ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MacBook Air ນ້ອຍລົງ iPod Touch ເກັ່ງຂຶ້ນ

ຂ່າວໄອທີ

ໃນ​ຂະນະ​ທີ່​ຫລາຍ​ຄົນ​ກຳ​ລັງ​ເຝົ້າ​ລໍ​ການ​ຖະແຫລງ​ຂ່າວ​ຂອງ​ແອບ​ເປີ້ນ (Apple) ສຳລັບ​ການ​ໂຕ້​ແຍ້ງ​ກໍລະນີ​ບັນຫາ​ເສົາ​ອາ​ກາດ​ຂອງ iPhone 4 ລ່າ​ສຸດ​ມີ​ລາຍ​ງານ​ຂ່າວ​ການ​ອັບ​ເດດ​ຜະລິດຕະພັນ​ໃໝ່​ຂອງ​ບໍລິສັດ​ອອກ​ມາ​ຕັດ​ໜ້າ ໂດຍ​ແອບ​ເປີ້ນ​ກຳ​ລັງ​ຕຽມ​ການ​ເປີດ​ຕົວ​ແມັກ​ບຸ໊​ຄ ແອລ໌ (MacBook Air) ລຸ້ນ​ໃໝ່​ທີ່​ຈະ​ມີ​ຂະໜາດ​ນ້ອຍ​ລົງ​ດ້ວຍ​ໜ້າ​ຈໍ 11.6 ນິ້ວ ພ້ອມ​ກັບ​ໄອ​ພອດ​ທັດ (iPod Touch) ທີ່​ເກັ່ງ​ຂຶ້ນ​ດ້ວຍ​ໂພ​ເຊດ​ເຊີລ໌ A4 ຊຶ່ງ​ໃຊ້​ໃນ iPhone 4 ແລະ iPad

Digitimes ລາຍ​ງານ​ວ່າ ຜະລິດຕະພັນ​ທັງ​ສອງ​ຕົວ​ມີ​ກຳນົດ​ການ​ວາ​ງຕະຫລາດ​ໃນ​ຊ່ວງ​ເຄິງ​ຫລັງ​ຂອງ​ປີ 2010 ໂດຍ iPod Touch ຈະ​ເປັນ​ໃນ​ຊ່ວງ​ເດືອນ​ສິງ​ຫາ ຫລື​ ກັນຍາ ໂດຍ​ຂໍ້​ມູນ​ດັ່ງ​ກ່າວ​ມາ​ຈາກ​ໂຮງ​ງານ​ຜູ້​ຜະລິດ​ຊິ້ນ​ສ່ວນ​ໃນ​ໄຕ້​ຫວັນ ສຳລັບ MacBook Air ລຸ້ນ​ໃໝ່​ຈະ​ມີ​ຂະໜາດ​ນ້ອຍ​ລົງ​ໂດຍ​ມີ​ໜ້າ​ຈໍ​ສະແດງ​ຜົນ​ຂະໜາດ 11.6 ນິ້ວ ແຖມ​ຍັງ​ບາງ​ລົງ ແລະ​ເບົາ​ກວ່າ​ເກົ່າ (ມັນສິບາງສິເບົາປານໃດອີກ) ພາຍ​ໃນ​ໃຊ້​ໂພ​ເຊດ​ເຊີລ໌ Intel Core Ultra-Low-Voltage (CULV) ສ່ວນ iPod Touch ຈະ​ມາ​ພ້ອມ​ກັບ​ກ້ອງ 3 ລ້ານ​ພິກ​ເຊນ ແລະ​ໃຊ້​ໂພ​ເຊດ​ເຊີລ໌ A4

ສຳລັບ MacBook Air ລຸ້ນ​ປະຈຸບັນ​ຈະ​ມີ​ໜ້າ​ຈໍ​ຂະໜາດ 13.3 ນິ້ວ ເນື່ອງ​ຈາກ​ມີ​ຄວາມ​ພະຍາຍາມ​ພັດທະນາ​ໂນ້​ດ​ບຸ໊​ກ​ຈາກ​ຜູ້​ຜະລິດ​ຫລາຍ​ລາຍ​ໃຫ້​ມີ​ຄວາມ​ບາງ​ກວ່າ MacBook Air ຊຶ່ງ​ໃນ​ທີ່ສຸດ Adamo XPS ຂອງ Dell ກໍ​ສາມາດ​ເອົາ​ຊະນະ​ຄວາມ​ບາງ​ທີ່​ວ່າ​ນີ້​ໄດ້ ຈົນ​ຜູ້​ຜະລິດ​ຫລາຍໆລາຍ​ຍ່າງ​ຕາມ​ແນວ​ທາງ​ນີ້​ກັນ​ເປັນ​ແຖວ MacBook Air ລຸ້ນ​ໃໝ່​ຈຶ່ງ​ເປັນ​ອີກ​ໜຶ່ງ​ຄວາມ​ພະຍາຍາມ​ຂອງ​ແອບ​ເປີ້ນ​ໃນ​ການ​ເປັນ​ຜູ້​ນຳ​ຄວາມ​ບາງ​ອີກ ເທື່ອ ຢ່າງໃດ​ກໍ​ຕາມ Digitimes ປະ​ເມີນ​ຍອດ​ຂາຍ​ພາຍ​ໃນ​ປີ​ນີ້​ຂອງ iPod Touch ລຸ້ນ​ໃໝ່​ໄວ້​ສູງ​ເຖິງ 17 – 18 ລ້ານ​ເຄື່ອງ ສ່ວນ MacBook Air ລຸ້ນ​ໃຫມ່​ປະ​ມານ 400,000 ເຄື່ອງ​ເທົ່າ​ນັ້ນ

ຂໍ້​ມູນ​ຈາກ: pcmag, arip.co.th

ລອງອ່ານກ່ຽວກັບ  MacBook Air 11ນິ້ວ ຖືກຊຳແຫລະແລ້ວ ໂດຍ ifixit

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.