ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຄື່ອງສະແກນ “ຮູບຖ່າຍ” ໄຊສ໌ A4 ມາແລ້ວ

Gadget

ທ່ານຜູ້​ອ່ານ​ບາງ​ທ່ານ​ອາດຈະ​ຄຸ້ນ​ຊື່ Pandigital ຈາກ​ເຄື່ອງ​ອ່ານ​ອີ​ບຸ໊​ຄ Novel ແຕ່​ອາດຈະ​ບໍ່​ຮູ້ວ່າ ບໍລິສັດ​ດຽວ​ກັນ​ນີ້​ມີ​ແກັດ​ເຈັດ (Gadget) ທີ່​ໜ້າ​ສົນ​ໃຈ​ຢ່າ​ງສະແກນ​ເນີລ໌ (Scanner) ດ້ວຍ ໂດຍ​ລ່າ​ສຸດ​ທາງ​ບໍລິສັດ​ໄດ້​ອອກສະ​ແກນ​ເນີລ໌​ທີ​ໃຊ້​ສຳລັບ​ສະ​ແກນ​ຮູບ​ຖ່າຍ​ແລະ​ແປງ​ໄຟລ໌​ພາບ ດິ​ຈິ​ຕອນ​ໃຫ້​ຢູ່ໃນ​ຟອລ໌​ແມດ JPEG ໄດ້​ພາຍ​ໃນ​ຄິກ​ດຽວ

Pandigital Personal Photo Scanner/Converter ສະ​ແກນ​ເນີລ໌​ທີ່​ສາ​ມານ​ສະແກນ​ຮູບ​ຖ່າຍ​ທີ່​ມີ​ຂະໜາດ​ໃຫຍ່​ໄດ້​ສູງ​ສຸດ​ເຖິງ 8.5  x 11 ນິ້ວ ແຖມ​ຍັງ​ຈັດ​ເກັບ​ໄຟລ໌​ພາບ​ດິ​ຈິ​ຕອນ​ທີ່​ໄດ້​ເຂົ້າໄປ​ໃນ​ກາດ​ໜ່ວຍ​ຄວາມ​ຈຳ SD, MS, MS Pro, MMS ແລະ XD ທີ່​ໃສ່​ເຂົ້າໄປ​ໃນ​ເຄື່ອງ​ໄດ້​ທັນ​ທີ ໂດຍ​ໄຟລ໌​ທີ່​ສະ​ແກນ​ຈາກ​ພາບ​ຈະ​ມີ​ຟອລ໌​ແມດ​ເປັນ JPEG ທີ່​ມີ​ຄວາມ​ລະອຽດ​ສູງ​ເຖິງ 600dpi (3,800 x 7,200 ພິກ​ເຊນ) ທີ່​ຈຳນວນ​ສີ 24 ບິດ ສາມາດ​ເຊື່ອມ​ຕໍ່​ໄດ້​ກັບ​ທັງ​ພີ​ຊີ ແລະ​ແມັກ ຜ່ານ​ທາງ​ພອລ໌​ຕ miniUSB ເທິງ​ຕົວ​ເຄື່ອງ

ໜ້າ​ເສຍ​ດາຍ​ທີ່​ສະ​ແກນ​ເນີລ໌​ຂອງ Pandigital ບໍ່​ໄດ້​ອອກ​ແບບ​ໃຫ້​ເຮັດວຽກ​ດ້ວຍ​ແບດ​ເຕີ​ລີ່​ແທນ​ທີ່​ຈະ​ຕ້ອງ​ຕໍ່​ກັບ​ອະ​ແດບ​ເຕີລ໌ ເນື່ອງ​ຈາກ​ມັນ​ຈະ​ເຮັດໃຫ້​ການ​ໃຊ້​ງານ​ສະ​ດວກ​ຫລາຍກວ່າ​ນີ້ ສ່ວນລາ​ຄາ​ເຄື່ອງ​ຢູ່​ທີ່ 149.99 ຫລຽນຯ

ຂໍ້​ມູນ​ຈາກ: pandigital, Arip

ລອງອ່ານກ່ຽວກັບ  ກ້ອງ​ວິ​ດິ​ໂອ​ໄຕ້​ນ້ຳ​ຟູໄຮ​ເດ​ຟຯ​ຕົວ​ທຳອິດ​ຂອງ​ໂລກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.