ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ຈະອອກບຼາວ​ເຊີລ໌​ ເທິງຄອມພິວເຕີ່ Desktop

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ແຫລ່ງ​ຂ່າວ​ຢືນຢັນ​ວ່າ ໂນ​ເກຍ (Nokia) ກຳ​ລັງ​ພັດທະນາ​ເວັບ​ບຼາວ​ເຊີລ໌​ສຳລັບ​ຄອມພິວເຕີ​ເດສ​ທອບ ໂດຍ Ovi Browser ຈະ​ຍັງ​ຄົງ​ໃຊ້ WebKit ເປັນ​ກົນ​ໄກ​ຫລັກ​ຂອງ​ການເຮັດວຽກ​ເຊັ່ນ​ດຽວ​ກັບ​ໂມ​ບາຍ​ເວັບ​​ບຼາວ​ເຊີລ໌​ຂອງ​ໂນ​ເກຍ ຊຶ່ງ Safari ຂອງ Apple ແລະ Chrome ຂອງ Google ກໍ​ໃຊ້​ເອັນ​ຈິ້ນ​ນີ້​ຄືກັນ

ແຫລ່ງ​ຂ່າວ​ຍັງ​ໃຫ້​ຂໍ້​ມູນ​ອີກ​ດ້ວຍ​ວ່າ Ovi Browser ຈະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບໍລິການ​ຂອງ Ovi ເພື່ອ​ອຳ​ນວຍ​ຄວາມສະດວກ​ໃຫ້​ຜູ້​ໃຊ້​ໃນ​ການ​ຊ໊ອບ​ປິ້ງ​ຈາກ Ovi Store ກວດ​ສອບ​ຕາ​ລາງ​ປະຕິ​ທິນ (calendar) ລາຍ​ຊື່​ຜູ້​ຕິດ​ຕໍ່ (contact) ແລະ​ອີ​ເມລ​ໄດ້​ຈາກ​ໃນ​ບຼາວ​ເຊີລ໌​ໂດຍ​ກົງ ຢ່າງໃດ​ກໍ​ຕາມ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ວ່າ ບຼາວ​ເຊີລ໌​ດັ່ງ​ກ່າວ​ຈະ​ເປີດ​ໃຫ້​ດາວໂຫລດ​ໄດ້​ເມື່ອໃດ ຂໍ້​ສັງເກດ​ຄື Nokia ໄດ້​ສະແດງ​ທ່າ​ທີ​ກ່ຽວກັບ​ເລື່ອງ​ນີ້​ຄ່ອນ​ຂ້າງ​ຊັດເຈນ​ຜ່ານ​ທາງ Twitter ລວມ​ເຖິງ​ດາວໂຫລດ​ເພດ​ຂອງ Ovi ແລະ Beta Labs


ນັກ ວິ​ເຄາະ​ໃຫ້​ເຫດຜົນ​ເບື້ອງ​ຫລັງ​ທີ່ Nokia ຕັດ​ສິນ​ໃຈ​ພັດ​ນາບ​ລາວ​ເຊີລ໌​ຂອງ​ຕົນເອງ​ວ່າ ມັນ​ເປັນ​ກົນ​ຍຸດທ໌​ທີ່​ຜູ້​ນຳ​ຕະ​ຫລາດ​ຫລາຍ​ລາຍ​ພະຍາຍາມ​ເຊື່ອມ​ໂຍງ​ຜະລິດຕະພັນ​ເຂົ້າ​ກັບ​ອຸປະກອນ ເຊື່ອມ​ຕໍ່​ເນັດ​ທີ່​ຜູ້​ບໍລິ​ໂພກ​ໃຊ້ແຕ່​ການ​ທີ່ Nokia ຫາກໍ່​ເລີ່ມ​ຕອນ​ນີ້ ມັນ​ອາດຈະ​ຊ້າ​ເກີນ​ໄປ​ຈົນ​ກາຍ​ເປັນ​ເລື່ອງ​ເສຍ​ເວລາ​ຫລ້າໆກໍ​ໄດ້ ທັງ​ນີ້ Nokia ຫວັງ​ວ່າ ການ​ເຊື່ອມ​ໂຍງ Ovi ເຂົ້າ​ກັບ​ເດສທອບ​ພີ​ຊີ ແລະ​ມື​ຖື​ຂອງ​ທາງ​ບໍລິສັດ​ຈະ​ດຶງ​ດູດ​ໃຫ້​ຜູ້​ໃຊ້​ຫັນ​ມາ​ສົນ​ໃຈ​ບໍລິການ​ໄດ້​ໃນ​ທີ່ສຸດ ຊຶ່ງ​ກໍ​ບໍ່​ໄດ້​ຕ່າງ​ກັບ​ວິທີ​ທີ່ Google ພັດທະນາ Chrome ເພື່ອ​ເປັນ​ສ່ວນ​ເຕີມ​ເຕັມ ແລະ​ເຊື່ອມ​ໂຍງ​ກັບ​ບໍລິການ​ແອບຯ​ເທິງ​ມື​ຖື​ແອ​ນດ​ລອຍດ໌ ໃນ​ຂະນະ​ທີ່​ມີ Apple ເປັນ​ຜູ້​ນຳ​ຕະ​ຫລາດ​ແບບ​ຫນີ​ຫ່າງ​ຢູ່ໃນ​ປະຈຸບັນ

ທີ່ມາ: ubergizmo, arip.co.th

ລອງອ່ານກ່ຽວກັບ  Google ເຜີ ປ່ອຍວິດີໂອ ຕົວຢ່າງ Android 3.0 Honeycomb

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.