່​ຖ້າ​ຈະໃຫ້​ດີ​ຄວນ​ຈະ​ກວດ​ສອບ​ດ້ວຍ​ວ່າ ມີ​ຜະລິດຕະພັນ​ທີ​ໃຊ້​ຊື່​ນີ້ ແລະ​ມີ​ຄຸນສົມບັດ​ຂອງ​ສິນ​ຄ້າ​ທີ່​ໃກ້​ຄຽງ​ດ້ວຍ​ແລ້ວ ຫລື​ຍັງ?

ຂໍ້​ມູນ​ຈາກ: mobilecrunch, arip.co.th

ລອງອ່ານກ່ຽວກັບ  Microsoft Tag ແອບຯ​ບາລ໌​ໂຄ້​ດເທິງ ມື​ຖື

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.