ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nintendo DSi ໃຊ້ “ໃບຫນ້າ” ຂອງທ່ານໃນການ ຫລິ້ນເກມ

ຂ່າວໄອທີ

ຫລາຍ​ຄົນ​ອາດຈະ​ທຶ່ງ​ກັບ​ຄວາມ​ສາມາດ​ຂອງ Kinect ທີ່​ເປີດ​ໂອ​ກາດ​ໃຫ້​ຜູ້​ຫລິ້ນ​ຄວບ​ຄຸມ​ເກມ​ໄດ້ ໂດຍ​ປາສະຈາກ​ການ​ໃຊ້​ອິນ​ເຕີລ໌​ເຟ​ຊ​ໃດໆ ເທິງ​ເຄື່ອງ​ຫລິ້ນ​ເກມ Xbox 360 ລ່າ​ສຸດ Nintendo ມີ​ໄອ​ເດຍ​ໃນ​ການ​ຫລິ້ນ​ເກມແບບ​ໃໝ່​ເທິງ​ເຄື່ອງ​ຫລິ້ນ​ເກມ​ພົກ​ພາ​ຢ່າງ DSi ແລະ DSi XL ໂດຍ​ຜູ້​ຫລິ້ນ​ສາມາດ​ຄວບ​ຄຸມ​ເກມ​ດ້ວຍ​ໃບ​ໜ້າ​ແທນ ໂດຍ​ໃຊ້​ເທກ​ໂນ​ໂລ​ຍີ​ຮູ້​ຈຳ​ໃບ​ໜ້າ (Face Recognition)

Nintendo ເປັນ​ບໍລິສັດ​ຜູ້​ຜະລິດ​ເກມອີກ​ລາຍ​ໜຶ່ງ​ທີ່​ມີ​ແຜນ​ພັດທະນາ​ໃຫ້​ເຄື່ອງ​ຫລິ້ນ​ເກມ​ສາມາດ ຫລິ້ນ​ໄດ້​ໂດຍ​ບໍ່​ຕ້ອງ​ໃຊ້​ອຸປະກອນ​ຄວບ​ຄຸມ ໂດຍ​ທາ​ງບໍລິສັດຈະ​ເລືອກ​ໃຊ້​ເທກ​ໂນ​ໂລ​ຍີ​ຮູ້​ຈຳ​ໃບ​ໜ້າ ຫລື Face Recognition ຊຶ່ງ​ເຮັດໃຫ້​ຜູ້​ຫລິ້ນ​ສາມາດ​ຄວບ​ຄຸມ​ການ​ຫລິ້ນ​ເກມ​ດ້ວຍ​ໃບ​ໜ້າ​ໄດ້ ທັງ​ນີ​ທາງ Nitendo ມີ​ແຜນ​ຈະ​ອອກ​ເກມທີ​ໃຊ້​ເທກ​ໂນ​ໂລ​ຍີ​ດັ່ງ​ກ່າວ​ໃນ​ເບື້ອງ​ຕົ້ນ 2 ເກມນຳກັນ​ຄື Face Training ແລະ Kao Glider (Fce Glider) ສຳລັບ​ເກມ​ປະ​ເພດ​ນີ້​ນອກ​ຈາກ​ຈະໃຫ້​ຄວາມ​ສະໜຸກສະໜານ​ກັບ​ຜູ້​ໃຊ້​ແລ້ວ ຍັງ​ຊ່ວຍ​ໃຫ້​ຜູ້​ຫລິ້ນ​ຮູ້ສຶກ​ໃບ​ໜ້າ​ໄດ້​ຜ່ອນ​ຄາຍ​ອີກ​ດ້ວຍ

ສຳລັບ ເກມ​ທີ່​ຄວບ​ຄຸມ​ການ​ຫລິ້ນ​ດ້ວຍ​ໃບ​ໜ້າ​ທັງ​ສອງ​ເກມ​ນີ້​ຈະ​ອອກ​ວາ​ງຕະຫລາດ​ປະເທດ​ໃນ​ແຖບ ເອີຣົບ​ກ່ອນທີ່ຈະ​ເປີດ​ຕົວ​ໃຫ້​ທົ່ວ​ໂລກ​ໄດ້​ຫລິ້ນ​ໃນ​ວັນທີ່ 24 ກັນຍາ 2010 ໂດຍ​ຈະ​ມີ​ທັງ​ເວີລ໌​ຊັນ​ທີ່​ຫລິ້ນ​ເທິງ Nintendo DSi ແລະ DSi XL ໂດຍ​ກ້ອງ​ເທິງ​ຕົວ​ເຄື່ອງ​ຫລິ້ນ​ຈະ​ສາມາດ​ຮູ້​ຈຳ​ການ​ເຄື່ອນ​ໄຫວ​ຂອງ​ໃບ​ໜ້າ​ຜູ້​ຫລິ້ນ ເພື່ອ​ໃຊ້​ໃນ​ການ​ຄວບ​ຄຸມ​ເກມ ຊຶ່ງ Face Training ຈະ​ເປັນ​ເກມໃຫ້​ຜູ້​ຫລິ້ນ​ໄດ້​ຝຶກ​ຫັດ​ກັບ​ໃບ​ໜ້າ​ຂອງ​ຕົວ​ເອງ ໂດຍ​ຈະ​ມີ​ເທນ​ເນີລ໌​ລໍຖ້າ​ແນະ​ນຳ​ໃຫ້​ປະຕິບັດ​ຕາມ​ຢ່າງ​ໃກ້​ຊິດ ຜົນ​ລັບ​ທີ​ໄດ້​ຈະ​ຊ່ວຍ​ໃຫ້​ຜູ້​ຫລິ້ນ​ຮູ້ສຶກ​ຜ່ອນ​ຄາຍ​ກ້າມ​ເນື້ອ​ບໍລິເວນ​ໃບ​ໜ້າ​ຕັ້ງ​ແຕ່ ຕາ, ແກ້ມ, ດັງ, ປາກ,​ ຂາງ ຈົນໄປ​ເຖິງ​ຕົ້ນ​ຄໍ

ສ່ວນ ເກມ Kao Glider ຈະ​ເປັນ​ເກມ​ໃຫ້​ທ່ານ​ຄວບ​ຄຸມ​ເຄື່ອງ​ລ່ອນ​ດ້ວຍ​ໃບ​ໜ້າ ໂດຍ​ການ​ກົ້ມ ເງີຍ ອຽງ​ຄໍ​ຊ້າຍ​ຂວາ ຊຶ່ງ​ນອກ​ຈາກ​ຈະ​ມ່ວນໄປ​ກັບ​ການ​ຄວບ​ຄຸມ​ເກມແລ້ວ ຍັງ​ໄດ້​ບໍລິຫານ​ຕົ້ນ​ຄໍ​ໄປ​ໃນ​ຕົວ​ອີກ​ດ້ວຍ ນັບ​ເປັນ​ເກມທີ່​ຫນ້າສົນໃຈ ແລະ​ໄດ້​ປະໂຫຍດ​ເປັນ​ຂອງ​ແຖມ

ຂໍ້​ມູນ​ຈາກ: sliperrybrick, arip.co.th

ລອງອ່ານກ່ຽວກັບ  Nintendo 3DS ເລື່ອນວາງຕະຫລາດເປັນປີ 2011

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.